Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 66

(ເຖິງ​ຫົວໜ້າ​ນັກຮ້ອງ, ບົດເພງ, ບົດ​ເພງສັນລະເສີນ)

ທົ່ງ​ທັງ​ແຜ່ນດິນ​ໂລກ, ຈົ່ງ​ໂຫ່​ຮ້ອງ​ຊື່ນຊົມຍິນດີ​ແດ່​ພຣະເຈົ້າ!

ຈົ່ງ​ຮ້ອງເພງ​ເທີດທູນ​ສະຫງ່າລາສີ​ແຫ່ງ​ນາມ​ຂອງ​ພຣະອົງ;

ຈົ່ງ​ໃຫ້​ການ​ສັນລະເສີນ​ພຣະອົງ​ເຕັມ​ດ້ວຍ​ສະຫງ່າລາສີ!

ຈົ່ງ​ເວົ້​ກັບ​ພຣະເຈົ້າ​ວ່າ: “ພາລະກິດ​ຂອງ​ພຣະອົງ​ໜ້າ​ອັດສະຈັນ​ຫລາຍ!

ລິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ແທ້ໆ

ຈົນ​ບັນດາ​ສັດຕູ​ຂອງ​ພຣະອົງ​ຕ້ອງ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ.

ຄົນ​ທົ່ວ​ໂລກ​ຈະ​ກາບ​ລົງ​ນະມັດສະການ​ພຣະອົງ

ພວກເຂົາ​ຮ້ອງເພງ​ສັນລະເສີນ​ພຣະອົງ

ພວກເຂົາ​ຮ້ອງ​ສັນລະເສີນ​ນາມ​ຂອງ​ພຣະອົງ”.

ຈົ່ງ​ມາ ເບິ່ງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ,

ພາລະກິດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ສຳລັບ​ມວນມະນຸດ!

ພຣະອົງ​ໄດ້​ປ່ຽນ​ທະເລ​ໃຫ້​ກາຍເປັນ​ພື້ນ​ແຫ້ງ,

ພວກເຂົາ​ໄດ້​ຍ່າງ​ຂ້າມ​ນ້ຳ​ໄປ

ຈົ່ງ​ມາ ໃຫ້​ພວກເຮົາ​ຊື່ນຊົມຍິນດີ​ໃນ​ພຣະອົງ.

ພຣະອົງ​ໄດ້​ຄອບຄອງ​ຢູ່​ຕະຫລອດ​ໄປ​ດ້ວຍ​ລິດອຳນາດ​ຂອງ​ພຣະອົງ,

ຕາ​ຂອງ​ພຣະອົງ​ກໍ​ຈ້ອງ​ເບິ່ງ​ທີ່​ຊົນຊາດ​ທັງຫລາຍ

ຢ່າ​ໃຫ້​ບັນດາ​ຄົນ​ທີ່​ກະບົດ​ລຸກ​ຂຶ້ນ​ມາ​ຕໍ່ສູ້​ພຣະອົງ.

ຊົນຊາດ​ທັງຫລາຍ, ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ

ໃຫ້​ສຽງ​ສັນລະເສີນ​ພຣະອົງ​ໄດ້​ຍິນ​ທົ່ວ​ເຖິງ​ກັນ

ພຣະອົງ​ໄດ້​ຮັກສາ​ຊີວິດ​ຂອງ​ພວກເຮົາ​ໄວ້

ແລະ ຮັກສາ​ຕີນ​ຂອງ​ພວກເຮົາ​ບໍ່​ໃຫ້​ມື່ນ​ໄປ.

ຂ້າແດ່​ພຣະເຈົ້າ ພຣະອົງ​ທົດສອບ​ພວກ​ຂ້ານ້ອຍ;

ພຣະອົງ​ໄດ້​ຫລໍ່ຫລອມ​ພວກຂ້ານ້ອຍ​ໃຫ້​ບໍລິສຸດ​ເໝືອນ​ກັບ​ຫລອມ​ເງິນ.

ພຣະອົງ​ໄດ້​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ຄຸກ

ແລະ ວາງ​ພາລະ​ໜັກ​ໄວ້​ເທິງ​ຫລັງ​ພວກ​ຂ້ານ້ອຍ.

ພຣະອົງ​ໃຫ້​ຄົນ​ບັງຄັບ​ມ້າ​ທຸບ​ຫົວ​ຂອງ​ພວກ​ຂ້ານ້ອຍ;

ພວກ​ຂ້ານ້ອຍ​ຕ້ອງ​ຜ່ານ​ໄປ ແລະ ລຸຍ​ນ້ຳ,

ແຕ່​ພຣະອົງ​ກໍ​ນຳ​ພວກ​ຂ້ານ້ອຍ​ມາ​ສູ່​ດິນແດນ​ອັນ​ອຸດົມ​ສົມບູນ.

ຂ້ານ້ອຍ​ຈະ​ມາ​ທີ່​ວິຫານ​ຂອງ​ພຣະອົງ​ພ້ອມ​ດ້ວຍ​ເຄື່ອງເຜົາ​ບູຊາ

ແລະ ເຮັດ​ຕາມ​ຄຳ​ປະຕິຍານ​ທີ່​ໃຫ້​ໄວ້​ກັບ​ພຣະອົງ

ຕາມ​ທີ່​ຮີບສົບ​ຂອງ​ຂ້ານ້ອຍ​ໄດ້​ສັນຍາ ແລະ ຕາມ​ທີ່​ປາກ​ຂອງ​ຂ້ານ້ອຍ​ໄດ້​ກ່າວ​ໄວ້

ເມື່ອ​ເວລາ​ທີ່​ຂ້ານ້ອຍ​ຢູ່​ໃນ​ຄວາມ​ເດືອດຮ້ອນ.

ຂ້ານ້ອຍ​ຈະ​ຖວາຍ​ສັດ​ອ້ວນ​ພີ​ເປັນ​ເຄື່ອງບູຊາ​ແກ່​ພຣະອົງ.

ແລະ ຖວາຍ​ແກະຜູ້

ຂ້ານ້ອຍ​ຈະ​ຖວາຍ​ງົວ​ຜູ້ ແລະ ແບ້.

ຈົ່ງ​ມາ ແລະ ຟັງ, ພວກທ່ານ​ທຸກ​ຄົນ​ທີ່​ຢຳເກງ​ພຣະເຈົ້າ;

ຂ້າພະເຈົ້າ​ຈະ​ເລົ່າ​ໃຫ້​ຟັງ​ວ່າ​ພຣະອົງ​ໄດ້​ກະທຳ​ສິ່ງໃດ​ເພື່ອ​ຂ້າພະເຈົ້າ​ແດ່.

ຂ້າພະເຈົ້າ​ໄດ້​ຮ້ອງ​ຫາ​ພຣະອົງ​ດ້ວຍ​ປາກ​ຂອງ​ຂ້າພະເຈົ້າ;

ສັນລະເສີນ​ພຣະອົງ​ດ້ວຍ​ລີ້ນ​ຂອງ​ຂ້າພະເຈົ້າ.

ຖ້າ​ຂ້າພະເຈົ້າ​ໄດ້​ບົ່ມ​ຄວາມ​ຊົ່ວ​ໄວ້​ໃນ​ໃຈ

ອົງພຣະຜູ້ເປັນເຈົ້າ​ຄົງ​ຈະ​ບໍ່​ຮັບ​ຟັງ;

ແຕ່​ແນ່ນອນ​ວ່າ​ພຣະເຈົ້າ​ໄດ້​ຮັບ​ຟັງ

ແລະ ໄດ້​ຍິນ​ຄຳ​ອະທິຖານ​ຂອງ​ຂ້າພະເຈົ້າ.

ສັນລະເສີນ​ພຣະເຈົ້າ,

ຜູ້​ບໍ່​ປະຕິເສດ​ຄຳ​ອະທິຖານ​ຂອງ​ຂ້າພະເຈົ້າ

ຫລື ຢັບຢັ້ງ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ຈາກ​ຂ້ານ້ອຍ!

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.