Biblica® Open Lao Contemporary Version
ເພງສັນລະເສີນ 61
(ເຖິງຫົວໜ້ານັກຮ້ອງ ບັນເລງເຄື່ອງດົນຕີປະເພດສາຍຂອງດາວິດ)
ຂ້າແດ່ພຣະເຈົ້າ ຂໍໂຜດຮັບຟັງສຽງຮ້ອງຂໍຂອງຂ້ານ້ອຍ
ຂໍຮັບຟັງຄຳອະທິຖານຂອງຂ້ານ້ອຍດ້ວຍ.
ຂ້ານ້ອຍຮ້ອງຫາພຣະອົງຈາກສຸດປາຍແຜ່ນດິນໂລກ
ຂ້ານ້ອຍຮ້ອງຫາເມື່ອໃຈຂອງຂ້ານ້ອຍອ່ອນເພຍ
ຂໍນຳຂ້ານ້ອຍມາຍັງສີລາທີ່ສູງກວ່າຂ້ານ້ອຍ.
ເພາະພຣະອົງເປັນບ່ອນລີ້ໄພຂອງຂ້ານ້ອຍ
ເປັນຫໍຄອຍຖ້າທີ່ໝັ້ນຄົງຕໍ່ຕ້ານສັດຕູ.
ຂ້ານ້ອຍປາຖະໜາຈະອາໄສຢູ່ໃນຫໍເຕັນຂອງພຣະອົງຕະຫລອດໄປ
ຂໍລີ້ໄພຢູ່ໃຕ້ຮົ່ມປີກຂອງພຣະອົງ.
ຂ້າແດ່ພຣະເຈົ້າ ເພາະພຣະອົງໄດ້ຍິນຄຳປະຕິຍານຂອງຂ້ານ້ອຍແລ້ວ,
ພຣະອົງໄດ້ໃຫ້ມໍລະດົກສຳລັບບັນດາຜູ້ທີ່ຢຳເກງນາມຂອງພຣະອົງໃຫ້ແກ່ຂ້ານ້ອຍ.
ຂໍເພີ່ມເຕີມອາຍຸຂອງກະສັດ
ໃຫ້ກະສັດມີອາຍຸຍາວໄປຫລາຍຊົ່ວອາຍຸ.
ເພື່ອກະສັດຈະຄອງບັນລັງຕໍ່ໜ້າພຣະເຈົ້າຕະຫລອດໄປ;
ຂໍໃຫ້ຄວາມຮັກໝັ້ນຄົງ ແລະ ຄວາມສັດຊື່ຂອງພຣະອົງປົກປ້ອງກະສັດໄວ້.
ແລ້ວຂ້ານ້ອຍຈະສັນລະເສີນນາມຂອງພຣະອົງຕະຫລອດໄປ
ແລະ ເຮັດຕາມຄຳປະຕິຍານຂອງຕົນທຸກວັນ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.