Biblica® Open Lao Contemporary Version
ເພງສັນລະເສີນ 39
(ເຖິງຫົວໜ້ານັກຮ້ອງ ເຖິງເຢດູທູນ ບົດເພງສັນລະເສີນຂອງດາວິດ)
ຂ້ານ້ອຍເວົ້າວ່າ “ຂ້ານ້ອຍຈະລະວັງທາງຂອງຕົນ
ແລະ ຈະບໍ່ປ່ອຍໃຫ້ລີ້ນຂອງຕົນເຮັດບາບ;
ຂ້ານ້ອຍຈະປິດປາກຂອງຕົນມິດງຽບ
ເມື່ອຢູ່ຕໍ່ໜ້າຄົນຊົ່ວ”.
ດັ່ງນັ້ນ ຂ້ານ້ອຍຈຶ່ງມິດງຽບຢູ່,
ບໍ່ເວົ້າອັນໃດແມ່ນແຕ່ເລື່ອງດີ.
ແຕ່ຄວາມທຸກໃຈຂອງຂ້ານ້ອຍກໍເພີ່ມຂຶ້ນ;
ຈິດໃຈຂອງຂ້ານ້ອຍກໍຮ້ອນຮົນຢູ່ພາຍໃນຂ້ານ້ອຍ.
ຂະນະທີ່ຂ້ານ້ອຍໄຕ່ຕອງຢູ່ ໄຟກໍສຸມເອິກ;
ຈົນລີ້ນຂອງຂ້ານ້ອຍໄດ້ເອີ່ຍອອກມາວ່າ:
“ຂ້າແດ່ພຣະເຈົ້າຢາເວ ຂໍໃຫ້ຂ້ານ້ອຍໄດ້ເຫັນບັ້ນປາຍຂອງຊີວິດຂອງຂ້ານ້ອຍ
ແລະ ວັນເວລາຂອງຂ້ານ້ອຍມີຢູ່ເທົ່າໃດ
ຂໍໃຫ້ຂ້ານ້ອຍຮູ້ວ່າຊີວິດຂອງຂ້ານ້ອຍນັ້ນຜ່ານໄປໄວເທົ່າໃດ
ພຣະອົງເຮັດໃຫ້ວັນເວລາຂອງຂ້ານ້ອຍສັ້ນພຽງຄືບດຽວ;
ຊ່ວງຊີວິດຂອງຂ້ານ້ອຍບໍ່ມີຄ່າຫຍັງຕໍ່ໜ້າພຣະອົງ.
ຊີວິດຂອງແຕ່ລະຄົນເປັນພຽງລົມຫາຍໃຈ
ແມ່ນແຕ່ຄົນທີ່ເບິ່ງຄືວ່າປອດໄພ.
“ແນ່ນອນວ່າທຸກຄົນຍ່າງໄປມາເໝືອນເງົາ;
ພວກເຂົາຟ້າວໄປໂດຍບໍ່ມີປະໂຫຍດ
ຊັບສົມບັດທີ່ສະສົມໄວ້ບໍ່ຮູ້ວ່າໃນທີ່ສຸດຈະເປັນຂອງຜູ້ໃດ.
“ຂ້າແດ່ອົງພຣະຜູ້ເປັນເຈົ້າ ແຕ່ບັດນີ້ ຂ້ານ້ອຍສະແຫວງຫາສິ່ງໃດນໍ?
ຄວາມຫວັງຂອງຂ້ານ້ອຍແມ່ນຢູ່ໃນພຣະອົງ.
ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກການລ່ວງລະເມີດທັງໝົດຂອງຂ້ານ້ອຍ;
ຢ່າໃຫ້ຄົນໂງ່ດູຖູກຂ້ານ້ອຍໄດ້.
ຂ້ານ້ອຍມິດງຽບຢູ່ ຂ້ານ້ອຍບໍ່ຍອມເປີດປາກຂອງຕົນ
ເພາະພຣະອົງເອງຄືຜູ້ທີ່ເຮັດໃຫ້ຂ້ານ້ອຍເປັນຢ່າງນີ້.
ຂໍຢ່າຂ້ຽນຂ້ານ້ອຍອີກເລີຍ;
ຂ້ານ້ອຍໝົດແຮງຢູ່ໃນມືຂອງພຣະອົງແລ້ວ.
ເມື່ອພຣະອົງຫ້າມ ແລະ ຕີສອນຜູ້ໃດໃນເລື່ອງບາບຂອງພວກເຂົາ,
ພຣະອົງກໍເຜົາຜານຊັບສົມບັດຂອງພວກເຂົາເໝືອນມອດ
ທຸກຄົນກໍເປັນພຽງລົມຫາຍໃຈເທົ່ານັ້ນ.
“ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງຄຳອະທິຖານຂອງຂ້ານ້ອຍ
ຂໍຮັບຟັງຄຳຮ້ອງຂໍຄວາມຊ່ວຍເຫລືອຂອງຂ້ານ້ອຍ
ຂໍຢ່າເຮັດຄືຫູໜວກຕໍ່ການຄ່ຳຄວນຂອງຂ້ານ້ອຍ.
ເພາະຂ້ານ້ອຍກໍອາໄສຢູ່ກັບພຣະອົງ ເໝືອນຄົນຕ່າງຊາດ,
ເໝືອນຄົນແປກໜ້າ ເຊັ່ນດຽວກັບບັນພະບຸລຸດຂອງຂ້ານ້ອຍ.
ຂໍຫັນໜ້າໄປຈາກຂ້ານ້ອຍ ເພື່ອຂ້ານ້ອຍຈະມີຄວາມສຸກກັບຊີວິດອີກ.
ກ່ອນທີ່ຂ້ານ້ອຍຈະຈາກໄປ ແລະ ບໍ່ມີຊີວິດຢູ່ອີກຕໍ່ໄປ”.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.