Biblica® Open Lao Contemporary Version
ເພງສັນລະເສີນ 41
(ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ)
ພຣະພອນມີແກ່ບັນດາຄົນທີ່ເອົາໃຈໃສ່ຕໍ່ຄົນອ່ອນແອ
ພຣະເຈົ້າຢາເວໄດ້ກອບກູ້ພວກເຂົາໃນຍາມເດືອດຮ້ອນ.
ພຣະເຈົ້າຢາເວຈະປົກປ້ອງ ແລະ ຮັກສາຊີວິດຂອງພວກເຂົາ
ພຣະອົງຖືກນັບເປັນຄົນທີ່ໄດ້ຮັບພຣະພອນໃນແຜ່ນດິນ
ພຣະອົງຈະບໍ່ປ່ອຍໃຫ້ສັດຕູຂອງພວກເຂົາເຮັດກັບພວກເຂົາຕາມໃຈ.
ພຣະເຈົ້າຢາເວຈະປະຄອງພວກເຂົາໃນຍາມທີ່ພວກເຂົາເຈັບປ່ວຍຢູ່ເທິງຕຽງ
ແລະ ຟື້ນຟູພວກເຂົາໃຫ້ຫາຍຈາກຕຽງແຫ່ງຄວາມເຈັບປ່ວຍຂອງພວກເຂົາ.
ຂ້ານ້ອຍໄດ້ເວົ້າວ່າ: “ຂ້າແດ່ພຣະເຈົ້າຢາເວ ຂໍເມດຕາຂ້ານ້ອຍດ້ວຍ;
ໂຜດຮັກສາຂ້ານ້ອຍໃຫ້ຫາຍດີ ເພາະຂ້ານ້ອຍໄດ້ເຮັດບາບຕໍ່ພຣະອົງ”.
ສັດຕູຂອງຂ້ານ້ອຍກ່າວຮ້າຍຂ້ານ້ອຍວ່າ:
“ເມື່ອໃດລາວຈະຕາຍ ແລະ ຊື່ຂອງລາວຈະຈິບຫາຍໄປ?”
ເມື່ອຄົນໜຶ່ງໃນພວກເຂົາມາເບິ່ງຂ້ານ້ອຍ
ລາວກໍເຮັດຄືເວົ້າດີ ໃນຂະນະທີ່ໃຈຂອງລາວນັ້ນຄິດຮ້າຍຢູ່
ແລ້ວລາວກໍອອກໄປ ແລະ ກະຈາຍຂ່າວໄປທົ່ວ.
ສັດຕູທັງໝົດຂອງຂ້ານ້ອຍຮວມຫົວກັນນິນທາຂ້ານ້ອຍ
ແລະ ແຊ່ງຂ້ານ້ອຍວ່າ:
“ພະຍາດຮ້າຍໄດ້ກັດກິນລາວແລ້ວ
ລາວຈະບໍ່ມີວັນລຸກຈາກຕຽງນັ້ນໄດ້ເລີຍ”.
ແມ່ນແຕ່ໝູ່ສະໜິດຂອງຂ້ານ້ອຍ
ຄົນທີ່ຂ້ານ້ອຍໄວ້ໃຈ
ຄົນທີ່ກິນອາຫານຮ່ວມກັບຂ້ານ້ອຍ
ຍັງໄດ້ຫັນ1ກັບມາຕໍ່ສູ້ຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ແຕ່ຂໍພຣະອົງເມດຕາຂ້ານ້ອຍດ້ວຍ
ຂໍຊ່ວຍຂ້ານ້ອຍໃຫ້ລຸກຂຶ້ນ ເພື່ອຈະໄດ້ແກ້ແຄ້ນພວກເຂົາ.
ຂ້ານ້ອຍຮູ້ວ່າພຣະອົງພໍໃຈກັບຂ້ານ້ອຍ
ເພາະສັດຕູຂອງຂ້ານ້ອຍເອົາຊະນະຂ້ານ້ອຍບໍ່ໄດ້.
ເພາະຄວາມສັດຊື່ຂອງຂ້ານ້ອຍ ພຣະອົງພຣະອົງຈຶ່ງຊູຂ້ານ້ອຍໄວ້.
ແລະ ຕັ້ງຂ້ານ້ອຍໄວ້ໃຫ້ຢູ່ຕໍ່ໜ້າພຣະອົງຕະຫລອດໄປ.
ຂໍສັນລະເສີນແດ່ພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນ
ຕັ້ງແຕ່ນິລັນດອນຈົນເຖິງນິລັນດອນ.
ອາແມນ ແລະ ອາແມນ.
Source notes (1)
- Footnote ພາສາເຮັບເຣີວ່າ ກໍຍັງໄດ້ຍົກສົ້ນຕີນໃສ່ຂ້ານ້ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.