Biblica® Open Lao Contemporary Version
ເພງສັນລະເສີນ 68
(ເຖິງຫົວໜ້ານັກຮ້ອງ, ບົດເພງສັນລະເສີນຂອງດາວິດ, ບົດເພງ)
ຂໍພຣະເຈົ້າລຸກຂຶ້ນ, ຂໍໃຫ້ສັດຕູຂອງພຣະອົງແຕກກະຈັດກະຈາຍໄປ;
ຂໍໃຫ້ສັດຕູຂອງພຣະອົງພ່າຍໜີໄປຕໍ່ໜ້າພຣະອົງ.
ຂໍພຣະອົງໄລ່ພວກເຂົາໄປເໝືອນດັ່ງລົມໄລ່ຄວັນ
ຂໍໃຫ້ຄົນຊົ່ວຮ້າຍຈິບຫາຍໄປຕໍ່ໜ້າ
ພຣະເຈົ້າເໝືອນດັ່ງຂີ້ເຜິ້ງຖືກໄຟລົນ,
ແຕ່ຂໍໃຫ້ຄົນຊອບທຳນັ້ນຍິນດີ
ແລະ ຊື່ນຊົມຍິນດີຕໍ່ໜ້າພຣະເຈົ້າ;
ຂໍໃຫ້ພວກເຂົາສຸກໃຈ ແລະ ມ່ວນຊື່ນ.
ຈົ່ງຮ້ອງເພງຖວາຍພຣະເຈົ້າ, ຮ້ອງສັນລະເສີນນາມຂອງພຣະອົງ,
ຍ້ອງຍໍພຣະອົງຜູ້ມາເໜືອໝູ່ເມກ1;
ນາມຂອງພຣະອົງຄືພຣະເຈົ້າຢາເວ ຈົ່ງຊື່ນຊົມຍິນດີຕໍ່ໜ້າພຣະອົງ.
ບິດາຂອງລູກກຳພ້າພໍ່ ແລະ ຜູ້ປົກປ້ອງຂອງແມ່ໝ້າຍ,
ຄືພຣະເຈົ້າໃນບ່ອນອາໄສອັນບໍລິສຸດຂອງພຣະອົງ.
ພຣະເຈົ້າໄດ້ໃຫ້ຄົນໂດດດ່ຽວເຂົ້າຢູ່ໃນຄອບຄົວ,2
ພຣະອົງໄດ້ນຳຜູ້ທີ່ຖືກຈອງຈຳອອກມາດ້ວຍການຮ້ອງເພງ;
ແຕ່ຄົນທີ່ກະບົດຕ້ອງໃຊ້ຊີວິດຢູ່ໃນດິນແດນທີ່ແຫ້ງແລ້ງແຕກແຫງ.
ຂ້າແດ່ພຣະເຈົ້າ ເມື່ອພຣະອົງນຳໜ້າບັນດາປະຊາຊົນຂອງພຣະອົງ,
ເມື່ອພຣະອົງເດີນຜ່ານຖິ່ນແຫ້ງແລ້ງກັນດານ,
ແຜ່ນດິນໂລກໄດ້ສະເທືອນ, ຟ້າສະຫວັນໄດ້ເທຝົນລົງມາ
ຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງພູເຂົາຊີນາຍ,
ຕໍ່ໜ້າພຣະເຈົ້າ, ພຣະເຈົ້າແຫ່ງອິດສະຣາເອນ.
ຂ້າແດ່ພຣະເຈົ້າ, ພຣະອົງໄດ້ໃຫ້ຝົນຢ່າງອຸດົມສົມບູນ;
ໃຫ້ຄວາມຊຸ່ມຊື່ນແກ່ມໍລະດົກທີ່ອ່ອນແຮງຂອງພຣະອົງ.
ຂ້າແດ່ພຣະເຈົ້າ ປະຊາຊົນຂອງພຣະອົງໄດ້ຕັ້ງຖິ່ນຖານຢູ່ທີ່ນັ້ນ,
ແລະ ພຣະອົງໄດ້ຈັດຕຽມໄວ້ໃຫ້ຜູ້ທຸກຍາກ ຈາກຄວາມອຸດົມສົມບູນຂອງພຣະອົງ.
ອົງພຣະຜູ້ເປັນເຈົ້າໄດ້ປະກາດພຣະຄຳ,
ແລະ ບັນດາແມ່ຍິງທີ່ເປັນຝູງຊົນທີ່ເຂັ້ມແຂງກໍໄດ້ປະກາດວ່າ:
“ບັນດາກະສັດ ແລະ ກອງທັບຮີບໜີໄປແລ້ວ;
ບັນດາແມ່ຍິງທີ່ຢູ່ໃນເຮືອນກໍແບ່ງສິ່ງຂອງທີ່ປຸ້ນມານັ້ນ.
ແມ່ນແຕ່ໃນຂະນະທີ່ທ່ານນອນຢູ່ທ່າມກາງຄອກແກະ,3
ປີກຂອງນົກກາງແກຂອງເຮົາກໍຫຸ້ມດ້ວຍເງິນ,
ແລະ ຂົນຂອງມັນກໍຫຸ້ມດ້ວຍຄຳທີ່ສ່ອງແສງ”.
ເມື່ອອົງຜູ້ມີລິດອຳນາດຍິ່ງໃຫຍ່ເຮັດໃຫ້ບັນດາກະສັດໃນດິນແດນນັ້ນກະຈັດກະຈາຍໄປ,
ກໍປຽບເໝືອນຫິມະຕົກເທິງພູເຂົາຊານໂມນ.
ພູເຂົາແຫ່ງບາຊານ ເປັນພູເຂົາທີ່ສະຫງ່າງາມ,
ພູເຂົາບາຊານ ເປັນພູເຂົາທີ່ມີຍອດຫລາຍ,
ພູເຂົາຫລາຍຍອດ, ດ້ວຍເຫດໃດເຈົ້າຈຶ່ງຈ້ອງເບິ່ງ,
ທີ່ພູເຂົາບ່ອນທີ່ອົງພຣະຜູ້ເປັນເຈົ້າໄດ້ເລືອກໄວ້ເພື່ອປົກຄອງ,
ບ່ອນທີ່ພຣະເຈົ້າຢາເວພຣະອົງເອງຈະຢູ່ຕະຫລອດໄປຢ່າງອິດສາ?
ລົດຮົບຂອງພຣະເຈົ້າມີຈຳນວນເປັນໝື່ນຄັນ
ແລະ ມີຈຳນວນເປັນແສນຄັນ;
ອົງພຣະຜູ້ເປັນເຈົ້າມາຈາກພູເຂົາຊີນາຍ ເຂົ້າສູ່ສະຖານນະມັດສະການຂອງພຣະອົງ.
ເມື່ອພຣະອົງຂຶ້ນສູ່ເບື້ອງສູງ,
ພຣະອົງໄດ້ນຳຊະເລີຍໄປນຳ;
ພຣະອົງໄດ້ຮັບຂອງຖວາຍຈາກມະນຸດ,
ແມ່ນແຕ່ຈາກ4ຄົນທີ່ມັກກະບົດ
ຂ້າແດ່ພຣະເຈົ້າຢາເວ, ພຣະເຈົ້າ ເພື່ອພຣະອົງ5ຈະຢູ່ທີ່ນັ້ນ.
ຂໍສັນລະເສີນອົງພຣະຜູ້ເປັນເຈົ້າ ພຣະເຈົ້າພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຮົາ,
ຜູ້ໄດ້ແບກຮັບພາລະໜັກຂອງພວກເຮົາທຸກວັນ.
ພຣະເຈົ້າຂອງພວກເຮົາເປັນພຣະເຈົ້າຜູ້ຊ່ວຍໃຫ້ພົ້ນ
ການຫລຸດພົ້ນຈາກຄວາມຕາຍມາຈາກພຣະເຈົ້າຢາເວ ອົງເຈົ້ານາຍ.
ແນ່ນອນ ພຣະເຈົ້າຈະບຸກໂຈມຕີຫົວຂອງສັດຕູຂອງພຣະອົງ,
ຄືຫົວທີ່ມີຜົມດົກໜາຂອງບັນດາຜູ້ດຳເນີນຢູ່ໃນຄວາມບາບທັງຫລາຍ.
ອົງພຣະຜູ້ເປັນເຈົ້າກ່າວວ່າ: “ເຮົາຈະນຳພວກເຂົາອອກມາຈາກບາຊານ;
ເຮົາຈະນຳພວກເຂົາອອກມາຈາກທະເລເລິກ,
ເພື່ອພວກເຈົ້າຈະເອົາເລືອດຂອງສັດຕູຂອງພວກເຈົ້າລ້າງຕີນຂອງພວກເຈົ້າ,
ແລະ ລິ້ນຂອງໝາຂອງພວກເຈົ້າກໍຈະໄດ້ຮັບສ່ວນແບ່ງຂອງພວກມັນ”.
ຂ້າແດ່ພຣະເຈົ້າ ຂະບວນແຫ່ຂອງພຣະອົງປາກົດຂຶ້ນແລ້ວ,
ຂະບວນແຫ່ຂອງພຣະເຈົ້າ ແລະ ກະສັດຂອງຂ້ານ້ອຍໄດ້ເຄື່ອນເຂົ້າສູ່ສະຖານນະມັດສະການ.
ບັນດານັກຮ້ອງກໍຢູ່ດ້ານໜ້າ, ນັກດົນຕີກໍຢູ່ດ້ານຫລັງຂອງພວກເຂົາ;
ບັນດາຍິງໜຸ່ມທີ່ຕີກອງແຊັກກໍຢູ່ກັບພວກເຂົາ.
ຈົ່ງສັນລະເສີນພຣະເຈົ້າໃນທີ່ປະຊຸມໃຫຍ່
ຈົ່ງສັນລະເສີນອົງພຣະຜູ້ເປັນເຈົ້າໃນທີ່ຊຸມນຸມປະຊາຊົນອິດສະຣາເອນ.
ມີເບັນຢາມິນທີ່ເປັນເຜົ່ານ້ອຍ ກໍກຳລັງນຳທາງພວກເຂົາໄປ,
ນັ້ນແມ່ນບັນດາເຈົ້ານາຍແຫ່ງຢູດາ
ແລະ ນັ້ນແມ່ນບັນດາເຈົ້ານາຍແຫ່ງເຊບູໂລນ ແລະ ເນັບທາລີ.
ຂ້າແດ່ພຣະເຈົ້າ ຂໍຮວບຮວມລິດອຳນາດຂອງພຣະອົງ;6
ຂ້າແດ່ພຣະເຈົ້າ ຂໍສະແດງກຳລັງຂອງພຣະອົງເໝືອນກັບທີ່ພຣະອົງໄດ້ເຮັດມາໃນຜ່ານມາ.
ເພາະວິຫານຂອງພຣະອົງໃນເຢຣູຊາເລັມ
ບັນດາກະສັດຈະນຳເອົາຂອງຂັວນມາຖວາຍພຣະອົງ.
ຂໍລົງໂທດສັດຮ້າຍທີ່ຢູ່ຕາມຕົ້ນອໍ້ທັງຫລາຍ,
ຂໍລົງໂທດຝູງງົວເຖິກທີ່ຢູ່ທ່າມກາງລູກງົວແຫ່ງຊົນຊາດທັງຫລາຍ.
ຂໍເຮັດໃຫ້ພວກເຂົາຖ່ອມລົງ, ໃຫ້ພວກສັດຮ້າຍນຳເງິນເປັນແທ່ງມາ.
ຂໍເຮັດໃຫ້ຊົນຊາດຕ່າງໆ ທີ່ມັກສົງຄາມໄດ້ກະຈັດກະຈາຍໄປ.
ບັນດາທູດຈະມາຈາກເອຢິບ
ກູເຊ7ຈະຍອມຈຳນົນຕໍ່ພຣະເຈົ້າ.
ບັນດາອານາຈັກຂອງແຜ່ນດິນໂລກ ຈົ່ງເພງສັນລະເສີນພຣະເຈົ້າ,
ຈົ່ງຮ້ອງເພງສັນລະເສີນອົງພຣະຜູ້ເປັນເຈົ້າ.
ຜູ້ຂ້າມຟ້າສະຫວັນສູງສຸດມາ ຄືຟ້າສະຫວັນແຕ່ດຶກດຳບັນ,
ຜູ້ເປັ່ງສຽງດັງກ້ອງສະໜັ່ນ.
ຈົ່ງປະກາດລິດອຳນາດຂອງພຣະເຈົ້າ,
ບາລະມີຂອງພຣະອົງແມ່ນຢູ່ເໜືອອິດສະຣາເອນ,
ລິດອຳນາດຂອງພຣະອົງແມ່ນຢູ່ໃນຟ້າສະຫວັນ.
ຂ້າແດ່ພຣະເຈົ້າ ພຣະອົງໜ້າຢຳເກງໃນສະຖານນະມັດສະການຂອງພຣະອົງ;
ພຣະເຈົ້າແຫ່ງອິດສະຣາເອນໄດ້ໃຫ້ລິດອຳນາດ ແລະ ກຳລັງແກ່ປະຊາຊົນຂອງພຣະອົງ.
ຂໍຖວາຍສັນລະເສີນແດ່ພຣະເຈົ້າ!
Source notes (7)
- Footnote ຫລື ຕຽມທາງສຳລັບພຣະອົງຜູ້ມາຜ່ານທະເລຊາຍ
- Footnote ຫລື ໃຫ້ຜູ້ໂດດດ່ຽວຢູ່ໃນບ້ານເກີດຂອງຕົນ
- Footnote ຫລື ກອງໄຟ ຫລື ຖົງພາຍ
- Footnote ຫລື ແມ່ນແຕ່ຮັບຂອງຖວາຍເພື່ອມະນຸດ
- Footnote ຫລື ພວກເຂົາ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ພຣະເຈົ້າຂອງທ່ານໄດ້ຮວບຮວມລິດອຳນາດເພື່ອທ່ານ
- Footnote ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.