Biblica® Open Lao Contemporary Version
ເພງສັນລະເສີນ 59
(ເຖິງຫົວໜ້ານັກຮ້ອງ ທຳນອງ “ຢ່າທຳລາຍ” ມິກທາມຂອງດາວິດ ເມື່ອໂຊນສົ່ງຄົນມາເຝົ້າເບິ່ງດາວິດຢູ່ທີ່ບ້ານເພື່ອຫວັງຈະຂ້າດາວິດ)
ຂ້າແດ່ພຣະເຈົ້າ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກສັດຕູຂອງຂ້ານ້ອຍ;
ຂໍປົກປ້ອງຂ້ານ້ອຍໃຫ້ພົ້ນຈາກບັນດາຜູ້ທີ່ລຸກຂຶ້ນມາຕໍ່ສູ້ຂ້ານ້ອຍ.
ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກບັນດາຄົນທີ່ເຮັດຊົ່ວ.
ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກບັນດາຄົນທີ່ກະຫາຍເລືອດ
ຂ້າແດ່ພຣະເຈົ້າຢາເວ ເບິ່ງແມ ພວກເຂົາດັກລໍຖ້າຂ້ານ້ອຍ!
ຄົນໂຫດຮ້າຍພາກັນຄິດຫາທາງທຳຮ້າຍຂ້ານ້ອຍ
ທັງທີ່ຂ້ານ້ອຍບໍ່ໄດ້ເຮັດຜິດ ຫລື ເຮັດບາບອັນໃດ.
ຂ້ານ້ອຍບໍ່ໄດ້ເຮັດຫຍັງຜິດ ແຕ່ພວກເຂົາກໍພ້ອມຈະທຳຮ້າຍຂ້ານ້ອຍ.
ຂໍພຣະອົງລຸກຂຶ້ນເພື່ອຊ່ວຍຂ້ານ້ອຍດ້ວຍ, ຂໍພຣະອົງເບິ່ງສະພາບຂອງຂ້ານ້ອຍດ້ວຍ!
ຂ້າແດ່ພຣະເຈົ້າຢາເວ ຜູ້ມີລິດອຳນາດຍິ່ງໃຫຍ່
ພຣະອົງເປັນພຣະເຈົ້າແຫ່ງອິດສະຣາເອນ,
ຂໍພຣະອົງລຸກຂຶ້ນລົງໂທດຊົນຊາດທັງຫລາຍ;
ຂໍຢ່າໄດ້ເມດຕາບັນດາຄົນທໍລະຍົດທີ່ຊົ່ວຮ້າຍເຫລົ່ານັ້ນ.
ພວກເຂົາກັບມາໃນເວລາຕອນແລງ
ເຫົ່າຫອນຄືກັບໝາ
ແລະ ຜ່ານໄປມາທົ່ວເມືອງ.
ເບິ່ງສິ່ງທີ່ພວກເຂົາພົ່ນອອກມາຈາກປາກຂອງຕົນ
ຄຳເວົ້າທີ່ອອກມາຈາກຮີບສົບຂອງພວກເຂົາແມ່ນຄົມດັ່ງດາບ,
ແລະ ພວກເຂົາຄິດວ່າ “ຜູ້ໃດຈະໄດ້ຍິນພວກເຮົາ?”
ຂ້າແດ່ພຣະເຈົ້າຢາເວ ແຕ່ພຣະອົງໄດ້ຫົວຂັວນໃສ່ພວກເຂົາ,
ພຣະອົງເຢາະເຢີ້ຍບັນດາຊົນຊາດເຫລົ່ານັ້ນ.
ພຣະອົງເປັນກຳລັງຂອງຂ້ານ້ອຍ ຂ້ານ້ອຍເຝົ້າລໍຖ້າພຣະອົງຢູ່.
ຂ້າແດ່ພຣະເຈົ້າ ພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ,
ເປັນພຣະເຈົ້າຂອງຂ້ານ້ອຍຜູ້ທີ່ຂ້ານ້ອຍສາມາດເພິ່ງພາໄດ້.
ພຣະເຈົ້າຈະນຳໜ້າຂ້ານ້ອຍໄປ
ແລະ ພຣະອົງຈະໃຫ້ຂ້ານ້ອຍຍິ້ມເຢາະເຢີ້ຍບັນດາຜູ້ທີ່ໃສ່ຮ້າຍຂ້ານ້ອຍ.
ແຕ່ຂໍຢ່າຂ້າພວກເຂົາ, ຂ້າແດ່ອົງພຣະຜູ້ເປັນເຈົ້າ ຜູ້ເປັນໂລ່1ກຳລັງຂອງພວກຂ້ານ້ອຍທັງຫລາຍ.
ເພາະບໍ່ດົນຄົນຂອງຂ້ານ້ອຍກໍຈະລືມ.
ແຕ່ພຣະອົງອາດຈະຖອນຮາກຂອງພວກເຂົາ
ແລະ ແລະ ໂຄ່ນລົ້ມພວກເຂົາລົງ.
ເພາະບາບທີ່ເກີດຈາກປາກຂອງພວກເຂົາ
ແລະ ເພາະຄຳເວົ້າທີ່ມາຈາກຮີບສົບຂອງພວກເຂົາ,
ຂໍໃຫ້ພວກເຂົາຈົມຢູ່ໃນຄວາມຈອງຫອງຂອງພວກເຂົາ.
ເພາະຄຳສາບແຊ່ງ ແລະ ຄຳຕົວະທີ່ພວກເຂົາເປັ່ງອອກມາ,
ຂໍພຣະອົງທຳລາຍລ້າງພວກເຂົາດ້ວຍຄວາມໂກດຮ້າຍຂອງພຣະອົງ
ທຳລາຍລ້າງພວກເຂົາໃຫ້ພວກເຂົາໝົດສິ້ນໄປ.
ແລ້ວກໍຈະໄດ້ເປັນທີ່ຮູ້ຈັກໄປຈົນເຖິງສຸດປາຍແຜ່ນດິນໂລກ
ວ່າພຣະເຈົ້າຄອບຄອງຢູ່ເໜືອຢາໂຄບ.
ພວກເຂົາກັບມາໃນເວລາຕອນແລງ
ເຫົ່າຫອນຄືກັບໝາ,
ແລະ ຜ່ານໄປມາທົ່ວເມືອງ.
ພວກເຂົາວົນວຽນຫາອາຫານ
ແລະ ບໍ່ໄດ້ດັ່ງໃຈກໍສົ່ງສຽງຫອນ.
ແຕ່ຂ້ານ້ອຍຈະຮ້ອງເຖິງກຳລັງຂອງພຣະອົງ
ໃນຕອນເຊົ້າ ຂ້ານ້ອຍຈະຮ້ອງເຖິງຄວາມຮັກໝັ້ນຄົງຂອງພຣະອົງ;
ເພາະພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ,
ເປັນບ່ອນລີ້ໄພຂອງຂ້ານ້ອຍໃນຍາມເດືອດຮ້ອນ.
ພຣະອົງເປັນກຳລັງຂອງຂ້ານ້ອຍ ຂ້ານ້ອຍຮ້ອງເພງສັນລະເສີນພຣະອົງ;
ຂ້າແດ່ພຣະເຈົ້າ ພຣະອົງເປັນປ້ອມປ້ອງກັນຂອງຂ້ານ້ອຍ,
ເປັນພຣະເຈົ້າຂອງຂ້ານ້ອຍຜູ້ທີ່ຂ້ານ້ອຍສາມາດເພິ່ງພາໄດ້.
Source notes (1)
- Footnote ຫລື ຜູ້ຄອບຄອງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.