Biblica® Open Lao Contemporary Version
ເພງສັນລະເສີນ 71
(ພສສ 31:1-4)
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍໄດ້ລີ້ໄພຢູ່ໃນພຣະອົງ
ຂໍຢ່າໃຫ້ຂ້ານ້ອຍອັບອາຍເລີຍ.
ຂໍຊ່ວຍ ແລະ ປົດປ່ອຍຂ້ານ້ອຍໃນຄວາມຊອບທຳຂອງພຣະອົງ
ຂໍງ່ຽງຫູຟັງຂ້ານ້ອຍ ແລະ ຊ່ວຍກອບກູ້ຂ້ານ້ອຍ.
ຂໍໂຜດເປັນສີລາໃຫ້ຂ້ານ້ອຍເຂົ້າລີ້ໄພ,
ເຊິ່ງຂ້ານ້ອຍສາມາດເຂົ້າໄປພັກພິງໄດ້ສະເໝີ;
ຂໍໂຜດສັ່ງໃຫ້ຊ່ວຍກອບກູ້ຂ້ານ້ອຍ,
ເພາະພຣະອົງເປັນສີລາ ແລະ ເປັນປ້ອມປ້ອງກັນຂອງຂ້ານ້ອຍ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກມືຂອງຄົນຊົ່ວຮ້າຍ,
ພົ້ນຈາກມືຂອງບັນດາຄົນຊົ່ວຮ້າຍ ແລະ ໂຫດຮ້າຍ.
ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ ເພາະພຣະອົງໄດ້ເປັນຄວາມຫວັງຂອງຂ້ານ້ອຍ,
ເປັນຄວາມໝັ້ນໃຈຂອງຂ້ານ້ອຍມາຕັ້ງແຕ່ຂ້ານ້ອຍຍັງໜຸ່ມ.
ຂ້ານ້ອຍເພິ່ງພາພຣະອົງມາຕັ້ງແຕ່ເກີດ
ພຣະອົງນຳຂ້ານ້ອຍອອກມາຈາກມົດລູກຂອງມານດາ.
ຂ້ານ້ອຍຈະສັນລະເສີນພຣະອົງຕະຫລອດໄປ.
ຄົນຫລວງຫລາຍປະຫລາດໃຈກ່ຽວກັບຂ້ານ້ອຍ
ແຕ່ພຣະອົງໄດ້ເປັນທີ່ລີ້ໄພອັນເຂັ້ມແຂງຂອງຂ້ານ້ອຍ.
ປາກຂອງຂ້ານ້ອຍກໍເຕັມລົ້ນດ້ວຍຄຳສັນລະເສີນພຣະອົງ,
ປະກາດເຖິງຄວາມສະຫງ່າງາມຂອງພຣະອົງຕະຫລອດທັງວັນ.
ຂໍຢ່າປະຖິ້ມຂ້ານ້ອຍເມື່ອຂ້ານ້ອຍເຖົ້າແກ່
ຂໍຢ່າປະຖິ້ມຂ້ານ້ອຍເມື່ອຂ້ານ້ອຍໝົດແຮງ.
ເພາະສັດຕູຂອງຂ້ານ້ອຍກໍເວົ້າຕໍ່ສູ້ຂ້ານ້ອຍ
ບັນດາຜູ້ທີ່ຄອຍຖ້າຈະເອົາຊີວິດຂອງຂ້ານ້ອຍກໍສົມຮູ້ຮ່ວມຄິດກັນ.
ພວກເຂົາເວົ້າວ່າ “ພຣະເຈົ້າໄດ້ປະຖິ້ມລາວແລ້ວ;
ໃຫ້ພວກເຮົາໄລ່ຕາມລາວ ແລະ ຈັບລາວ,
ເພາະບໍ່ມີຜູ້ໃດຈະຊ່ວຍກອບກູ້ເອົາລາວດອກ”.
ຂ້າແດ່ພຣະເຈົ້າ ຂໍຢ່າໄປຫ່າງໄກຂ້ານ້ອຍ
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂໍຟ້າວມາຊ່ວຍຂ້ານ້ອຍໂດຍໄວ.
ຂໍໃຫ້ຜູ້ທີ່ກ່າວຫາຂ້ານ້ອຍພິນາດຈິບຫາຍໄປດ້ວຍຄວາມອັບອາຍ.
ຂໍໃຫ້ບັນດາຜູ້ທີ່ຢາກທຳຮ້າຍຂ້ານ້ອຍ
ໄດ້ຮັບການດູຖູກ ແລະ ຄວາມອັບອາຍ.
ແຕ່ສ່ວນຂ້ານ້ອຍ, ຂ້ານ້ອຍຈະຍັງມີຄວາມຫວັງຢູ່ສະເໝີ;
ຂ້ານ້ອຍຈະຖວາຍສັນລະເສີນແດ່ພຣະອົງຫລາຍກວ່າເກົ່າ.
ປາກຂອງຂ້ານ້ອຍຈະກ່າວເຖິງຄວາມຊອບທຳຂອງພຣະອົງ
ຈະເລົ່າເຖິງຄວາມພົ້ນຂອງພຣະອົງຕະຫລອດວັນ
ເຖິງແມ່ນວ່າຂ້ານ້ອຍຈະບໍ່ຮູ້ວ່າຈະເລົ່າເລື່ອງທັງໝົດໄດ້ແນວໃດກໍຕາມ.
ຂ້າແດ່ພຣະເຈົ້າຢາເວອົງເຈົ້ານາຍ ຂ້ານ້ອຍຈະມາປະກາດການກະທຳທີ່ຍິ່ງໃຫຍ່ຂອງພຣະອົງ;
ຂ້ານ້ອຍຈະປະກາດຄວາມຊອບທຳຂອງພຣະອົງ, ຂອງພຣະອົງແຕ່ຜູ້ດຽວ.
ຂ້າແດ່ພຣະເຈົ້າ ພຣະອົງໄດ້ສອນຂ້ານ້ອຍຕັ້ງແຕ່ເວລາທີ່ຂ້ານ້ອຍຍັງໜຸ່ມ
ແລະ ຈົນເຖິງທຸກວັນນີ້ ຂ້ານ້ອຍປະກາດການກະທຳອັນອັດສະຈັນຂອງພຣະອົງ.
ເຖິງວ່າເມື່ອຂ້ານ້ອຍເຖົ້າແກ່ ແລະ ຜົມຫງອກ ແລ້ວກໍຕາມ,
ພຣະເຈົ້າຂອງຂ້ານ້ອຍ ຂໍຢ່າປະຖິ້ມຂ້ານ້ອຍເລີຍ,
ຈົນກວ່າຂ້ານ້ອຍປະກາດລິດອຳນາດຂອງພຣະອົງໃຫ້ແກ່ຄົນລຸ້ນຕໍ່ມາ,
ເລົ່າເຖິງການກະທຳອັນຍິ່ງໃຫຍ່ຂອງພຣະອົງໃຫ້ຄົນລຸ້ນຫລັງຟັງ.
ຂ້າແດ່ພຣະເຈົ້າ ຄວາມຊອບທຳຂອງພຣະອົງສູງຈົນເຖິງຟ້າສະຫວັນ,
ພຣະອົງໄດ້ກະທຳສິ່ງທີ່ຍິ່ງໃຫຍ່ທັງຫລາຍ.
ຂ້າແດ່ພຣະເຈົ້າ ຜູ້ໃດທີ່ເໝືອນພຣະອົງ?
ເຖິງແມ່ນວ່າພຣະອົງໄດ້ໃຫ້ຂ້ານ້ອຍປະສົບຄວາມເດືອດຮ້ອນ,
ແລະ ຄວາມຂົມຂື່ນ,
ພຣະອົງຈະເຮັດໃຫ້ຊີວິດຂອງຂ້ານ້ອຍກັບຄືນສູ່ສະພາບດີອີກຄັ້ງ;
ຈາກບ່ອນເລິກຂອງໂລກ
ພຣະອົງຈະດຶງຂ້ານ້ອຍຂຶ້ນມາອີກ.
ພຣະອົງຈະເພີ່ມເຕີມກຽດໃຫ້ແກ່ຂ້ານ້ອຍ
ແລະ ຈະເລົ້າໂລມຂ້ານ້ອຍອີກ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຈະສັນລະເສີນພຣະອົງດ້ວຍພິນໃຫຍ່;
ເພາະຄວາມສັດຊື່ຂອງພຣະອົງ,
ຂ້າແດ່ອົງບໍລິສຸດແຫ່ງອິດສະຣາເອນ.
ຂ້ານ້ອຍຈະຮ້ອງສັນລະເສີນພຣະອົງດ້ວຍພິນເຂົາຄູ່,
ຮີມສົບຂອງຂ້ານ້ອຍຈະໂຫ່ຮ້ອງຍິນດີ
ເມື່ອຂ້ານ້ອຍຮ້ອງເພງສັນລະເສີນພຣະອົງ
ເພາະຂ້ານ້ອຍເປັນຜູ້ທີ່ພຣະອົງໄຖ່ໄວ້.
ລິ້ນຂອງຂ້ານ້ອຍຈະເລົ່າເຖິງການກະທຳອັນຊອບທຳທັງຫລາຍຂອງພຣະອົງ
ຕະຫລອດທັງວັນ.
ເພາະບັນດາຜູ້ທີ່ຢາກເຮັດຮ້າຍຂ້ານ້ອຍນັ້ນ
ໄດ້ຮັບຄວາມອັບອາຍ ແລະ ຄວາມສັບສົນວຸ່ນວາຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.