Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 38

(ບົດ​ເພງສັນລະເສີນ​ຂອງ​ດາວິດ ຄຳ​ອ້ອນວອນ​ຂໍ)

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຢ່າ​ລົງໂທດ​ຂ້ານ້ອຍ​ເມື່ອ​ພຣະອົງ​ໃຈຮ້າຍ

ຫລື ຕີ​ສອນ​ຂ້ານ້ອຍ​ເມື່ອ​ພຣະອົງ​ໂກດຮ້າຍ.

ເພາະ​ລູກທະນູ​ຂອງ​ພຣະອົງ​ປັກ​ເລິກ​ໃນ​ຕົວ​ຂ້ານ້ອຍ

ມື​ຂອງ​ພຣະອົງ​ກໍ​ລົງ​ມາ​ເທິງ​ຂ້ານ້ອຍ.

ຮ່າງກາຍ​ຂອງ​ຂ້ານ້ອຍ​ຊຸດໂຊມ​ເພາະ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ;

ກະດູກ​ຂອງ​ຂ້ານ້ອຍ​ກໍ​ເສື່ອມໂຊມ​ເພາະ​ບາບ​ຂອງ​ຂ້ານ້ອຍ.

ຄວາມ​ຜິດ​ຂອງ​ຂ້ານ້ອຍ​ຖ້ວມ​ຂ້ານ້ອຍ

ເໝືອນ​ພາລະ​ໜັກ​ເກີນ​ຈະ​ແບກ​ໄວ້.

ບາດແຜ​ຂອງ​ຂ້ານ້ອຍ​ເນົ່າເປື່ອຍ ແລະ ໜ້າ​ລັງກຽດ

ເພາະ​ບາບ​ອັນ​ໂງ່​ຂອງ​ຂ້ານ້ອຍ.

ຂ້ານ້ອຍ​ຖືກ​ເຮັດ​ໃຫ້​ຊຸດໂຊມ​ລົງ ແລະ ຕົກຕ່ຳ​ຫລາຍ

ຂ້ານ້ອຍ​ຄ່ຳຄວນ​ຢູ່​ຕະຫລອດ​ທັງ​ວັນ.

ຫລັງ​ຂອງ​ຂ້ານ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ເຈັບປວດ

ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ບໍ່​ແຂງແຮງ.

ຂ້ານ້ອຍ​ອ່ອນແອ ແລະ ເຈັບ​ຊ້ຳ

ຂ້ານ້ອຍ​ຄວນຄາງ​ດ້ວຍ​ຄວາມ​ທຸກ​ໃຈ.

ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຄວາມ​ປາຖະໜາ​ທັງໝົດ​ຂອງ​ຂ້ານ້ອຍ​ເປີດ​ເຜີຍ​ຢູ່​ຕໍ່ໜ້າ​ພຣະອົງ,

ສຽງ​ຖອນ​ໃຈ​ຂອງ​ຂ້ານ້ອຍ​ກໍ​ເຊື່ອງ​ຈາກ​ພຣະອົງ​ບໍ່​ໄດ້

ໃຈ​ຂອງ​ຂ້ານ້ອຍ​ເຕັ້ນ ກຳລັງ​ຂອງ​ຂ້ານ້ອຍ​ກໍ​ລົດ​ລົງ

ແມ່ນ​ແຕ່​ຕາ​ຂອງ​ຂ້ານ້ອຍ​ກໍ​ມືດ​ມົວ​ໄປ.

ໝູ່​ເພື່ອນ ແລະ ສະຫາຍ​ຂອງ​ຂ້ານ້ອຍ​ຕ່າງ​ກໍ​ຕີ​ຕົວ​ອອກ​ຫ່າງ​ຈາກ​ຂ້ານ້ອຍ​ເພາະ​ບາດແຜ​ຂອງ​ຂ້ານ້ອຍ;

ເພື່ອນບ້ານ​ກໍ​ລີ້​ໜ້າ.

ບັນດາ​ຜູ້​ທີ່​ຢາກ​ສັງຫານ​ຂ້ານ້ອຍ​ກໍ​ຫ້າງ​ແຮ້ວ​ຂອງ​ພວກເຂົາ,

ບັນດາ​ຜູ້​ທີ່​ຈະ​ເຮັດ​ຮ້າຍ​ຂ້ານ້ອຍ​ກໍ​ເວົ້າ​ເຖິງ​ແຕ່​ຄວາມ​ຈິບຫາຍ​ຂອງ​ຂ້ານ້ອຍ.

ພວກເຂົາ​ວາງ​ອຸບາຍ ແລະ ຕົວະ​ຕະຫລອດ​ທັງ​ວັນ.

ແຕ່​ຂ້ານ້ອຍ​ເປັນ​ເໝືອນ​ຄົນ​ຫູ​ໜວກ​ທີ່​ບໍ່​ສາມາດ​ໄດ້​ຍິນ,

ແລະ ເປັນ​ເໝືອນ​ຄົນ​ໃບ້​ທີ່​ເວົ້າ​ບໍ່​ໄດ້;

ຂ້ານ້ອຍ​ກາຍເປັນ​ເໝືອນ​ຄົນ​ທີ່​ບໍ່​ໄດ້​ຍິນ​ສິ່ງໃດ

ຜູ້​ທີ່​ບໍ່​ສາມາດ​ອ້າ​ປາກ​ໂຕ້​ຕອບ​ໄດ້.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຄອຍຖ້າ​ພຣະອົງ​ຢູ່

ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະອົງ​ຈະ​ຕອບ

ເພາະ​ຂ້ານ້ອຍ​ໄດ້​ເວົ້າ​ວ່າ: “ຂໍ​ຢ່າ​ໃຫ້​ພວກເຂົາ​ໂອ້ອວດ

ຫລື ຍົກ​ຕົວ​ຂຶ້ນ​ເໜືອ​ຂ້ານ້ອຍ​ເມື່ອ​ຕີນ​ຂອງ​ຂ້ານ້ອຍ​ພາດ​ໄປ”.

ເພາະ​ຂ້ານ້ອຍ​ກຳລັງ​ຈະ​ລົ້ມ​ລົງ

ແລະ ຄວາມ​ເຈັບປວດ​ກໍ​ຢູ່​ກັບ​ຂ້ານ້ອຍ​ສະເໝີ.

ຂ້ານ້ອຍ​ສາລະພາບ​ຄວາມ​ຊົ່ວຊ້າ​ຂອງ​ຂ້ານ້ອຍ

ຂ້ານ້ອຍ​ຮ້ອນ​ໃຈ​ໃນ​ຄວາມ​ບາບ​ຂອງ​ຕົນ.

ຫລາຍ​ຄົນ​ກາຍ​ເປັນ​ສັດຕູ​ຂອງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ;

ຄົນ​ທີ່​ກຽດຊັງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ​ກໍ​ມີ​ຈຳນວນ​ຫລາຍ.

ຄົນ​ທີ່​ຕອບແທນ​ຄວາມ​ດີ​ຂອງ​ຂ້ານ້ອຍ​ດ້ວຍ​ຄວາມ​ຊົ່ວ

ກໍ​ກ່າວ​ຫາ​ຂ້ານ້ອຍ

ເຖິງ​ວ່າ​ຂ້ານ້ອຍ​ພະຍາຍາມ​ຈະ​ເຮັດ​ຄວາມ​ດີ​ເທົ່າ​ນັ້ນ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ຢ່າ​ໄດ້​ປະຖິ້ມ​ຂ້ານ້ອຍ;

ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ ຂໍ​ຢ່າ​ຢູ່​ຫ່າງ​ໄກ​ຈາກ​ຂ້ານ້ອຍ.

ຂໍ​ໃຫ້​ຟ້າວ​ມາ​ຊ່ວຍ​ຂ້ານ້ອຍ​ດ້ວຍ,

ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.