Biblica® Open Lao Contemporary Version
ເພງສັນລະເສີນ 70
(ພສສ 40:13-17)
(ເຖິງຫົວໜ້ານັກຮ້ອງ, ຄຳອ້ອນວອນຂອງດາວິດ)
ຂ້າແດ່ພຣະເຈົ້າ ຂໍໂຜດມາຊ່ວຍຂ້ານ້ອຍດ້ວຍ
ຂ້າແດ່ພຣະເຈົ້າຢາເວ ຂໍມາຊ່ວຍຂ້ານ້ອຍໂດຍໄວ.
ຂໍໃຫ້ຜູ້ທີ່ຢາກເອົາຊີວິດຂ້ານ້ອຍ
ຕ້ອງອັບອາຍ ແລະ ສັບສົນວຸ້ນວາຍ;
ຂໍໃຫ້ບັນດາຜູ້ທີ່ຢາກໃຫ້ຂ້ານ້ອຍຈິບຫາຍນັ້ນ
ຕ້ອງກັບໄປດ້ວຍຄວາມອັບອາຍ.
ຂໍໃຫ້ຜູ້ທີ່ເວົ້າກັບຂ້ານ້ອຍວ່າ: “ນັ້ນເດ! ນັ້ນເດ!”
ຖອຍກັບໄປເພາະຄວາມອັບອາຍຂອງຕົນເອງ.
ແຕ່ຂໍໃຫ້ທຸກຄົນທີ່ສະແຫວງຫາພຣະອົງ
ຊື່ນຊົມຍິນດີ ແລະ ຍິນດີໃນພຣະອົງ
ຂໍໃຫ້ບັນດາຜູ້ທີ່ຮັກຄວາມພົ້ນຂອງພຣະອົງກ່າວຢູ່ສະເໝີວ່າ:
“ພຣະເຈົ້າຢາເວນັ້ນຍິ່ງໃຫຍ່!”
ສ່ວນຂ້ານ້ອຍ ຂ້ານ້ອຍເປັນຄົນທຸກຍາກ ແລະ ຂາດເຂີນ
ຂ້າແດ່ພຣະເຈົ້າ ໂຜດມາຫາຂ້ານ້ອຍໂດຍໄວ.
ພຣະອົງເປັນຜູ້ຊ່ວຍເຫລືອ ແລະ ເປັນພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ;
ຂ້າແດ່ພຣະເຈົ້າຢາເວ ຂໍຢ່າໄດ້ຊັກຊ້າ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.