Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 58

(ເຖິງ​ຫົວໜ້າ​ນັກຮ້ອງ ທຳນອງ “ຢ່າ​ທຳລາຍ” ມິກທາມ​ຂອງ​ດາວິດ)

ພວກເຈົ້າ​ຜູ້​ເປັນ​ນັກ​ປົກຄອງ​ເວົ້າ​ຢ່າງ​ຍຸຕິທຳ​ແທ້​ບໍ?

ພວກເຈົ້າ​ຕັດສິນ​ດ້ວຍ​ຄວາມ​ສະເໝີພາບ​ບໍ?

ບໍ່​ເປັນ​ເຊັ່ນ​ນັ້ນ, ໃຈ​ຂອງ​ພວກເຈົ້າ​ຄິດ​ການ​ອັນ​ບໍ່​ຍຸຕິທຳ

ມື​ຂອງ​ພວກເຈົ້າ​ແຈກ​ຈ່າຍ​ຄວາມ​ຮຸນແຮງ​ຢູ່​ເທິງ​ແຜ່ນດິນ​ໂລກ.

ຕັ້ງ​ແຕ່​ເກີດ​ມາ ຄົນ​ຊົ່ວ​ກໍ​ຫລົງທາງ

ຕັ້ງ​ແຕ່​ອອກ​ມາ​ຈາກ​ມົດລູກ ພວກເຂົາ​ກໍ​ເອົາ​ແຕ່​ໃຈ, ເວົ້າ​ຕົວະ.

ພິດ​ຂອງ​ພວກເຂົາ​ເໝືອນ​ກັບ​ພິດ​ຂອງ​ງູ,

ເໝືອນ​ກັບ​ງູເຫົ່າ​ທີ່​ອັດຫູ​ໄວ້,

ບໍ່​ຍອມ​ຟັງ​ສຽງ​ສະກົດ​ຈາກ​ໝໍງູ,

ບໍ່​ວ່າ​ໝໍງູ​ຈະ​ເກັ່ງ​ເທົ່າໃດ​ກໍ​ຕາມ.

ຂ້າແດ່​ພຣະເຈົ້າ ຂໍ​ພຣະອົງ​ຫັກ​ແຂ້ວ​ໃນ​ປາກ​ຂອງ​ພວກເຂົາ,

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ພຣະອົງ​ຫັກ​ແຂ້ວ​ຂອງ​ບັນດາ​ສິງ​ດ້ວຍ!

ຂໍ​ໃຫ້​ພວກເຂົາ​ລະລາຍ​ໄປ​ດັ່ງ​ນ້ຳ​ທີ່​ໄຫລ​ຜ່ານ​ໄປ

ເມື່ອ​ພວກເຂົາ​ເນັ່ງ​ຄັນ​ທະນູ ຂໍ​ໃຫ້​ລູກທະນູ​ຂອງ​ພວກເຂົາ​ຕົກ​ໄປ.

ຂໍ​ໃຫ້​ພວກເຂົາ​ເປັນ​ເໝືອນ​ທາກ​ທີ່​ລະລາຍ​ໄປ​ຂະນະ​ທີ່​ມັນ​ຄືບ​ຄານ​ໄປ​ມາ,

ຄື​ກັບ​ເດັກນ້ອຍ​ທີ່​ຫລຸ​ອອກ​ມາ​ທີ່​ບໍ່​ໄດ້​ເຫັນ​ຕາເວັນ.

ກ່ອນ​ທີ່​ໝໍ້​ຂອງ​ເຈົ້າ​ຈະ​ຮ້ອນ​ໄຟ​ຈາກ​ໄມ້​ໜາມ ບໍ່​ວ່າ​ໄມ້​ສົດ ຫລື ແຫ້ງ

ຄົນ​ຊົ່ວຮ້າຍ​ຈະ​ຖືກ​ກວາດລ້າງ​ໄປ​ຢ່າງ​ໄວ.1

ຄົນ​ຊອບທຳ​ຈະ​ຍິນດີ ເມື່ອ​ພຣະເຈົ້າ​ໄດ້​ແກ້​ແຄ້ນ​ແທນ​ພວກເຂົາ,

ເມື່ອ​ພວກເຂົາ​ເອົາ​ເລືອດ​ຂອງ​ຄົນ​ຊົ່ວ​ມາ​ລ້າງ​ຕີນ​ຂອງ​ຕົນ.

ແລ້ວ​ຄົນ​ທັງຫລາຍ​ກໍ​ຈະ​ເວົ້າ​ວ່າ:

“ແນ່ນອນ​ແລ້ວ ຄົນ​ຊອບທຳ​ຈະ​ຍັງ​ໄດ້​ຮັບ​ບຳເໜັດ;

ແນ່ນອນ​ແລ້ວ ມີ​ພຣະເຈົ້າ​ຜູ້​ພິພາກສາ​ໂລກ”.

Source notes (1)
  1. Footnote ໃນ​ພາສາ​ເຮັບເຣີ​ຂໍ້​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.