Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 60

(ພສສ 108:6-13)

(ເຖິງ​ຫົວໜ້າ​ນັກຮ້ອງ ທຳນອງ “ລີລາ​ແຫ່ງ​ຄຳໝັ້ນສັນຍາ”. ມິກທາມ​ຂອງ​ດາວິດ. ເພື່ອ​ສອນ. ເມື່ອ​ດາວິດ​ສູ້​ກັບ​ອາຣາມ ນາຮະຣາອິມ​ກັບ​ອາຣາມ ໂຊບາ ແລະ ເມື່ອ​ໂຢອາບ​ຂ້າ​ຊາວ​ເອໂດມ​ຈຳນວນ 12.000 ຄົນ ຢູ່​ທີ່​ຮ່ອມພູ​ເກືອ)

ຂ້າແດ່​ພຣະເຈົ້າ ພຣະອົງ​ໄດ້​ປະຕິເສດ​ພວກຂ້ານ້ອຍ ແລະ ລະເບີດ​ທີ່​ໝັ້ນ​ຂອງ​ພວກຂ້ານ້ອຍ;

ພຣະອົງ​ໄດ້​ໃຈຮ້າຍ ບັດນີ້ ຂໍ​ໂຜດ​ເຮັດ​ໃຫ້​ພວກຂ້ານ້ອຍ​ໄດ້​ກັບ​ຄືນ​ສູ່​ສະພາບ​ດີ!

ພຣະອົງ​ໄດ້​ສັ່ນ​ແຜ່ນດິນ ແລະ ເຮັດ​ໃຫ້​ແຍກ​ອອກ;

ຂໍ​ພຣະອົງ​ປະສານ​ຮອຍ​ແຕກ ເພາະ​ຂະນະ​ນີ້​ແຜ່ນດິນ​ກຳລັງ​ສັ່ນສະເທືອນ.

ພຣະອົງ​ໄດ້​ໃຫ້​ປະຊາຊົນ​ຂອງ​ພຣະອົງ​ປະເຊີນ​ກັບ​ຊ່ວງ​ເວລາ​ແຫ່ງ​ຄວາມ​ໝົດ​ຫວັງ,

ພຣະອົງ​ໄດ້​ໃຫ້​ເຫລົ້າອະງຸ່ນ​ທີ່​ເຮັດ​ໃຫ້​ພວກຂ້ານ້ອຍ​ຍ່າງ​ເຊ​ເໝືອນ​ກັບ​ຄົນ​ທີ່​ເມົາ​ເຫລົ້າ.

ແຕ່​ສຳລັບ​ຜູ້​ທີ່​ຢຳເກງ​ພຣະອົງ​ນັ້ນ ພຣະອົງ​ໄດ້​ຍົກ​ທຸງ​ຂຶ້ນ

ກາງ​ອອກ​ຕ້ານ​ທະນູ.

ຂໍ​ຊ່ວຍ​ກອບກູ້​ພວກຂ້ານ້ອຍ​ດ້ວຍ​ມື​ຂວາ​ຂອງ​ພຣະອົງ

ເພື່ອ​ບັນດາ​ຜູ້​ທີ່​ພຣະອົງ​ຮັກ​ຈະ​ຫລຸດພົ້ນ.

ພຣະເຈົ້າ​ໄດ້​ກ່າວ​ຈາກ​ບ່ອນ​ນະມັດສະການ​ຂອງ​ພຣະອົງ​ວ່າ:

“ໃນ​ໄຊຊະນະ ເຮົາ​ຈະ​ແບ່ງ​ຊີເຄມ

ແລະ ກຳນົດ​ເຂດ​ຮ່ອມພູ​ຊຸກໂກດ.

ກີເລອາດ​ເປັນ​ຂອງ​ເຮົາ ແລະ ມານາເຊ​ກໍ​ເປັນ​ຂອງ​ເຮົາ

ເອຟຣາອິມ​ຄື​ໝວກ​ເກາະ​ຂອງ​ເຮົາ,

ຢູດາ​ຄື​ໄມ້​ຄາທາ​ຂອງ​ເຮົາ.

ໂມອາບ​ເປັນ​ອ່າງ​ຊຳລະ​ຂອງ​ເຮົາ,

ເຮົາ​ໂຍນ​ເກີບ​ຂອງ​ເຮົາ​ລົງ​ເທິງ​ເອໂດມ

ແລະ ເຮົາ​ຈະ​ໂຫ່​ຮ້ອງ​ດ້ວຍ​ຄວາມ​ມີ​ໄຊ​ເໜືອ​ຟີລິດສະຕິນ”.

ຜູ້ໃດ​ຈະ​ພາ​ຂ້ານ້ອຍ​ໄປ​ຍັງ​ເມືອງ​ປ້ອມ​ປ້ອງກັນ?

ຜູ້ໃດ​ຈະ​ນຳ​ຂ້ານ້ອຍ​ໄປ​ຍັງ​ເອໂດມ?

ພຣະອົງ​ບໍ່​ແມ່ນ​ບໍ, ຂ້າແດ່​ພຣະເຈົ້າ ບັດນີ້​ພຣະອົງ​ຜູ້​ໄດ້​ປະຕິເສດ​ພວກຂ້ານ້ອຍ.

ແລະ ບໍ່​ຮ່ວມ​ທັບ​ກັບ​ພວກຂ້ານ້ອຍ​ອີກ​ຕໍ່ໄປ?

ຂໍ​ຊ່ວຍ​ພວກຂ້ານ້ອຍ​ຕໍ່ສູ້​ສັດຕູ

ເພາະ​ຄວາມ​ຊ່ວຍເຫລືອ​ຂອງ​ມະນຸດ​ນັ້ນ​ໄຮ້​ຄ່າ

ໂດຍ​ພຣະເຈົ້າ​ພວກເຮົາ​ຈະ​ໄດ້​ຮັບ​ໄຊຊະນະ

ພຣະອົງ​ຈະ​ຢຽບ​ສັດຕູ​ທັງຫລາຍ​ຂອງ​ພວກເຮົາ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.