Biblica® Open Lao Contemporary Version
ເພງສັນລະເສີນ 63
(ບົດເພງສັນລະເສີນຂອງດາວິດ ເມື່ອຢູ່ໃນຖິ່ນແຫ້ງແລ້ງກັນດານຢູດາ)
ຂ້າແດ່ພຣະເຈົ້າ ພຣະອົງເປັນພຣະເຈົ້າຂອງຂ້ານ້ອຍ,
ຂ້ານ້ອຍສະແຫວງຫາພຣະອົງຢ່າງຈິງຈັງ;
ຂ້ານ້ອຍກະຫາຍຫາພຣະອົງ,
ຮ່າງກາຍຂອງຂ້ານ້ອຍກໍກະຫາຍຫາພຣະອົງ
ໃນດິນແດນທີ່ແຫ້ງແລ້ງ ແລະ ກັນດານ
ບ່ອນທີ່ບໍ່ມີນ້ຳ.
ຂ້ານ້ອຍເຄີຍເຫັນພຣະອົງໃນບ່ອນນະມັດສະການ
ແລະ ໄດ້ເຫັນລິດອຳນາດຂອງພຣະອົງ ແລະ ສະຫງ່າລາສີຂອງພຣະອົງ.
ເພາະຄວາມຮັກຂອງພຣະອົງນັ້ນດີຍິ່ງກວ່າຊີວິດ,
ຮີມສົບຂອງຂ້ານ້ອຍຈະຍົກຍ້ອງເທີດທູນພຣະອົງ.
ຕາບໃດທີ່ຂ້ານ້ອຍມີຊີວິດຢູ່ ຂ້ານ້ອຍຈະສັນລະເສີນພຣະອົງ,
ແລະ ຈະຊູມືຂຶ້ນໃນນາມຂອງພຣະອົງ.
ຈິດວິນຍານຂອງຂ້ານ້ອຍຈະອິ່ມເຕັມເໝືອນກັບໄດ້ຮັບອາຫານຊັ້ນຢ້ຽມ;
ປາກຂອງຂ້ານ້ອຍຈະສັນລະເສີນພຣະອົງດ້ວຍຮີມສົບທີ່ຮ້ອງເພງ.
ຂະນະຢູ່ເທິງບ່ອນນອນຂອງຂ້ານ້ອຍ ຂ້ານ້ອຍກໍລະນຶກເຖິງພຣະອົງ;
ຂ້ານ້ອຍຄິດເຖິງພຣະອົງຕະຫລອດຄືນ.
ເພາະພຣະອົງເປັນຜູ້ຊ່ວຍເຫລືອຂອງຂ້ານ້ອຍ
ຂ້ານ້ອຍຈຶ່ງຮ້ອງເພງຢູ່ໃນຮົ່ມປີກຂອງພຣະອົງ.
ຈິດວິນຍານຂ້ານ້ອຍຢຶດໝັ້ນໃນພຣະອົງ
ມືຂວາຂອງພຣະອົງໄດ້ຄ້ຳຊູຂ້ານ້ອຍໄວ້.
ບັນດາຜູ້ທີ່ຄິດເອົາຊີວິດຂອງຂ້ານ້ອຍກໍຈະຖືກທຳລາຍ;
ພວກເຂົາຈະຈົມດິ່ງລົງໄປຍັງບ່ອນເລິກຂອງແຜ່ນດິນໂລກ.
ພວກເຂົາຈະຖືກຂ້າດ້ວຍດາບ
ແລະ ຕົກເປັນອາຫານຂອງໝາປ່າ.
ແຕ່ກະສັດຈະຊື່ນຊົມຍິນດີໃນພຣະເຈົ້າ
ຄົນທັງປວງທີ່ປະຕິຍານໂດຍນາມພຣະເຈົ້າກໍຈະສັນລະເສີນພຣະອົງ,
ສ່ວນຄົນຕົວະນັ້ນກໍຈະປິດປາກງຽບ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.