Biblica® Open Lao Contemporary Version
ເພງສັນລະເສີນ 45
(ເຖິງຫົວໜ້ານັກຮ້ອງ ທຳນອງ “ລີລາ” ມັດຄິນຂອງລູກຊາຍຂອງໂກຣາ ເພງແຕ່ງງານ)
ຫົວໃຈຂອງຂ້ານ້ອຍປ່ຽມດ້ວຍເລື່ອງລາວອັນສູງສົ່ງ
ຂະນະທີ່ຂ້ານ້ອຍທ່ອງຄຳກາບກອນມອບແດ່ກະສັດ;
ລີ້ນຂອງຂ້ານ້ອຍຄືປາກກາຂອງນັກຂຽນທີ່ມີທັກສະ.
ພຣະອົງເລີດລ້ຳທີ່ສຸດໃນທ່າມກາງມະນຸດ
ແລະ ຮິມສົບຂອງພຣະອົງກໍໄດ້ຮັບການເຈີມດ້ວຍຄວາມເມດຕາ,
ເພາະພຣະເຈົ້າໄດ້ອວຍພອນພຣະອົງຕະຫລອດໄປ.
ຂໍໃຫ້ຂັດດາບຂອງພຣະອົງໄວ້ທີ່ຂ້າງຂອງ, ພຣະອົງຜູ້ຍິ່ງໃຫຍ່
ຂໍໃຫ້ສວມພຣະອົງເອງດ້ວຍຄວາມສະຫງ່າງາມ ແລະ ບາລະມີ.
ມຸ່ງໜ້າໄປຢ່າງມີໄຊດ້ວຍບາລະມີຂອງພຣະອົງ
ມຸ່ງໜ້າໄປໃນນາມແຫ່ງຄວາມຈິງ ຄວາມອ່ອນສຸພາບ ແລະ ຄວາມຊອບທຳ;
ຂໍໃຫ້ມືຂວາຂອງພຣະອົງສະແດງພາລະກິດອັນອັດສະຈັນ.
ຂໍໃຫ້ລູກສອນອັນແຫລມຄົມຂອງພຣະອົງແທງທະລຸຫົວໃຈຂອງສັດຕູຂອງພຣະອົງ;
ຂໍໃຫ້ປະຊາຊາດທັງຫລາຍລົ້ມລົງທີ່ຕີນຂອງພຣະອົງ.
ຂ້າແດ່ພຣະເຈົ້າ ບັນລັງຂອງພຣະອົງ1ຈະຍືນຍົງເປັນນິດ
ພຣະອົງຈະປົກຄອງອານາຈັກດ້ວຍຄາທາແຫ່ງຄວາມຍຸຕິທຳ.
ພຣະອົງຮັກຄວາມຊອບທຳ ແລະ ກຽດຊັງຄວາມຊົ່ວຮ້າຍ;
ເຫດສະນັ້ນ ພຣະເຈົ້າຜູ້ເປັນພຣະເຈົ້າຂອງພຣະອົງຈຶ່ງຕັ້ງພຣະອົງໄວ້ເໜືອສະຫາຍທັງປວງ.
ໂດຍໄດ້ເຈີມພຣະອົງດ້ວຍນ້ຳມັນແຫ່ງຄວາມຊື່ນຊົມຍິນດີ.
ເສື້ອຄຸມທັງໝົດຂອງພຣະອົງຫອມກຸ້ມດ້ວຍກິ່ນຢາງໄມ້ຫອມ, ກິດສະໜາ ແລະ ກິ່ນກາລະບູນ.
ສຽງດົນຕີປະເພດສາຍຈາກວັງທີ່ປະດັບດ້ວຍງາຊ້າງ
ເຮັດໃຫ້ພຣະອົງຍິນດີ.
ລູກສາວຂອງບັນດາກະສັດກໍຢູ່ທ່າມກາງບັນດາແມ່ຍິງຊັ້ນສູງຂອງຂອງພຣະອົງ.
ເບື້ອງຂວາມືຂອງພຣະອົງແມ່ນເຈົ້າສາວຜູ້ໃສ່ເຄື່ອງປະດັບຄຳຈາກເມືອງໂອຟີ.
ເຈົ້າສາວ, ຂໍໃຫ້ຟັງ ແລະ ວິເຄາະເບິ່ງວ່າ:
ຂໍໃຫ້ລືມຄົນຂອງເຈົ້າ ແລະ ລືມບ້ານຂອງບິດາຂອງເຈົ້າ.
ໃຫ້ກະສັດໄດ້ພໍໃຈໃນຄວາມງາມຂອງ; ເຈົ້າ
ຂໍຖວາຍກຽດແດ່ພຣະອົງເພາະເປັນເຈົ້ານາຍຂອງເຈົ້າ.
ຊາວເມືອງຕີເຣຈະນຳເອົາຂອງຂັວນມາໃຫ້
ຄົນຮັ່ງມີຈະສະແຫວງຫາຄວາມຄວາມພໍໃຈຈາກເຈົ້າ.
ເຈົ້າຍິງຄູ່ແຕ່ງງານຊ່າງງາມສະຫງ່າຢູ່ພາຍໃນຫ້ອງຂອງຕົນ;
ຊຸດຂອງນາງແມ່ນຕ່ຳດ້ວຍຄຳ.
ໃນຊຸດປັກແສ່ວງົດງາມ ນາງຖືກນຳໄປພົບກະສັດ;
ພ້ອມດ້ວຍຂະບວນຂອງສາວບໍລິສຸດ
ຄົນເຫລົ່ານັ້ນໄດ້ຖືກນຳໄປພ້ອມກັບນາງ
ເປັນຂະບວນພິທີທີ່ເຕັມໄປດ້ວຍຄວາມຊື່ນຊົມຍິນດີ ແລະ ຍິນດີ,
ພວກເຂົາໄດ້ເຄື່ອນຂະບວນເຂົ້າສູ່ວັງຂອງກະສັດ.
ບັນດາລູກຊາຍຂອງພຣະອົງຈະຂຶ້ນປົກຄອງແທນບັນພະບຸລຸດຂອງພຣະອົງ.
ແລະ ພຣະອົງຈະແຕ່ງຕັ້ງພວກເຂົາໃຫ້ເປັນເຈົ້ານາຍທົ່ວແຜ່ນດິນ.
ຂ້ານ້ອຍຈະເຮັດໃຫ້ຊື່ສຽງຂອງພຣະອົງຍືນຍົງຕະຫລອດໄປທຸກຊົ່ວອາຍຸຄົນ.
ເຫດສະນັ້ນ ຊົນຊາດທັງຫລາຍຈະສັນລະເສີນພຣະອົງຕະຫລອດໄປເປັນນິດ.
Source notes (1)
- Footnote ໝາຍເຖິງ ກະສັດ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.