Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 57

(ພສສ 108:1-5)

(ເຖິງ​ຫົວໜ້າ​ນັກຮ້ອງ ທຳນອງ “ຢ່າ​ທຳລາຍ” ມິກທາມ​ຂອງ​ດາວິດ ເມື່ອ​ໜີ​ຈາກ​ໂຊນ​ເຂົ້າໄປ​ໃນ​ຖ້ຳ)

ຂ້າແດ່​ພຣະເຈົ້າ ຂໍ​ເມດຕາ​ຂ້ານ້ອຍ ຂໍ​ເມດຕາ​ຂ້ານ້ອຍ​ດ້ວຍ,

ເພາະ​ຂ້ານ້ອຍ​ໄດ້​ລີ້ໄພ​ຢູ່​ໃນ​ພຣະອົງ.

ຂ້ານ້ອຍ​ຈະ​ລີ້ໄພ​ຢູ່​ໃນ​ຮົ່ມ​ປີກ​ຂອງ​ພຣະອົງ

ຈົນ​ກວ່າ​ໄພພິບັດ​ນີ້​ຈະ​ຜ່ານ​ພົ້ນ​ໄປ.

ຂ້ານ້ອຍ​ຮ້ອງ​ຕໍ່​ພຣະເຈົ້າ​ອົງ​ສູງສຸດ

ຕໍ່​ພຣະເຈົ້າ ຜູ້​ເຮັດ​ໃຫ້​ຄວາມ​ປະສົງ​ຂອງ​ພຣະອົງ​ສຳເລັດ​ເພື່ອ​ຂ້ານ້ອຍ.

ພຣະອົງ​ໄດ້​ສົ່ງ​ຄວາມ​ຊ່ວຍເຫລືອ​ຈາກ​ຟ້າ​ສະຫວັນ​ມາ ແລະ ຊ່ວຍ​ຂ້ານ້ອຍ,

ພຣະອົງ​ປາບ​ຜູ້​ທີ່​ໄລ່ຕາມ​ຂ້ານ້ອຍ​ຢ່າງ​ດຸເດືອດ

ພຣະເຈົ້າ​ສົ່ງ​ຄວາມ​ຮັກ​ໝັ້ນຄົງ ແລະ ຄວາມ​ສັດຊື່​ຂອງ​ພຣະອົງ​ລົງ​ມາ.

ຂ້ານ້ອຍ​ຢູ່​ກາງ​ວົງ​ລ້ອມ​ຂອງ​ສິງ​ທັງຫລາຍ;

ຂ້ານ້ອຍ​ນອນ​ຢູ່​ໃນ​ທ່າມກາງ​ສັດ​ຮ້າຍ​ທີ່​ຫິວ​ເຫຍື່ອ

ຄື​ບັນດາ​ຄົນ​ທີ່​ມີ​ແຂ້ວ​ເປັນ​ຫອກ ແລະ ລູກທະນູ,

ບັນດາ​ຄົນ​ທີ່​ມີ​ລິ້ນ​ເປັນ​ດາບ​ຄົມ.

ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ພຣະອົງ​ເປັນ​ທີ່​ຍົກຍ້ອງ​ເໜືອ​ຟ້າ​ສະຫວັນ;

ຂໍ​ໃຫ້​ສະຫງ່າລາສີ​ຂອງ​ພຣະອົງ​ປົກ​ຄຸມ​ໄປ​ທົ່ວ​ໂລກ.

ພວກເຂົາ​ກາງ​ຕາໜ່າງ​ເພື່ອ​ຈັບ​ຕີນ​ຂອງ​ຂ້ານ້ອຍ

ຂ້ານ້ອຍ​ໝອບ​ລົງ​ດ້ວຍ​ຄວາມ​ທຸກໃຈ.

ພວກເຂົາ​ຂຸດ​ຂຸມ​ດັກ​ຕາມ​ທາງ​ຂອງ​ຂ້ານ້ອຍ

ແຕ່​ແມ່ນ​ພວກເຂົາ​ເອງ​ທີ່​ຕົກ​ລົງ​ໄປ​ໃນ​ຂຸມ​ນັ້ນ.

ຂ້າແດ່​ພຣະເຈົ້າ ຈິດໃຈ​ຂອງ​ຂ້ານ້ອຍ​ນັ້ນ​ໝັ້ນຄົງ

ຈິດໃຈ​ຂອງ​ຂ້ານ້ອຍ​ໝັ້ນຄົງ;

ຂ້ານ້ອຍ​ຈະ​ຮ້ອງ​ເພງ ແລະ ຫລິ້ນ​ດົນຕີ.

ຈິດ​ວິນຍານ​ຂອງ​ຂ້ານ້ອຍ ຈົ່ງ​ຕື່ນ​ຂຶ້ນ!

ພິນ​ໃຫຍ່ ແລະ ພິນ​ເຂົາ​ຄູ່ ຈົ່ງ​ບັນ​ເລງ!

ຂ້ານ້ອຍ​ຈະ​ປຸກ​ອາລຸນ​ວັນ​ໃໝ່.

ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊາດ​ທັງຫລາຍ;

ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ພຣະອົງ​ທ່າມກາງ​ປະຊາຊົນ​ທັງຫລາຍ.

ເພາະ​ຄວາມ​ຮັກ​ຂອງ​ພຣະອົງ​ຍິ່ງໃຫຍ່​ຈຸ​ເຖິງ​ຟ້າ​ສະຫວັນ;

ຄວາມ​ສັດຊື່​ຂອງ​ພຣະອົງ​ຈຸ​ເຖິງ​ທ້ອງຟ້າ.

ຂ້າແດ່​ພຣະເຈົ້າ ຂໍ​ໃຫ້​ພຣະອົງ​ເປັນ​ທີ່​ຍົກຍ້ອງ​ເໜືອ​ຟ້າ​ສະຫວັນ

ຂໍ​ໃຫ້​ສະຫງ່າລາສີ​ຂອງ​ພຣະອົງ​ປົກ​ຄຸມ​ໄປ​ທົ່ວ​ໂລກ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.