Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 65

(ເຖິງ​ຫົວໜ້າ​ນັກຮ້ອງ. ບົດ​ເພງສັນລະເສີນ​ຂອງ​ດາວິດ. ບົດເພງ)

ຂ້າແດ່​ພຣະເຈົ້າ ການ​ສັນລະເສີນ​ລໍ​ຄອຍຖ້າ1​ພຣະອົງ​ຢູ່​ໃນ​ຊີໂອນ;

ພວກຂ້ານ້ອຍ​ຈະ​ເຮັດ​ຕາມ​ທີ່​ໄດ້​ປະຕິຍານ​ໄວ້​ກັບ​ພຣະອົງ.

ຂ້າແດ່​ພຣະເຈົ້າ ຜູ້​ຟັງ​ຄຳ​ອະທິຖານ,

ທຸກ​ຄົນ​ຈະ​ມາ​ເຂົ້າ​ມາ​ຫາ​ພຣະອົງ.

ເມື່ອ​ພວກຂ້ານ້ອຍ​ຖືກ​ຄວາມ​ບາບ​ຄອບງຳ

ພຣະອົງ​ໄດ້​ອະໄພ2​ໃຫ້​ການ​ລ່ວງລະເມີດ​ຂອງ​ພວກຂ້ານ້ອຍ.

ຄວາມ​ສຸກ​ຍ່ອມ​ມີ​ແກ່​ຜູ້​ທີ່​ພຣະອົງ​ໄດ້​ເລືອກ​ໄວ້

ແລະ ນຳ​ມາ​ໃກ້​ເພື່ອ​ໃຫ້​ຢູ່​ໃນ​ສານ​ຂອງ​ພຣະອົງ!

ພວກຂ້ານ້ອຍ​ຈະ​ອິ່ມ​ເຕັມ​ດ້ວຍ​ສິ່ງ​ດີ​ຈາກ​ວິຫານ​ຂອງ​ພຣະອົງ,

ຈາກ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ.

ພຣະອົງ​ໄດ້​ຕອບ​ພວກຂ້ານ້ອຍ​ດ້ວຍ​ການ​ກະທຳ​ທີ່​ໜ້າ​ອັດສະຈັນ ແລະ ຊອບທຳ,

ຂ້າແດ່​ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກຂ້ານ້ອຍ,

ຜູ້​ເປັນ​ຄວາມ​ຫວັງ​ຂອງ​ທົ່ວ​ທຸກ​ມຸມ​ໂລກ

ແລະ ຂອງ​ທະເລ​ທີ່​ໄກ​ທີ່ສຸດ,

ພຣະອົງ​ຜູ້​ຕັ້ງ​ພູເຂົາ​ທັງຫລາຍ​ໄວ້​ໂດຍ​ລິດອຳນາດ​ຂອງ​ພຣະອົງ,

ມີ​ກຳລັງ​ເປັນ​ອາວຸດ​ໃຫ້​ພຣະອົງ​ເອງ,

ຜູ້​ລະງັບ​ສຽງ​ດັງ​ຂອງ​ທະເລ,

ສຽງ​ດັງ​ຂອງ​ຄື້ນ​ທະເລ,

ແລະ ສຽງ​ສັບສົນ​ວຸ້ນວາຍ​ຂອງ​ຊົນຊາດ​ຕ່າງໆ.

ທົ່ວ​ທັງ​ແຜ່ນດິນ​ໂລກ​ເຕັມ​ໄປ​ດ້ວຍ​ຄວາມ​ຢຳເກງ​ຕໍ່​ຄວາມ​ອັດສະຈັນ​ຂອງ​ພຣະອົງ.

ໃນ​ບ່ອນ​ທີ່​ມີ​ຍາມ​ຮຸ່ງ​ເຊົ້າ ແລະ ໃນ​ບ່ອນ​ທີ່​ມີ​ຍາມ​ແລງ​ຈາງ​ຫາຍ​ໄປ,

ພຣະອົງ​ໄດ້​ໃຫ້​ມີ​ບົດເພງ​ແຫ່ງ​ຄວາມ​ຍິນດີ.

ພຣະອົງ​ເບິ່ງແຍງ​ຜືນ​ແຜ່ນດິນ ແລະ ຫົດ​ນ້ຳ​ໃຫ້​ແຜ່ນດິນ;

ບຳລຸງ​ແຜ່ນດິນ​ໃຫ້​ອຸດົມ​ສົມບູນ.

ສາຍ​ນ້ຳ​ຂອງ​ພຣະເຈົ້າ​ນັ້ນ​ເຕັມ​ດ້ວຍ​ນ້ຳ

ເພື່ອ​ຈັດຕຽມ​ເຂົ້າ​ໃຫ້​ແກ່​ຄົນ​ທັງຫລາຍ,

ເພາະ​ພຣະອົງ​ໄດ້​ສັ່ງ​ແຜ່ນດິນ​ໄວ້​ຢ່າງ​ນັ້ນ.3

ພຣະອົງ​ໃຫ້​ຝົນ​ຫົດ​ຕາມ​ຮອຍ​ໄຖ ແລະ ປັບ​ລະດັບ​ໜ້າ​ດິນ;

ແລະ ເຮັດ​ໃຫ້​ດິນ​ອ່ອນ​ລົງ​ດ້ວຍ​ການ​ຫົດ​ນ້ຳ ແລະ ອວຍພອນ​ຜົນລະປູກ​ຂອງ​ດິນ​ນັ້ນ.

ພຣະອົງ​ອວຍພອນ​ການ​ເກັບ​ກ່ຽວ​ຢ່າງ​ອຸດົມ​ສົມບູນ,

ແລະ ກຽນ​ຂອງ​ພຣະອົງ​ກໍ​ລົ້ນ​ດ້ວຍ​ຄວາມ​ອຸດົມ​ສົມບູນ.

ທົ່ງຫຍ້າ​ຂຽວ​ສົດ​ໃນ​ທະເລຊາຍ;

ໂນນພູ​ຕ່າງ​ກໍ​ປົກ​ຄຸມ​ດ້ວຍ​ຄວາມ​ຍິນດີ.

ທົ່ງຫຍ້າ​ກໍ​ເຕັມ​ໄປ​ດ້ວຍ​ຝູງ​ສັດ

ແລະ ຮ່ອມພູ​ປົກ​ຄຸມ​ໄປ​ດ້ວຍ​ເມັດ​ພືດ;

ພວກເຂົາ​ພາ​ກັນ​ໂຫ່​ຮ້ອງ​ຊື່ນຊົມຍິນດີ ແລະ ຮ້ອງ​ເພງ.

Source notes (3)
  1. Footnote ຫລື ເໝາະ​ກັບ ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ
  2. Footnote ຫລື ເຮັດ​ການ​ລຶບ​ລ້າງ​ຄວາມ​ບາບ​ສຳລັບ
  3. Footnote ຫລື ເພາະ​ພຣະອົງ​ຕຽມ​ຜືນ​ແຜ່ນດິນ​ໄວ້​ຢ່າງ​ນັ້ນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.