Biblica® Open Lao Contemporary Version
ເພງສັນລະເສີນ 69
(ເຖິງຫົວໜ້ານັກຮ້ອງ, ທຳນອງ “ລີລາ”, ບົດປະພັນຂອງດາວິດ)
ຂ້າແດ່ພຣະເຈົ້າ ຂໍຊ່ວຍຂ້ານ້ອຍດ້ວຍ,
ເພາະນ້ຳຖ້ວມເຖິງຄໍຂ້ານ້ອຍແລ້ວ.
ຂ້ານ້ອຍຈົມລົງໃນຕົມເລິກ,
ເຊິ່ງບໍ່ມີບ່ອນໃຫ້ຢັ່ງຕີນ.
ຂ້ານ້ອຍຈົມຢູ່ໃນນ້ຳເລິກ;
ກະແສນ້ຳຖ້ວມປິດຂ້ານ້ອຍ.
ຂ້ານ້ອຍອ້ອນວອນຮ້ອງຂໍຄວາມຊ່ວຍເຫລືອຈົນໝົດແຮງ
ຄໍຂອງຂ້ານ້ອຍແຫ້ງ.
ຕາຂອງຂ້ານ້ອຍໝົ່ນໝອງ,
ເຝົ້າແຕ່ເບິ່ງຫາພຣະເຈົ້າຂອງຂ້ານ້ອຍ.
ບັນດາຄົນທີ່ກຽດຊັງຂ້ານ້ອຍໂດຍບໍ່ມີສາເຫດ
ມີຫລາຍກວ່າເສັ້ນຜົມເທິງຫົວຂອງຂ້ານ້ອຍອີກ;
ສັດຕູຜູ້ມຸ່ງທຳລາຍຂ້ານ້ອຍ
ໂດຍບໍ່ມີສາເຫດມີຫລວງຫລາຍ,
ຂ້ານ້ອຍຖືກບີບບັງຄັບໃຫ້ຄືນ
ສິ່ງທີ່ຂ້ານ້ອຍບໍ່ໄດ້ລັກມາ.
ຂ້າແດ່ພຣະເຈົ້າ ພຣະອົງຮູ້ຄວາມໂງ່ຈ້າຂອງຂ້ານ້ອຍ.
ຄວາມຜິດຂອງຂ້ານ້ອຍບໍ່ອາດເຊື່ອງໄວ້ຈາກພຣະອົງ
ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຜູ້ຍິ່ງໃຫຍ່,
ຂໍໃຫ້ຜູ້ທີ່ມີຄວາມຫວັງໃນພຣະອົງ
ບໍ່ຕ້ອງອັບອາຍເພາະຂ້ານ້ອຍ;
ຂ້າແດ່ພຣະເຈົ້າແຫ່ງອິດສະຣາເອນ,
ຂໍໃຫ້ບັນດາຜູ້ສະແຫວງຫາພຣະອົງ
ບໍຕ້ອງຖືກອັບອາຍເພາະຂ້ານ້ອຍ;
ເພາະຂ້ານ້ອຍຕ້ອງທົນຕໍ່ຄຳເຢາະເຢີ້ຍເພາະເຫັນແກ່ພຣະອົງ
ແລະ ຕ້ອງອັບອາຍຂາຍໜ້າ.
ຂ້ານ້ອຍກາຍເປັນຄົນແປກໜ້າສຳລັບພີ່ນ້ອງຂອງຂ້ານ້ອຍ
ກາຍເປັນຄົນຕ່າງດ້າວສຳລັບພີ່ນ້ອງທ້ອງດຽວກັນ;
ເພາະຄວາມຮ້ອນໃຈເພື່ອວິຫານຂອງພຣະອົງກໍຖ້ວມທົ້ນຂ້ານ້ອຍ,
ແລະ ການໝິ່ນປະໝາດຂອງຜູ້ທີ່ໝິ່ນປະໝາດພຣະອົງກໍຕົກຢູ່ເທິງຂ້ານ້ອຍ.
ເມື່ອຮ້ອງໄຫ້ ແລະ ຖືສິນອົດອາຫານ
ຂ້ານ້ອຍຈະຕ້ອງທົນຕໍ່ການເຢາະເຢີ້ຍ;
ເມື່ອຂ້ານ້ອຍໃສ່ເສື້ອຜ້າກະສອບ,
ຄົນທັງຫລາຍກໍເວົ້າກະທົບຂ້ານ້ອຍ.
ບັນດາຜູ້ທີ່ນັ່ງຢູ່ທີ່ປະຕູເມືອງກໍເຢາະເຢີ້ຍຂ້ານ້ອຍ
ແລະ ຂ້ານ້ອຍຕົກເປັນເພງຂອງຄົນເມົາເຫລົ້າ.
ຂ້າແດ່ພຣະເຈົ້າຢາເວ ແຕ່ຂ້ານ້ອຍອະທິຖານຕໍ່ພຣະອົງ
ໃນຍາມທີ່ພຣະອົງພໍໃຈ;
ຂ້າແດ່ພຣະເຈົ້າ ໂດຍຄວາມຮັກຍິ່ງໃຫຍ່ຂອງພຣະອົງ
ຂໍໂຜດຕອບຂ້ານ້ອຍດ້ວຍຄວາມພົ້ນອັນແນ່ນອນ ເຊິ່ງມາຈາກພຣະອົງ.
ຂໍດຶງຂ້ານ້ອຍໃຫ້ພົ້ນຈາກຕົມເລິກນີ້,
ຢ່າໃຫ້ຂ້ານ້ອຍຈົມລົງໄປ;
ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກບັນດາຜູ້ທີ່ກຽດຊັງຂ້ານ້ອຍ,
ຂໍຊ່ວຍໃຫ້ພົ້ນຈາກນ້ຳເລິກ.
ຂໍຢ່າໃຫ້ນ້ຳທັງຫລາຍຖ້ວມຂ້ານ້ອຍ
ຫລື ໃຫ້ເຫວເລິກກືນຂ້ານ້ອຍ
ຫລື ໃຫ້ແດນຄົນຕາຍງັບຂ້ານ້ອຍໄວ້.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຕອບຂ້ານ້ອຍ ເພາະຄວາມຮັກໝັ້ນຄົງຂອງພຣະອົງນັ້ນລ້ຳເລີດ;
ຂໍຫັນມາຫາຂ້ານ້ອຍດ້ວຍຄວາມເມດຕາອັນຍິ່ງໃຫຍ່ຂອງພຣະອົງ.
ຂໍຢ່າຫັນໜ້າໜີຈາກຜູ້ຮັບໃຊ້ຂອງພຣະອົງ;
ຂໍໂຜດຕອບຂ້ານ້ອຍໂດຍໄວ ເພາະຂ້ານ້ອຍກຳລັງເດືອດຮ້ອນ.
ຂໍພຣະອົງມາໃກ້ ແລະ ຊ່ວຍກອບກູ້ຂ້ານ້ອຍດ້ວຍ
ຂໍປົດປ່ອຍຂ້ານ້ອຍອອກຈາກບັນດາສັດຕູຂອງຂ້ານ້ອຍ.
ພຣະອົງຮູ້ວ່າຂ້ານ້ອຍຖືກດູຖູກ, ອັບອາຍ ແລະ ອາຍໜ້າເທົ່າໃດ
ສັດຕູທັງໝົດຂອງຂ້ານ້ອຍກໍຢູ່ຕໍ່ໜ້າພຣະອົງ.
ການດູຖູກເຮັດໃຫ້ຫົວໃຈຂອງຂ້ານ້ອຍແຕກສະຫລາຍ
ແລະ ເຮັດໃຫ້ຂ້ານ້ອຍສິ້ນຫວັງ;
ຂ້ານ້ອຍຫລຽວຫາຄວາມເຫັນໃຈ ແຕ່ກໍບໍ່ພົບເລີຍ;
ແລະ ເບິ່ງຫາຄົນປອບໃຈ ແຕ່ບໍ່ມີຜູ້ໃດຈັກຄົນ,
ພວກເຂົາເອົານ້ຳບີລົດຂົມໃສ່ໃນອາຫານຂອງຂ້ານ້ອຍ
ແລະ ໃຫ້ນ້ຳສົ້ມແກ່ຂ້ານ້ອຍເມື່ອຂ້ານ້ອຍກະຫາຍ.
ຂໍໃຫ້ອາຫານທີ່ຕັ້ງໄວ້ຕໍ່ໜ້າພວກເຂົາກາຍເປັນບ້ວງແຮ້ວ;
ຂໍໃຫ້ມັນກາຍເປັນສິ່ງທີ່ຄືນສະໜອງ ແລະ ເປັນ1ກັບດັກ.
ຂໍໃຫ້ຕາຂອງພວກເຂົາມືດມົວໄປ ພວກເຂົາຈະໄດ້ເບິ່ງບໍ່ເຫັນ,
ແລະ ຂໍໃຫ້ຫລັງຂອງພວກເຂົາກົ່ງລົງຕະຫລອດໄປ.
ຂໍລະບາຍຄວາມໂກດຮ້າຍຂອງພຣະອົງໃສ່ພວກເຂົາ
ໃຫ້ຄວາມໃຈຮ້າຍອັນຮ້ອນຮົນໄລ່ຄຸບພວກເຂົາ.
ຂໍໃຫ້ທີ່ຢູ່ຂອງພວກເຂົາແຫ້ງແລ້ງ;
ຢ່າໃຫ້ມີຜູ້ໃດອາໄສຢູ່ໃນເຕັນຂອງພວກເຂົາ.
ເພາະພວກເຂົາຂົ່ມເຫັງຜູ້ທີ່ພຣະອົງຂ້ຽນຕີ
ແລະ ເວົ້າເຖິງຄວາມເຈັບປວດຂອງຜູ້ທີ່ພຣະອົງເຮັດໃຫ້ບາດເຈັບ.
ຂໍກ່າວໂທດພວກເຂົາດ້ວຍຄະດີນັ້ນຄະດີນີ້;
ຢ່າໃຫ້ພວກເຂົາມີສ່ວນໃນຄວາມພົ້ນຂອງພຣະອົງ.
ຂໍໃຫ້ພວກເຂົາຖືກລຶບຊື່ອອກຈາກພຣະຄຳແຫ່ງຊີວິດ
ແລະ ຢ່າໃຫ້ມີລາຍຊື່ຮ່ວມກັບຜູ້ຊອບທຳ.
ຂ້ານ້ອຍເຈັບປວດ ແລະ ທົນທຸກ
ຂ້າແດ່ພຣະເຈົ້າ ຂໍໃຫ້ຄວາມພົ້ນທີ່ມາຈາກພຣະອົງປົກປ້ອງຂ້ານ້ອຍໄວ້.
ຂ້ານ້ອຍຈະສັນລະເສີນນາມຂອງພຣະເຈົ້າດ້ວຍບົດເພງ
ແລະ ຖວາຍກຽດແດ່ພຣະອົງ ດ້ວຍການຂອບພຣະຄຸນ.
ສິ່ງນີ້ຈະເປັນທີ່ພໍໃຈພຣະເຈົ້າຢາເວຫລາຍກວ່າການຖວາຍງົວ,
ຫລາຍກວ່າການຖວາຍງົວຜູ້ພ້ອມກັບເຂົາ ແລະ ຕີນຂອງມັນ.
ຄົນທຸກຍາກຈະເຫັນ ແລະ ຍິນດີ
ພວກເຈົ້າທັງຫລາຍທີ່ສະແຫວງຫາພຣະເຈົ້າ ຈົ່ງເບີກບານໃຈ!
ພຣະເຈົ້າຢາເວຮັບຟັງຄົນຂັດສົນ
ແລະ ບໍ່ໄດ້ດູຖູກຄົນຂອງພຣະອົງທີ່ຕົກເປັນຊະເລີຍ.
ຟ້າສະຫວັນ ແລະ ແຜ່ນດິນໂລກ
ທັງທະເລ ແລະ ສັບພະສິ່ງໃນທະເລ ຈົ່ງສັນລະເສີນພຣະອົງ,
ເພາະພຣະເຈົ້າຈະຊ່ວຍຊີໂອນໃຫ້ພົ້ນ
ແລະ ຈະສ້າງເມືອງຕ່າງໆຂອງຢູດາຂຶ້ນໃໝ່.
ແລ້ວປະຊາຊົນທັງຫລາຍຈະຕັ້ງຖິ່ນຖານຢູ່ທີ່ນັ້ນ ແລະ ຄອບຄອງເປັນກຳມະສິດ;
ລູກຫລານຂອງຜູ້ຮັບໃຊ້ຂອງພຣະອົງຈະໄດ້ຮັບດິນແດນນັ້ນເປັນມໍລະດົກ,
ແລະ ບັນດາຜູ້ທີ່ຮັກນາມຂອງພຣະອົງຈະອາໄສຢູ່ທີ່ນັ້ນ.
Source notes (1)
- Footnote ຫລື ແລະ ການຊຸມນຸມຂອງພວກເຂົາກາຍເປັນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.