Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 62

(ເຖິງ​ຫົວໜ້າ​ນັກຮ້ອງ ເຖິງ​ເຢດູທູນ ບົດ​ເພງສັນລະເສີນ​ຂອງ​ດາວິດ)

ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ພັກ​ສະຫງົບ​ໃນ​ພຣະເຈົ້າ​ແຕ່​ຜູ້​ດຽວ

ຄວາມພົ້ນ​ຂອງ​ຂ້ານ້ອຍ​ມາ​ຈາກ​ພຣະອົງ.

ພຣະອົງ​ແຕ່​ພຽງ​ຜູ້​ດຽວ​ເປັນ​ສີລາ​ຂອງ​ຂ້ານ້ອຍ ແລະ ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ

ພຣະອົງ​ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ມີ​ວັນ​ຫວັ່ນໄຫວ.

ພວກເຈົ້າ​ຈະ​ທຳຮ້າຍ​ຄົນ​ໜຶ່ງ​ຄົນ​ດຽວ​ໄປ​ອີກ​ດົນ​ປານ​ໃດ?

ພວກເຈົ້າ​ທັງໝົດ​ຈະ​ໂຄ່ນ​ລົ້ມ​ລາວ

ຜູ້​ເປັນ​ເໝືອນ​ກຳແພງ​ເນີ້ງ ແລະ ຮົ້ວ​ທີ່​ຄອນ​ນີ້​ບໍ?

ພວກເຂົາ​ຕັ້ງ​ໃຈ​ປົດ​ລາວ​ລົງ

ຈາກ​ຕຳແໜ່ງ​ສູງ;

ພວກເຂົາ​ຍິນດີ​ໃນ​ການ​ຕົວະ.

ປາກ​ຂອງ​ພວກເຂົາ​ກ່າວ​ອວຍພອນ

ແຕ່​ໃນ​ໃຈ​ຂອງ​ພວກເຂົາ​ນັ້ນ ພວກເຂົາ​ສາບແຊ່ງ.

ຈິດ​ວິນຍານ​ຂອງ​ຂ້ານ້ອຍ, ຈົ່ງ​ພັກ​ສະຫງົບ​ໃນ​ພຣະເຈົ້າ​ແຕ່​ຜູ້​ດຽວ

ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ແມ່ນ​ມາ​ຈາກ​ພຣະອົງ.

ພຣະອົງ​ແຕ່​ພຽງ​ຜູ້​ດຽວ​ທີ່​ເປັນ​ສີລາ​ຂອງ​ຂ້ານ້ອຍ ແລະ ເປັນ​ຄວາມພົ້ນ​ຂອງ​ຂ້ານ້ອຍ;

ພຣະອົງ​ເປັນ​ປ້ອມ​ປ້ອງກັນ​ຂອງ​ຂ້ານ້ອຍ ຂ້ານ້ອຍ​ຈະ​ບໍ່​ຫວັ່ນໄຫວ.

ຄວາມພົ້ນ​ຂອງ​ຂ້ານ້ອຍ ແລະ ກຽດ​ຂອງ​ຂ້ານ້ອຍ​ກໍ​ຢູ່​ທີ່​ພຣະເຈົ້າ;1

ພຣະອົງ​ເປັນ​ສີລາ​ອັນ​ມີ​ລິດ​ຂອງ​ຂ້ານ້ອຍ, ເປັນ​ທີ່​ລີ້ໄພ​ຂອງ​ຂ້ານ້ອຍ.

ປະຊາຊົນ​ທັງຫລາຍ ຈົ່ງ​ໄວ້​ວາງໃຈ​ໃນ​ພຣະອົງ​ຕະຫລອດ​ເວລາ;

ຈົ່ງ​ເທ​ຄວາມ​ໃນ​ໃຈ​ຂອງ​ພວກເຈົ້າ​ອອກ​ຕໍ່​ພຣະອົງ,

ເພາະ​ພຣະເຈົ້າ​ເປັນ​ທີ່​ລີ້ໄພ​ຂອງ​ພວກເຮົາ.

ຄົນ​ຜູ້​ຕ່ຳ​ຕ້ອຍ​ເປັນ​ພຽງ​ລົມ​ຫາຍໃຈ​ບາດ​ໜຶ່ງ

ຄົນ​ຜູ້​ສູງສັກ​ກໍ​ເປັນ​ພຽງ​ຄຳ​ຕົວະ.

ເມື່ອ​ຂຶ້ນ​ຊັ່ງ​ເບິ່ງ​ນ້ຳໜັກ ພວກເຂົາ​ກໍ​ບໍ່​ມີ​ຄ່າ​ອັນໃດ

ທັງ​ສອງ​ເປັນ​ພຽງ​ແຕ່​ລົມ​ຫາຍໃຈ​ບາດ​ດຽວ.

ຢ່າ​ເພິ່ງ​ພາ​ການ​ບັງຄັບ​ຂູ່ເຂັນ

ຢ່າ​ພາກ​ພູມໃຈ​ໃນ​ຂອງ​ທີ່​ລັກ​ມາ

ເຖິງ​ແມ່ນ​ວ່າ​ຊັບສົມບັດ​ຂອງ​ພວກເຈົ້າ​ມີ​ເພີ່ມ​ຂຶ້ນ

ກໍ​ຢ່າ​ປັກ​ໃຈ​ຢູ່​ກັບ​ສິ່ງ​ເຫລົ່ານັ້ນ.

ສິ່ງ​ໜຶ່ງ​ທີ່​ພຣະເຈົ້າ​ໄດ້​ກ່າວ​ແລ້ວ,

ສອງ​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ຍິນ

ຄື “ຂ້າແດ່​ພຣະເຈົ້າ ອຳນາດ​ເປັນ​ຂອງ​ພຣະອົງ

ແລະ ຂ້າແດ່​ອົງພຣະຜູ້ເປັນເຈົ້າ ຄວາມ​ຮັກ​ອັນ​ໝັ້ນຄົງ​ນັ້ນ​ແມ່ນ​ມີ​ຢູ່​ໃນ​ພຣະອົງ”

ແລະ “ພຣະອົງ​ໄດ້​ໃຫ້​ລາງວັນ​ທຸກຄົນ

ຕາມ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ”.

Source notes (1)
  1. Footnote ຫລື ພຣະເຈົ້າ​ສູງສຸດ​ເປັນ​ຄວາມພົ້ນ ແລະ ກຽດ​ຂອງ​ຂ້ານ້ອຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.