Biblica® Open Lao Contemporary Version
ເພງສັນລະເສີນ 42
ບັບ 2
ພສສ 42–72
(ເຖິງຫົວໜ້ານັກຮ້ອງ ມັດຄິນຂອງລູກຊາຍຂອງໂກຣາ)
ຂ້າແດ່ພຣະເຈົ້າ ກວາງກະຫາຍຫາທານນ້ຳສັນໃດ,
ຈິດວິນຍານຂອງຂ້ານ້ອຍກໍກະຫາຍຫາພຣະອົງສັນນັ້ນ.
ຈິດວິນຍານຂອງຂ້ານ້ອຍກະຫາຍຫາພຣະເຈົ້າ ພຣະເຈົ້າຜູ້ມີຊີວິດຢູ່.
ຂ້ານ້ອຍຈະໄດ້ໄປ ແລະ ເຂົ້າພົບພຣະອົງເມື່ອໃດນໍ?
ຂ້ານ້ອຍກິນນ້ຳຕາແທນອາຫານ
ທັງກາງເວັນ ແລະ ກາງຄືນ
ໃນຂະນະທີ່ຄົນທັງຫລາຍກໍເວົ້າກັບຂ້ານ້ອຍຕະຫລອດທັງວັນວ່າ:
“ພຣະເຈົ້າຂອງເຈົ້າຢູ່ໃສ?”
ຂ້ານ້ອຍຍັງຈື່ສິ່ງເຫລົ່ານີ້ໄດ້
ເມື່ອຂ້ານ້ອຍລະບາຍຄວາມໃນໃຈອອກມາ
ຂ້ານ້ອຍເຄີຍໄປວິຫານຂອງພຣະເຈົ້າ
ພາຍໃຕ້ການປົກປ້ອງຂອງອົງຜູ້ມີລິດອຳນາດຍິ່ງໃຫຍ່
ດ້ວຍສຽງໂຫ່ຮ້ອງຍິນດີ ແລະ ສັນລະເສີນ
ໃນທ່າມກາງການສະຫລອງເທດສະການ.
ຈິດວິນຍານຂອງຂ້ານ້ອຍ, ດ້ວຍເຫດໃດເຈົ້າຈຶ່ງທໍ້ຖອຍ?
ດ້ວຍເຫດໃດຈຶ່ງກະວົນກະວາຍຢູ່ພາຍໃນຂ້ານ້ອຍ?
ຈົ່ງມອບຄວາມຫວັງໄວ້ໃນພຣະເຈົ້າ
ເພາະຂ້ານ້ອຍຈະຍັງຄົງສັນລະເສີນພຣະອົງ
ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ແລະ ພຣະເຈົ້າຂອງຂ້ານ້ອຍ.
ຈິດວິນຍານ1ຂອງຂ້ານ້ອຍທໍ້ຖອຍຢູ່ພາຍໃນຂ້ານ້ອຍ
ເຫດສະນັ້ນ ຂ້ານ້ອຍຈະລະນຶກເຖິງພຣະອົງ
ຈາກດິນແດນແຫ່ງແມ່ນ້ຳຈໍແດນ
ຈາກຍອດພູເຂົາເຮີໂມນ ຈາກພູເຂົາມິຊາ.
ທີ່ເລິກກ່າວເອີ້ນທີ່ເລິກ
ດ້ວຍສຽງນ້ຳຕົກດັງກ້ອງຂອງພຣະອົງ;
ກະແສຄື້ນນ້ຳ ແລະ ນ້ຳຊັດແຮງຂອງພຣະອົງ
ພັດຖ້ວມຂ້ານ້ອຍ
ຍາມກາງເວັນ ພຣະເຈົ້າຢາເວໄດ້ບັນຊາຄວາມຮັກໝັ້ນຄົງຂອງພຣະອົງ,
ຍາມກາງຄືນ ບົດເພງຂອງພຣະອົງກໍຢູ່ກັບຂ້ານ້ອຍ
ເປັນຄຳອະທິຖານຕໍ່ພຣະເຈົ້າແຫ່ງຊີວິດຂອງຂ້ານ້ອຍ.
ຂ້ານ້ອຍເວົ້າກັບພຣະເຈົ້າ ຜູ້ເປັນສີລາຂອງຂ້ານ້ອຍວ່າ:
“ດ້ວຍເຫດໃດພຣະອົງຈຶ່ງລືມຂ້ານ້ອຍແລ້ວ?
ດ້ວຍເຫດໃດຂ້ານ້ອຍຕ້ອງຄ່ຳຄວນ
ຖືກສັດຕູກົດຂີ່ຂົ່ມເຫັງ?”
ຂ້ານ້ອຍເຈັບເຂົ້າໄປເຖິງກະດູກ
ເມື່ອຖືກສັດຕູຂອງຂ້ານ້ອຍເຢາະເຢີ້ຍ
ເວົ້າກັບຂ້ານ້ອຍຕະຫລອດທັງວັນວ່າ:
“ພຣະເຈົ້າຂອງເຈົ້າຢູ່ໃສ?”
ຈິດວິນຍານຂອງຂ້ານ້ອຍ ດ້ວຍເຫດໃດເຈົ້າຈຶ່ງທໍ້ຖອຍ?
ດ້ວຍເຫດໃດຈຶ່ງກະວົນກະວາຍຢູ່ພາຍໃນຂ້ານ້ອຍ?
ຈົ່ງມອບຄວາມຫວັງໄວ້ໃນພຣະເຈົ້າ
ເພາະຂ້ານ້ອຍຈະຍັງຄົງສັນລະເສີນພຣະອົງ
ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ ແລະ ພຣະເຈົ້າຂອງຂ້ານ້ອຍ.
Source notes (1)
- Footnote ຫລື ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຈິດວິນຍານ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.