Biblica® Open Lao Contemporary Version
ເພງສັນລະເສີນ 64
(ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ)
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດຟັງຄຳຮ້ອງທຸກຂອງຂ້ານ້ອຍ;
ຂໍປົກປ້ອງຊີວິດຂ້ານ້ອຍໃຫ້ພົ້ນຈາກການຄຸກຄາມຂອງບັນດາສັດຕູ.
ຂໍເຊື່ອງຂ້ານ້ອຍໃຫ້ພົ້ນຈາກການສົມຮູ້ຮ່ວມຄິດຂອງຄົນຊົ່ວ,
ໃຫ້ພົ້ນຈາກອຸບາຍຂອງຄົນຊົ່ວທັງຫລາຍ.
ພວກເຂົາຝົນລີ້ນຂອງຕົນເໝືອນກັບຝົນດາບ
ແລະ ພົ່ນຄຳເວົ້າເໝືອນດັ່ງຍິງທະນູທີ່ອາບຢາພິດ.
ພວກເຂົາຍິງໃສ່ຜູ້ບໍລິສຸດຈາກບ່ອນດັກໂຈມຕີ
ພວກເຂົາຍິງທັນທີ ໂດຍບໍ່ຢ້ານກົວ.
ພວກເຂົາໜູນໃຈກັນໃນການວາງແຜນຊົ່ວ,
ພວກເຂົາເວົ້າກັນກ່ຽວກັບເລື່ອງຫ້າງແຮ້ວລໍ້ເຫຍື່ອ
ພວກເຂົາເວົ້າວ່າ “ຜູ້ໃດຈະເຫັນມັນ1?”
ພວກເຂົາວາງແຜນການອັນບໍ່ຍຸຕິທຳ ແລະ ເວົ້າວ່າ:
“ພວກເຮົາໄດ້ວາງແຜນໄວ້ຢ່າງຍອດຢ້ຽມ!”
ແນ່ນອນ ຄວາມຄິດ ແລະ ຈິດໃຈຂອງມະນຸດນັ້ນມີເລ່ລ່ຽມ.
ແຕ່ພຣະເຈົ້າຈະຍິງພວກເຂົາດ້ວຍທະນູຂອງພຣະອົງ;
ພວກເຂົາຈະຖືກໂຄ່ນລົ້ມໂດຍບໍ່ທັນຮູ້ໂຕ.
ພຣະອົງຈະເຮັດໃຫ້ລີ້ນຂອງພວກເຂົາຕໍ່ສູ້ພວກເຂົາເອງ
ແລະ ນຳພວກເຂົາໄປສູ່ຄວາມຈິບຫາຍ;
ທຸກຄົນທີ່ເຫັນພວກເຂົາກໍຈະແກ່ວງຫົວຂອງຕົນເຢາະເຢີ້ຍ.
ທຸກຄົນຈະຢ້ານກົວ;
ພວກເຂົາຈະປ່າວປະກາດເລື່ອງພັນທະກິດຂອງພຣະເຈົ້າ
ແລະ ສຳນຶກໃນສິ່ງທີ່ພຣະອົງໄດ້ເຮັດ.
ຄົນຊອບທຳຊື່ນຊົມຍິນດີໃນພຣະເຈົ້າຢາເວ
ແລະ ລີ້ໄພຢູ່ໃນພຣະອົງ;
ຜູ້ທີ່ມີຈິດໃຈທ່ຽງທຳທຸກຄົນຈະສັນລະເສີນພຣະອົງ!
Source notes (1)
- Footnote ຫລື ພວກເຮົາ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.