Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 56

ເຖິງ​ຫົວໜ້າ​ນັກຮ້ອງ ທຳນອງ “ນົກເຂົາ​ຢູ່​ເທິງ​ຕົ້ນໂອກ” ມິກທາມ​ຂອງ​ດາວິດ ເມື່ອ​ຊາວ​ຟີລິດສະຕິນ​ຈັບ​ດາວິດ​ໃນ​ເມືອງ​ກາດ)

ຂ້າແດ່​ພຣະເຈົ້າ ຂໍ​ເມດຕາ​ຂ້ານ້ອຍ

ເພາະ​ສັດຕູ​ຂອງ​ຂ້ານ້ອຍ​ໄລ່ຕາມ​ມາ​ຢ່າງ​ຮ້ອນຮົນ;

ພວກເຂົາ​ບຸກ​ກະໜ່ຳ​ເຂົ້າ​ມາ​ໂຈມຕີ​ຕະຫລອດ​ທັງ​ວັນ.

ສັດຕູ​ຂອງ​ຂ້ານ້ອຍ​ໄດ້​ໄລ່​ຕາມ​ຂ້ານ້ອຍ​ຕະຫລອດ​ເວລາ;

ພວກເຂົາ​ໄດ້​ໂຈມຕີ​ຂ້ານ້ອຍ​ຢ່າງໜັກ.

ເມື່ອ​ຂ້ານ້ອຍ​ຢ້ານ ຂ້ານ້ອຍ​ຈະ​ໄວ້ວາງໃຈ​ໃນ​ພຣະອົງ.

ຢູ່​ໃນ​ພຣະເຈົ້າ ຜູ້​ທີ່​ຂ້ານ້ອຍ​ສັນລະເສີນ​ພຣະຄຳ

ໃນ​ພຣະເຈົ້າ​ທີ່​ຂ້ານ້ອຍ​ໄວ້​ວາງໃຈ ແລະ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ.

ມະນຸດ​ທີ່​ຕ້ອງ​ຕາຍ​ຈະ​ເຮັດ​ຫຍັງ​ໃຫ້​ຂ້ານ້ອຍ​ໄດ້?

ພວກເຂົາ​ບິດເບືອນ​ຄຳ​ເວົ້າ​ຂອງ​ຂ້ານ້ອຍ​ຕະຫລອດ​ເວລາ

ພວກເຂົາ​ຄິດ​ຫາ​ທາງ​ທຳຮ້າຍ​ຂ້ານ້ອຍ​ຢູ່​ສະເໝີ.

ພວກເຂົາ​ຮ່ວມ​ຫົວ​ກັນ ພວກເຂົາ​ຊຸ້ມ​ຢູ່,

ພວກເຂົາ​ຈັບ​ຕາ​ເບິ່ງ​ບາດກ້າວ​ຂອງ​ຂ້ານ້ອຍ,

ຫວັງ​ຈະ​ເອົາ​ຊີວິດ​ຂອງ​ຂ້ານ້ອຍ.

ເພາະ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ ຂໍ​ຢ່າ​ໄດ້​ປ່ອຍ​ໃຫ້​ພວກເຂົາ​ໜີ​ໄປ​ໄດ້;

ຂ້າແດ່​ພຣະເຈົ້າ ຂໍ​ນຳ​ຊົນຊາດ​ຕ່າງໆ​ລົງ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ.

ຂໍ​ບັນທຶກ​ຄຳ​ຄ່ຳຄວນ​ຂອງ​ຂ້ານ້ອຍ​ໄວ້

ຂໍ​ນັບ​ນ້ຳຕາ​ຂອງ​ຂ້ານ້ອຍ​ໄວ້​ໃນ​ໜັງສື​ມ້ວນ​ຂອງ​ພຣະອົງ1

ສິ່ງ​ເຫລົ່ານີ້​ຢູ່​ໃນ​ບັນທຶກ​ຂອງ​ພຣະອົງ​ແລ້ວ​ແມ່ນ​ບໍ?

ແລ້ວ​ສັດຕູ​ຂອງ​ຂ້ານ້ອຍ​ຈະ​ຫັນ​ກັບ​ໄປ

ເມື່ອ​ຂ້ານ້ອຍ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫລືອ.

ແລ້ວ​ຂ້ານ້ອຍ​ຈະ​ຮູ້​ວ່າ​ພຣະເຈົ້າ​ຢູ່​ຝ່າຍ​ຂ້ານ້ອຍ.

ໃນ​ພຣະເຈົ້າ ຜູ້​ທີ່​ຂ້ານ້ອຍ​ສັນລະເສີນ​ພຣະຄຳ

ໃນ​ພຣະເຈົ້າ​ຢາເວ ຜູ້​ທີ່​ຂ້ານ້ອຍ​ສັນລະເສີນ​ພຣະຄຳ

ໃນ​ພຣະເຈົ້າ ຂ້ານ້ອຍ​ໄວ້​ວາງໃຈ ແລະ ຂ້ານ້ອຍ​ຈະ​ບໍ່​ຢ້ານກົວ.

ມະນຸດ​ຈະ​ເຮັດ​ຫຍັງ​ໃຫ້​ຂ້ານ້ອຍ​ໄດ້?

ຂ້າແດ່​ພຣະເຈົ້າ ຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ກັບ​ພຣະອົງ;

ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງບູຊາ​ຂອບພຣະຄຸນ​ແດ່​ພຣະອົງ.

ເພາະ​ພຣະອົງ​ໄດ້​ກອບກູ້​ຂ້ານ້ອຍ2​ອອກ​ມາ​ຈາກ​ຄວາມ​ຕາຍ

ແລະ ໄດ້​ຊ່ວຍ​ກອບກູ້​ຕີນ​ຂອງ​ຂ້ານ້ອຍ​ອອກ​ມາ​ຈາກ​ການ​ສະດຸດ​ລົ້ມ,

ເພື່ອ​ວ່າ​ຂ້ານ້ອຍ​ຈະ​ດຳເນີນ​ຢູ່​ຕໍ່ໜ້າ​ພຣະເຈົ້າ

ໃນ​ຄວາມ​ສະຫວ່າງ​ຂອງ​ຊີວິດ.3

Source notes (3)
  1. Footnote ຫລື ເກັບ​ນ້ຳ​ຕາ​ຂອງ​ຂ້ານ້ອຍ​ໄວ້​ໃນ​ຖົງ​ເຫລົ້າອະງຸ່ນ​ຂອງ​ພຣະອົງ
  2. Footnote ຫລື ຈິດວິນຍານ​ຂອງ​ຂ້ານ້ອຍ
  3. Footnote ຫລື ໃນ​ດິນແດນ​ຂອງ​ຜູ້​ມີຊີວິດ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.