Biblica® Open Lao Contemporary Version
ເພງສັນລະເສີນ 44
(ເຖິງຫົວໜ້ານັກຮ້ອງ ມັດຄິນຂອງລູກຊາຍຂອງໂກຣາ)
ຂ້າແດ່ພຣະເຈົ້າ ພວກຂ້ານ້ອຍໄດ້ຍິນກັບຫູຂອງຕົນ
ບັນພະບຸລຸດຂອງພວກຂ້ານ້ອຍໄດ້ເລົ່າໃຫ້ພວກຂ້ານ້ອຍຟັງ.
ເຖິງສິ່ງທີ່ພຣະອົງໄດ້ເຮັດໃນສະໄໝຂອງພວກເຂົາ
ແຕ່ດົນນານມາແລ້ວ.
ດ້ວຍມືຂອງພຣະອົງ ພຣະອົງຂັບໄລ່ຊົນຊາດຕ່າງໆອອກໄປ
ແລະ ໄດ້ຝັງຮາກບັນພະບຸລຸດຂອງພວກຂ້ານ້ອຍ;
ພຣະອົງໄດ້ຍ່ອງຄົນທັງຫລາຍ
ແລະ ເຮັດໃຫ້ບັນດາບັນພະບຸລຸດຂອງຂ້ານ້ອຍຈະເລີນຮຸ່ງເຮືອງ.
ບໍ່ແມ່ນດ້ວຍດາບທີ່ເຮັດໃຫ້ພວກເຂົາຕີຊະນະເອົາດິນແດນໄດ້,
ບໍ່ແມ່ນດ້ວຍແຂນຂອງພວກເຂົາທີ່ນຳໄຊຊະນະມາສູ່ພວກເຂົາ;
ແຕ່ດ້ວຍມືຂວາຂອງພຣະອົງ ດ້ວຍແຂນຂອງພຣະອົງ
ແລະ ດ້ວຍຄວາມສະຫວ່າງແຫ່ງໃບໜ້າຂອງພຣະອົງ ເພາະພຣະອົງຮັກພວກເຂົາ.
ພຣະອົງເປັນກະສັດຂອງຂ້ານ້ອຍ ແລະ ເປັນພຣະເຈົ້າຂອງຂ້ານ້ອຍ
ຜູ້ກຳນົດ1ໄຊຊະນະແກ່ຢາໂຄບ.
ໂດຍພຣະອົງ ພວກຂ້ານ້ອຍຈຶ່ງຂັບໄລ່ບັນດາສັດຕູຂອງພວກຂ້ານ້ອຍໃຫ້ຖອຍໄປ
ໂດຍນາມຂອງພຣະອົງ ພວກຂ້ານ້ອຍຈຶ່ງຢຽບຢ່ຳສັດຕູຂອງພວກຂ້ານ້ອຍ.
ຂ້ານ້ອຍບໍ່ໄດ້ວາງໃຈໃນຄັນທະນູຂອງຕົນ
ດາບບໍ່ໄດ້ນຳໄຊຊະນະມາໃຫ້ຂ້ານ້ອຍ
ແຕ່ພຣະອົງໄດ້ໃຫ້ພວກຂ້ານ້ອຍຊະນະສັດຕູ
ພຣະອົງເຮັດໃຫ້ສັດຕູອັບອາຍ.
ພວກຂ້ານ້ອຍຈະອວດພຣະເຈົ້າຕະຫລອດທັງວັນ
ແລະ ພວກຂ້ານ້ອຍຈະສັນລະເສີນນາມຂອງພຣະອົງຕະຫລອດໄປ.
ແຕ່ບັດນີ້ ພຣະອົງໄດ້ປະຕິເສດ ແລະ ປ່ອຍໃຫ້ພວກຂ້ານ້ອຍຖ່ອມລົງ;
ພຣະອົງບໍ່ໄດ້ຮ່ວມທັບໄປກັບພວກຂ້ານ້ອຍອີກແລ້ວ.
ພຣະອົງເຮັດໃຫ້ພວກຂ້ານ້ອຍຖອຍຫລັງຕໍ່ໜ້າສັດຕູ
ແລະ ບັນດາສັດຕູຂອງພວກຂ້ານ້ອຍໄດ້ປຸ້ນພວກຂ້ານ້ອຍ.
ພຣະອົງໄດ້ປ່ອຍໃຫ້ພວກຂ້ານ້ອຍຖືກກັດກິນເໝືອນແກະ
ແລະ ເຮັດໃຫ້ພວກຂ້ານ້ອຍກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆ.
ພຣະອົງຂາຍປະຊາຊົນຂອງພຣະອົງໃນລາຄາຖືກ,
ບໍ່ໄດ້ສິ່ງໃດຈາກການຂາຍນັ້ນ.
ພຣະອົງເຮັດໃຫ້ພວກຂ້ານ້ອຍຕົກເປັນທີ່ຕຳໜິຂອງເພື່ອນບ້ານ
ເປັນທີ່ດູຖູກ ແລະ ຢຽດຢາມຂອງຄົນເຫລົ່ານັ້ນທີ່ຢູ່ອ້ອມຂ້າງພວກຂ້ານ້ອຍ.
ພຣະອົງເຮັດໃຫ້ພວກຂ້ານ້ອຍກາຍເປັນຄຳປຽບທຽບໃນທ່າມກາງຊົນຊາດຕ່າງໆ;
ຊົນຊາດຕ່າງໆພາກັນແກວ່ງຫົວໃສ່ພວກຂ້ານ້ອຍ.
ຂ້ານ້ອຍຢູ່ໃນອັບອາຍຕະຫລອດທັງວັນ
ແລະ ໜ້າຂອງຂ້ານ້ອຍປົກຄຸມດ້ວຍຄວາມອັບອາຍ
ຈາກຄຳໝິ່ນປະໝາດຂອງຄົນທີ່ປະນາມ ແລະ ປ້ອຍດ່າຂ້ານ້ອຍ,
ເພາະສັດຕູທີ່ຕ້ອງການແກ້ແຄ້ນ.
ທັງໝົດນີ້ເກີດຂຶ້ນກັບພວກຂ້ານ້ອຍ,
ທັງທີ່ພວກຂ້ານ້ອຍບໍ່ໄດ້ລືມພຣະອົງ
ຫລື ຜິດຕໍ່ຄຳໝັ້ນສັນຍາຂອງພຣະອົງ.
ຫົວໃຈຂອງພວກຂ້ານ້ອຍບໍ່ໄດ້ຫັນກັບ;
ຕີນຂອງພວກຂ້ານ້ອຍກໍບໍ່ໄດ້ຫລົງຈາກທາງຂອງພຣະອົງ.
ແຕ່ພຣະອົງໄດ້ຍ່ອງພວກຂ້ານ້ອຍ ແລະ ເຮັດໃຫ້ພວກຂ້ານ້ອຍກາຍເປັນທີ່ອາໄສຂອງໝາປ່າ
ພຣະອົງປົກຄຸມພວກຂ້ານ້ອຍໄວ້ດ້ວຍຄວາມມືດມົນ
ຖ້າພວກຂ້ານ້ອຍໄດ້ລືມນາມພຣະເຈົ້າຂອງພວກຂ້ານ້ອຍ
ຫລື ຍົກມືຂາບໄຫວ້ພະຕ່າງດ້າວ,
ພຣະເຈົ້າຈະບໍ່ຮູ້ບໍ?
ໃນເມື່ອພຣະອົງຮູ້ຄວາມລັບໃນໃຈ
ແຕ່ເພາະເຫັນແກ່ພຣະອົງ ພວກຂ້ານ້ອຍກໍປະເຊີນຄວາມຕາຍຕະຫລອດທັງວັນ;
ພວກຂ້ານ້ອຍຖືກນັບວ່າເປັນແກະທີ່ຈະເອົາໄປຂ້າ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຕື່ນຂຶ້ນ ດ້ວຍເຫດໃດພຣະອົງຄືຍັງຫລັບຢູ່?
ຂໍໂຜດປຸກພຣະອົງເອງ! ຂໍຢ່າປະຕິເສດພວກຂ້ານ້ອຍຕະຫລອດໄປ.
ດ້ວຍເຫດໃດພຣະອົງຈຶ່ງເຊື່ອງໜ້າຂອງພຣະອົງ
ແລະ ລືມທີ່ພວກຂ້ານ້ອຍທຸກຍາກ ແລະ ຖືກກົດຂີ່ຂົ່ມເຫັງ?
ພວກຂ້ານ້ອຍຖືກຢຽບຈົມດິນ;
ຮ່າງກາຍຂອງພວກເຮົາຕ້ອງນອນເກືອກຝຸ່ນ.
ຂໍໂຜດລຸກຂຶ້ນ ແລະ ຊ່ວຍພວກຂ້ານ້ອຍດ້ວຍ;
ຂໍໄດ້ກອບກູ້ພວກຂ້ານ້ອຍເພາະເຫັນແກ່ຄວາມຮັກໝັ້ນຄົງຂອງພຣະອົງ.
Source notes (1)
- Footnote ຫລື ສັ່ງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.