Biblica® Open Lao Contemporary Version
ເພງສັນລະເສີນ 43
ຂ້າແດ່ພຣະເຈົ້າ ຂໍວ່າຄວາມ
ແລະ ສູ້ຄະດີແທນຂ້ານ້ອຍ
ຕໍ່ຊົນຊາດທີ່ບໍ່ສັດຊື່
ຂໍຊ່ວຍກອບກູ້ຂ້ານ້ອຍໃຫ້ພົ້ນ
ຈາກບັນດາຄົນຫລອກລວງ ແລະ ຄົນຊົ່ວຮ້າຍ.
ພຣະອົງເປັນພຣະເຈົ້າ ເປັນທີ່ໝັ້ນຂອງຂ້ານ້ອຍ
ດ້ວຍເຫດໃດພຣະອົງຈຶ່ງໄດ້ປະຕິເສດຂ້ານ້ອຍ?
ດ້ວຍເຫດໃດຂ້ານ້ອຍຕ້ອງຄ່ຳຄວນ,
ຖືກສັດຕູກົດຂີ່ຂົ່ມເຫັງ?
ຂໍສົ່ງຄວາມສະຫວ່າງຂອງພຣະອົງ ແລະ ຄວາມຫ່ວງໃຍອັນສັດຊື່ຂອງພຣະອົງມາ,
ໃຫ້ຄວາມສະຫວ່າງ ແລະ ຄວາມຫ່ວງໃຍຂອງພຣະອົງນຳພາຂ້ານ້ອຍໄປ;
ໃຫ້ສິ່ງເຫລົ່ານັ້ນໄດ້ນຳຂ້ານ້ອຍໄປສູ່ພູເຂົາສັກສິດຂອງພຣະອົງ
ສູ່ບ່ອນທີ່ພຣະອົງຢູ່.
ແລ້ວຂ້ານ້ອຍຈະໄປຍັງແທ່ນບູຊາຂອງພຣະເຈົ້າ
ໄປຫາພຣະເຈົ້າ ຜູ້ເປັນຄວາມຊື່ນຊົມຍິນດີຂອງຂ້ານ້ອຍ ແລະ ເປັນຄວາມຍິນດີຂອງຂ້ານ້ອຍ.
ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍສຽງພິນ
ຂ້າແດ່ພຣະເຈົ້າ ພຣະເຈົ້າຂອງຂ້ານ້ອຍ.
ຈິດວິນຍານຂອງຂ້ານ້ອຍ, ດ້ວຍເຫດໃດເຈົ້າຈຶ່ງທໍ້ຖອຍ?
ດ້ວຍເຫດໃດຈຶ່ງກະວົນກະວາຍຢູ່ພາຍໃນຂ້ານ້ອຍ?
ຈົ່ງມອບຄວາມຫວັງໄວ້ໃນພຣະເຈົ້າ
ເພາະຂ້ານ້ອຍຈະຍັງຄົງສັນລະເສີນພຣະອົງ
ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ແລະ ພຣະເຈົ້າຂອງຂ້ານ້ອຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.