Biblica® Open Lao Contemporary Version
ເພງສັນລະເສີນ 46
(ເຖິງຫົວໜ້ານັກຮ້ອງ ບົດເພງຂອງລູກຊາຍຂອງໂກຣາ ຕາມທຳນອງອາລາໂມດ)
ພຣະເຈົ້າເປັນທີ່ລີ້ໄພ ແລະ ເປັນກຳລັງຂອງພວກເຮົາ
ເປັນຄວາມຊ່ວຍເຫລືອທີ່ພ້ອມສະເໝີໃນຍາມເດືອດຮ້ອນ.
ເຫດສະນັ້ນ ພວກເຮົາຈະບໍ່ຢ້ານ ເຖິງແມ່ນວ່າໂລກຈະສັ່ນສະເທືອນ
ແລະ ພູເຂົາຈະເຈື່ອນລົງສູ່ໃຈກາງທະເລ,
ເຖິງແມ່ນວ່າມະຫາສະຫມຸດຈະສົ່ງສຽງດັງກ້ອງ ແລະ ຊັດເປັນຟອງ
ແລະ ພູເຂົາກໍສະທ້ານຫວັ່ນໄຫວ.
ມີແມ່ນ້ຳສາຍໜຶ່ງທີ່ໃຫ້ຄວາມຍິນດີແກ່ນະຄອນຂອງພຣະເຈົ້າ,
ເຊິ່ງເປັນບ່ອນບໍລິສຸດຂອງອົງຜູ້ສູງສຸດຢູ່.
ພຣະເຈົ້າຢູ່ໃນນະຄອນນັ້ນ, ນະຄອນຈະບໍ່ຫລົ້ມຈົມ.
ພຣະເຈົ້າຈະຊ່ວຍນະຄອນນັ້ນໃນຍາມຮຸ່ງເຊົ້າ.
ຊົນຊາດທັງຫລາຍສັບສົນວຸ້ນວາຍ, ອານາຈັກຕ່າງໆຫລົ້ມຈົມ;
ພຣະເຈົ້າເປັ່ງສຽງຂອງພຣະອົງ ແຜ່ນດິນໂລກກໍລະລາຍໄປ.
ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຢູ່ກັບພວກເຮົາ;
ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກເຮົາ.
ຈົ່ງມາ ແລະ ມາເບິ່ງສິ່ງທີ່ພຣະເຈົ້າຢາເວໄດ້ເຮັດ,
ເບິ່ງຄວາມຮົກຮ້າງທີ່ພຣະອົງນຳມາສູ່ໂລກ.
ພຣະອົງເຮັດໃຫ້ສົງຄາມຢຸດຕິ
ໄປສຸດປາຍແຜ່ນດິນໂລກ.
ພຣະອົງຫັກຄັນທະນູ ແລະ ເຮັດໃຫ້ຫອກຫັກ;
ພຣະອົງໄດ້ເຜົາໂລ່1ດ້ວຍໄຟ.
“ຈົ່ງສະຫງົບ ແລະ ຮູ້ວ່າເຮົາເປັນພຣະເຈົ້າ
ເຮົາຈະໄດ້ຮັບການຍົກຍ້ອງທ່າມກາງບັນດາຊົນຊາດທັງຫລາຍ,
ເຮົາຈະໄດ້ຮັບການຍົກຍ້ອງໃນໂລກ”.
ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຢູ່ກັບພວກເຮົາ;
ພຣະເຈົ້າຂອງຢາໂຄບເປັນປ້ອມປ້ອງກັນຂອງພວກເຮົາ.
Source notes (1)
- Footnote ຫລື ລົດມ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.