Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 72

(ບົດ​ປະພັນ​ຂອງ​ໂຊໂລໂມນ)

ຂ້າແດ່​ພຣະເຈົ້າ ຂໍ​ມອບ​ຄວາມຍຸຕິທຳ​ຂອງ​ພຣະອົງ​ແກ່​ກະສັດ​ຜູ້​ນັ້ນ

ແລະ ລູກຊາຍ​ຂອງ​ກະສັດ​ດ້ວຍ​ຄວາມ​ຊອບທຳ​ຂອງ​ພຣະອົງ.

ກະສັດ​ຈະ1​ພິພາກສາ​ປະຊາຊົນ​ຂອງ​ພຣະອົງ​ດ້ວຍ​ຄວາມ​ຊອບທຳ,

ໃຫ້​ຄວາມ​ຍຸຕິທຳ​ແກ່​ຜູ້​ທຸກຍາກ​ລຳບາກ.

ຂໍ​ໃຫ້​ພູເຂົາ​ທັງຫລາຍ​ນຳ​ຄວາມ​ຮັ່ງມີ​ມາ​ສູ່​ປະຊາຊົນ

ແລະ ໂນນພູ​ກໍ​ໃຫ້​ຜົນ​ຜະລິດ​ແຫ່ງ​ຄວາມ​ຊອບທຳ.

ຂໍ​ໃຫ້​ເພິ່ນ​ປົກປ້ອງ​ຜູ້​ທຸກຍາກ​ລຳບາກ​ທີ່​ຢູ່​ໃນ​ທ່າມກາງ​ປະຊາຊົນ

ແລະ ຊ່ວຍ​ກອບກູ້​ເອົາ​ລູກ​ຫລານ​ຂອງ​ຜູ້​ທີ່​ຂັດສົນ;

ຂໍ​ໃຫ້​ເພິ່ນ​ບຸກ​ໂຈມຕີ​ຄົນ​ທີ່​ຂົ່ມເຫັງ​ທັງຫລາຍ.

ຂໍ​ໃຫ້​ເພິ່ນ​ໝັ້ນຍືນ2​ຕະຫລອດ​ໄປ​ເໝືອນດັ່ງ​ດວງ​ຕາເວັນ,

ໝັ້ນຍືນ​ຕະຫລອດ​ໄປ​ເໝືອນດັ່ງ​ດວງ​ເດືອນ ຕະຫລອດ​ທຸກ​ຊົ່ວ​ອາຍຸ​ຄົນ.

ຂໍ​ໃຫ້​ເພິ່ນ​ເປັນ​ເໝືອນ​ຝົນ​ທີ່​ຕົກ​ລົງ​ມາ​ຫົດ​ທົ່ງຫຍ້າ,

ເໝືອນ​ກັບ​ຝົນ​ທີ່​ຫົດ​ລົງ​ແຜ່ນດິນ​ໂລກ.

ຜູ້​ຊອບທຳ​ຈະ​ຈະເລີນ​ຮຸ່ງເຮືອງ​ໃນ​ສະໄໝ​ຂອງ​ເພິ່ນ

ແລະ ມີ​ຄວາມ​ຈະເລີນ​ຮຸ່ງເຮືອງ​ໄປ​ຈົນ​ກວ່າ​ດວງ​ເດືອນ​ຈະ​ດັບ​ສູນ.

ຂໍ​ໃຫ້​ເພິ່ນ​ປົກຄອງ​ຈາກ​ທະເລ​ຟາກ​ໜຶ່ງ​ຈົນ​ເຖິງ​ທະເລ​ອີກ​ຟາກ​ໜຶ່ງ

ແລະ ຈາກ​ແມ່ນ້ຳ​ນັ້ນ3 ຈົນ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.

ຂໍ​ໃຫ້​ຊົນເຜົ່າ​ຕ່າງໆ​ໃນ​ຖິ່ນແຫ້ງແລ້ງກັນດານ​ໝອບ​ກາບ​ເພິ່ນ

ແລະ ສັດຕູ​ຂອງ​ເພິ່ນ​ຈະ​ຟຸບ​ລົງ​ເກືອກ​ຝຸ່ນ.

ຂໍ​ໃຫ້​ບັນດາ​ກະສັດ​ແຫ່ງ​ຕາກຊິດ ແລະ ແຫ່ງ​ໝູ່​ເກາະ​ທັງຫລາຍ

ນຳ​ເຄື່ອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ.

ບັນດາ​ກະສັດ​ຈາກ​ເຊບາ ແລະ ເສບາ

ຈະ​ນຳ​ຂອງຂັວນ​ມາ​ມອບ​ໃຫ້​ເພິ່ນ.

ຂໍ​ໃຫ້​ບັນດາ​ກະສັດ​ມາ​ນ້ອມ​ຄຳນັບ​ເພິ່ນ

ແລະ ປະຊາຊາດ​ທັງໝົດ​ຈະ​ມາ​ຮັບໃຊ້​ເພິ່ນ.

ເພາະ​ເພິ່ນ​ຈະ​ຊ່ວຍ​ກອບກູ້​ເອົາ​ຄົນ​ຂາດເຂີນ​ຜູ້​ທີ່​ຮ້ອງຂໍ,

ຊ່ວຍເຫລືອ​ຜູ້​ທຸກຍາກ​ລຳບາກ​ທີ່​ບໍ່​ມີ​ຜູ້ໃດ​ຊ່ວຍ.

ເພິ່ນ​ມີ​ໃຈ​ສົງສານ​ຜູ້​ທີ່​ອ່ອນແອ ແລະ ຜູ້​ທີ່​ຂັດສົນ

ແລະ ຊ່ວຍ​ຊີວິດ​ຜູ້​ທີ່​ຂາດເຂີນ​ອອກ​ຈາກ​ຄວາມ​ຕາຍ.

ເພິ່ນ​ຈະ​ຊ່ວຍ​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ກົດຂີ່​ຂົ່ມເຫັງ ແລະ ຈາກ​ຄວາມ​ຮຸນແຮງ,

ເພາະ​ເລືອດ​ຂອງ​ພວກເຂົາ​ມີ​ຄ່າ​ຫລາຍ​ໃນ​ສາຍ​ຕາ​ຂອງ​ເພິ່ນ.

ຂໍ​ໃຫ້​ເພິ່ນ​ມີ​ອາຍຸ​ຍືນ​ຍາວ!

ຂໍ​ໃຫ້​ມີ​ຜູ້​ທີ່​ນຳ​ເອົາ​ຄຳ​ຈາກ​ເຊບາ​ມາ​ມອບ​ໃຫ້​ເພິ່ນ.

ຂໍ​ໃຫ້​ຄົນ​ທັງຫລາຍ​ອະທິຖານ​ເພື່ອ​ເພິ່ນ​ຕະຫລອດ​ໄປ

ແລະ ອວຍພອນ​ເພິ່ນ​ຕະຫລອດ​ເວລາ.

ຂໍ​ໃຫ້​ມີ​ເຂົ້າ​ອຸດົມ​ສົມບູນ​ໄປ​ທົ່ວ​ແຜ່ນດິນ;

ແມ່ນ​ແຕ່​ຢູ່​ເທິງ​ຍອດ​ພູເຂົາ​ກໍ​ຍັງ​ຊູ​ຮວງ​ແກວ່ງ​ໄປ​ມາ.

ຂໍ​ໃຫ້​ພືດ​ງອກ​ງາມ​ເໝືອນດັ່ງ​ເລບານອນ

ແລະ ຂໍ​ໃຫ້​ລະເລີນ​ງອກ​ງາມ​ເໝືອນດັ່ງ​ຫຍ້າ​ທີ່​ຢູ່​ໃນ​ທົ່ງ.

ຂໍ​ໃຫ້​ນາມ​ຂອງ​ເພິ່ນ​ດຳລົງ​ຢູ່​ຕະຫລອດ​ໄປ;

ແລະ ຂໍ​ໃຫ້​ນາມ​ນັ້ນ​ໝັ້ນຍືນ​ດັ່ງ​ດວງ​ຕາເວັນ.

ແລ້ວ​ທຸກ​ຊົນຊາດ​ກໍ​ຈະ​ໄດ້​ຮັບ​ພອນ​ເພາະ​ເພິ່ນ4

ແລະ ພວກເຂົາ​ຈະ​ເອີ້ນ​ເພິ່ນ​ວ່າ​ຜູ້​ໄດ້​ຮັບ​ພອນ.

ຂໍ​ຖວາຍ​ສັນລະເສີນ​ແດ່​ພຣະເຈົ້າ ພຣະເຈົ້າ​ຢາເວ, ພຣະເຈົ້າ​ແຫ່ງ​ອິດສະຣາເອນ,

ພຣະອົງ​ຜູ້​ດຽວ​ເທົ່າ​ນັ້ນ​ທີ່​ກະທຳ​ການ​ອັນ​ອັດສະຈັນ.

ຂໍ​ຖວາຍ​ສັນລະເສີນ​ແດ່​ນາມ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ຕະຫລອດ​ໄປ;

ຂໍ​ໃຫ້​ທົ່ວ​ໂລກ​ເຕັມ​ໄປ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ

ອາແມນ ແລະ ອາແມນ.

ຈົບ​ຄຳ​ອະທິຖານ​ຂອງ​ດາວິດ ລູກຊາຍ​ຂອງ​ເຢຊີ​ພຽງ​ເທົ່າ​ນີ້.

Source notes (4)
  1. Footnote ຫລື ຂໍ​ໃຫ້​ກະສັດ ເຊັ່ນ​ດຽວ​ກັບ​ຂໍ້ 3-11 ແລະ 17
  2. Footnote ພາສາ​ເຮັບເຣີ​ວ່າ ເພິ່ນ​ຈະ​ເປັນ​ທີ່​ຢຳເກງ
  3. Footnote ຄື ແມ່ນ້ຳ​ເອີຟຣັດ
  4. Footnote ຫລື ຈະ​ໃຊ້​ນາມ​ຂອງ​ເພິ່ນ​ໃນ​ການ​ອວຍພອນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.