Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 47

(ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ລູກຊາຍ​ຂອງ​ໂກຣາ)

ທຸກ​ຊົນຊາດ ຈົ່ງ​ຕົບ​ມື​ຂອງ​ຕົນ

ຈົ່ງ​ໂຫ່​ຮ້ອງ​ຍິນດີ​ແດ່​ພຣະເຈົ້າ.

ເພາະ​ພຣະເຈົ້າ​ຢາເວ​ຜູ້​ສູງສຸດ​ນັ້ນ​ໜ້າ​ຢຳເກງ

ເປັນ​ກະສັດ​ຜູ້​ຍິ່ງ​ໃຫຍ່​ເໜືອ​ແຜ່ນດິນ​ໂລກ!

ພຣະອົງ​ໄດ້​ປາບ​ຊົນຊາດ​ທັງຫລາຍ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຮົາ,

ປາບ​ຄົນ​ທັງຫລາຍ​ໃຫ້​ຢູ່​ໃຕ້​ຕີນ​ຂອງ​ພວກເຮົາ.

ພຣະອົງ​ໄດ້​ເລືອກ​ມໍລະດົກ​ຂອງ​ພວກເຮົາ​ໃຫ້​ແກ່​ພວກເຮົາ,

ເຊິ່ງ​ເປັນ​ຄວາມ​ພາກ​ພູມໃຈ​ຂອງ​ຢາໂຄບ​ຜູ້​ທີ່​ພຣະອົງ​ຮັກ.

ພຣະເຈົ້າ​ໄດ້​ຂຶ້ນ​ທ່າມກາງ​ສຽງ​ໂຫ່​ຮ້ອງ​ຍິນດີ

ພຣະເຈົ້າ​ຂຶ້ນ​ທ່າມກາງ​ສຽງ​ແກ.

ຈົ່ງ​ຮ້ອງເພງ​ສັນລະເສີນ​ພຣະເຈົ້າ ຈົ່ງ​ຮ້ອງ​ສັນລະເສີນ

ຈົ່ງ​ຮ້ອງເພງ​ສັນລະເສີນ​ກະສັດ​ຂອງ​ພວກເຮົາ ຈົ່ງ​ຮ້ອງ​ສັນລະເສີນ.

ເພາະ​ພຣະເຈົ້າ​ເປັນ​ກະສັດ​ຢູ່​ເໜືອ​ແຜ່ນດິນ​ໂລກ;

ຈົ່ງ​ຮ້ອງ​ເພງສັນລະເສີນ ສັນລະເສີນ​ພຣະອົງ.

ພຣະເຈົ້າ​ຄອບຄອງ​ຢູ່​ເໜືອ​ຊົນຊາດ​ທັງຫລາຍ.

ພຣະເຈົ້າ​ນັ່ງ​ຢູ່​ເທິງ​ບັນລັງ​ບໍລິສຸດ​ຂອງ​ພຣະອົງ.

ບັນດາ​ເຈົ້ານາຍ​ຂອງ​ຊົນຊາດ​ທັງຫລາຍ​ຮ່ວມ​ຊຸມນຸມ​ກັນ

ເປັນ​ປະຊາຊົນ​ຂອງ​ພຣະເຈົ້າ​ຂອງ​ອັບຣາຮາມ

ເພາະ​ວ່າ​ກະສັດ1​ທັງຫລາຍ​ຂອງ​ແຜ່ນດິນ​ໂລກ​ກໍ​ເປັນ​ຂອງ​ພຣະເຈົ້າ

ພຣະອົງ​ເປັນ​ທີ່​ເທີດທູນ​ສູງສຸດ.

Source notes (1)
  1. Footnote ຫລື ໂລ່

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.