Biblica® Open Lao Contemporary Version
ເພງສັນລະເສີນ 67
(ເຖິງຫົວໜ້ານັກຮ້ອງ, ບັນເລງເຄື່ອງດົນຕີປະເພດສາຍ, ບົດເພງສັນລະເສີນ, ບົດເພງ)
ຂໍພຣະເຈົ້າເມດຕາ ແລະ ອວຍພອນພວກຂ້ານ້ອຍ
ຂໍໃຫ້ໃບໜ້າຂອງພຣະອົງສ່ອງໃສ່ພວກຂ້ານ້ອຍ
ເພື່ອໃຫ້ຄົນທົ່ວໂລກໄດ້ຮູ້ເຖິງວິຖີທາງຂອງພຣະອົງ,
ແລະ ປະຊາຊາດທັງຫລາຍຮູ້ເຖິງຄວາມພົ້ນຂອງພຣະອົງ.
ຂ້າແດ່ພຣະເຈົ້າ ຂໍໃຫ້ຄົນທັງຫລາຍສັນລະເສີນພຣະອົງ;
ຂໍໃຫ້ທຸກຄົນສັນລະເສີນພຣະອົງ.
ຂໍໃຫ້ຫລາຍປະເທດໄດ້ຍິນດີ ແລະ ຮ້ອງເພງດ້ວຍຄວາມຊື່ນຊົມຍິນດີ,
ເພາະພຣະອົງປົກຄອງຊົນຊາດຕ່າງໆຢ່າງທ່ຽງທຳ
ແລະ ນຳປະຊາຊາດທັງຫລາຍຂອງໂລກ.
ຂ້າແດ່ພຣະເຈົ້າ ຂໍໃຫ້ຄົນທັງຫລາຍສັນລະເສີນພຣະອົງ;
ຂໍໃຫ້ທຸກຄົນສັນລະເສີນພຣະອົງ.
ແລ້ວແຜ່ນດິນຈະເກີດດອກອອກຜົນ;
ພຣະເຈົ້າ, ພຣະເຈົ້າຂອງພວກເຮົາ ຈະອວຍພອນພວກເຮົາ.
ຂໍພຣະເຈົ້າອວຍພອນເຮົາຕໍ່ໄປ,
ເພື່ອວ່າທຸກຄົນທີ່ຢູ່ທົ່ວທຸກມຸມໂລກຈະຢຳເກງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.