Biblica® Open Lao Contemporary Version
ເພງສັນລະເສີນ 40
(ພສສ 70:1-5)
(ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ)
ຂ້ານ້ອຍອົດທົນຄອຍຖ້າພຣະເຈົ້າຢາເວ
ພຣະອົງຫັນມາຫາຂ້ານ້ອຍ ແລະ ຮັບຟັງຄຳຮ້ອງຂໍຂອງຂ້ານ້ອຍ.
ພຣະອົງຍົກຂ້ານ້ອຍອອກມາຈາກຂຸມແຫ່ງຄວາມໝົດຫວັງ
ອອກຈາກເຫວ ແລະ ບວກຕົມ;
ພຣະອົງໄດ້ວາງຕີນຂ້ານ້ອຍໄວ້ເທິງສີລາ
ແລະ ໃຫ້ບ່ອນທີ່ໝັ້ນຄົງເພື່ອຢືນ.
ພຣະອົງໄດ້ໃສ່ເພງບົດໃໝ່ໃນປາກຂ້ານ້ອຍ,
ເປັນເພງສັນລະເສີນແດ່ພຣະເຈົ້າຢາເວຂອງພວກເຮົາ.
ຄົນທັງຫລາຍຈະໄດ້ເຫັນ ແລະ ຢຳເກງພຣະເຈົ້າຢາເວ
ແລະ ໄວ້ວາງໃຈໃນພຣະອົງ.
ຄວາມສຸກມີແກ່
ຜູ້ທີ່ໄວ້ວາງໃຈໃນພຣະເຈົ້າຢາເວ,
ຜູ້ທີ່ບໍ່ໄດ້ຫັນໄປຫາຄົນທີ່ພໍໃຈໃນຕົນເອງ
ຫລື ໄປຫາຄົນທີ່ຫັນໄປເພິ່ງພະປອມ.1
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ
ພຣະອົງໄດ້ເຮັດການອັດສະຈັນຫລາຍຢ່າງ
ພຣະອົງໄດ້ວາງແຜນສິ່ງຕ່າງໆເພື່ອພວກຂ້ານ້ອຍ.
ບໍ່ມີຜູ້ໃດທຽບກັບພຣະອົງໄດ້;
ຖ້າຂ້ານ້ອຍຈະເວົ້າ ແລະ ເລົ່າເຖິງສິ່ງທີ່ພຣະອົງໄດ້ເຮັດ
ກໍຫລວງຫລາຍເກີນກວ່າຈະເລົ່າໄດ້.
ພຣະອົງບໍ່ໄດ້ຕ້ອງການເຄື່ອງບູຊາ ແລະ ຂອງຖວາຍ
ແຕ່ໄດ້ເປີດຫູຂອງຂ້ານ້ອຍ2
ພຣະອົງບໍ່ໄດ້ຮຽກຮ້ອງເຄື່ອງເຜົາບູຊາ ແລະ ເຄື່ອງບູຊາໄຖ່ບາບ.3
ແລ້ວຂ້ານ້ອຍໄດ້ເວົ້າວ່າ: “ຂ້ານ້ອຍຢູ່ທີ່ນີ້, ຂ້ານ້ອຍມາແລ້ວ
ໃນໜັງສືມ້ວນໄດ້ຂຽນເຖິງຂ້ານ້ອຍໄວ້.4
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍປາຖະໜາຈະເຮັດຕາມຄວາມປະສົງຂອງພຣະອົງ
ກົດບັນຍັດຂອງພຣະອົງກໍຢູ່ໃນຫົວໃຈຂອງຂ້ານ້ອຍ”.
ຂ້ານ້ອຍປະກາດຄວາມຊອບທຳໃນທີ່ຊຸມນຸມໃຫຍ່;
ຂ້າແດ່ພຣະເຈົ້າຢາເວ ຕາມທີ່ພຣະອົງຊົງຮູ້
ຂ້ານ້ອຍບໍ່ໄດ້ປິດປາກງຽບຢູ່.
ຂ້ານ້ອຍບໍ່ໄດ້ປິດບັງຄວາມຊອບທຳຂອງພຣະອົງໄວ້ໃນໃຈ
ຂ້ານ້ອຍໄດ້ປະກາດຄວາມສັດຊື່ ແລະ ການຊ່ວຍໃຫ້ພົ້ນຂອງພຣະອົງ.
ຂ້ານ້ອຍບໍ່ໄດ້ປົກປິດຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່ຂອງພຣະອົງ
ຈາກທີ່ຊຸມນຸມໃຫຍ່.
ຂ້າແດ່ພຣະເຈົ້າຢາເວ ຂໍຢ່າໄດ້ຢັບຢັ້ງຄວາມເມດຕາຈາກຂ້ານ້ອຍ;
ຂໍໃຫ້ຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່ຂອງພຣະອົງປົກປ້ອງຂ້ານ້ອຍໄວ້ສະເໝີ.
ເພາະຄວາມເດືອດຮ້ອນນັບບໍ່ຖ້ວນນັ້ນໄດ້ຫຸ້ມອ້ອມຂ້ານ້ອຍ;
ແລະ ບາບຂອງຂ້ານ້ອຍກໍໄລ່ທັນຂ້ານ້ອຍ ຈົນຂ້ານ້ອຍເບິ່ງບໍ່ເຫັນ.
ຄວາມບາບຂອງຂ້ານ້ອຍນັ້ນຫລາຍກວ່າຜົມທີ່ຢູ່ເທິງຫົວຂອງຂ້ານ້ອຍ,
ແລະ ໃຈຂອງຂ້ານ້ອຍກໍທໍ້ຖອຍຢູ່ພາຍໃນຂ້ານ້ອຍ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍຂ້ານ້ອຍດ້ວຍ;
ຂ້າແດ່ພຣະເຈົ້າຢາເວ ຂໍມາຊ່ວຍຂ້ານ້ອຍໂດຍໄວ.
ຂໍໃຫ້ຜູ້ທີ່ຢາກເອົາຊີວິດຂ້ານ້ອຍ
ຕ້ອງອັບອາຍ ແລະ ສັບສົນວຸ້ນວາຍ
ຂໍໃຫ້ບັນດາຜູ້ທີ່ຢາກໃຫ້ຂ້ານ້ອຍຈິບຫາຍນັ້ນ
ຕ້ອງກັບໄປດ້ວຍຄວາມອັບອາຍ.
ຂໍໃຫ້ຜູ້ທີ່ເວົ້າກັບຂ້ານ້ອຍວ່າ: “ນັ້ນເດ! ນັ້ນເດ!”
ຕ້ອງຕົກຕະລຶງກັບຄວາມອັບອາຍຂອງຕົນ.
ແຕ່ຂໍໃຫ້ທຸກຄົນທີ່ສະແຫວງຫາພຣະອົງ
ຊື່ນຊົມຍິນດີ ແລະ ຍິນດີໃນພຣະອົງ
ຂໍໃຫ້ບັນດາຜູ້ທີ່ຮັກຄວາມພົ້ນຂອງພຣະອົງກ່າວຢູ່ສະເໝີວ່າ:
“ພຣະເຈົ້າຢາເວນັ້ນຍິ່ງໃຫຍ່!”
ສ່ວນຂ້ານ້ອຍ, ຂ້ານ້ອຍເປັນຄົນທຸກຍາກ ແລະ ຂາດເຂີນ
ຂໍໃຫ້ພຣະເຈົ້າຢາເວໄດ້ລະນຶກເຖິງຂ້ານ້ອຍດ້ວຍ.
ພຣະອົງເປັນຜູ້ຊ່ວຍເຫລືອ ແລະ ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຢ່າໄດ້ຊັກຊ້າ.
Source notes (4)
- Footnote ຫລື ຄວາມຕົວະ
- Footnote ຫລື ພຣະອົງໄດ້ເຈາະຫູຂ້ານ້ອຍ
- Footnote ຫລື ການຖວາຍຊຳລະລ້າງ
- Footnote ຫລື ຂ້ານ້ອຍມາແລ້ວ ກັບໜັງສືມ້ວນທີ່ຂຽນເພື່ອຂ້ານ້ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.