Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 73

ໝວດ​ທີ 3

ພສສ 73–89

(ບົດ​ເພງສັນລະເສີນ​ຂອງ​ອາສັບ)

ແນ່ນອນ ພຣະເຈົ້າ​ດີ​ຕໍ່​ອິດສະຣາເອນ

ຕໍ່​ບັນດາ​ຜູ້​ທີ່​ມີ​ໃຈ​ບໍລິສຸດ.

ແຕ່​ສຳລັບ​ຂ້ານ້ອຍ, ຕີນ​ຂອງ​ຂ້ານ້ອຍ​ເກືອບ​ຈະ​ມືນ​ພາດ

ຂ້ານ້ອຍ​ເກືອບ​ຈະ​ເສຍ​ຫລັກ.

ເພາະ​ຂ້ານ້ອຍ​ອິດສາ​ຄົນ​ຈອງຫອງ

ເມື່ອ​ຂ້ານ້ອຍ​ເຫັນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຄົນ​ຊົ່ວຮ້າຍ.

ພວກເຂົາ​ບໍ່​ຕ້ອງ​ໄດ້​ດິ້ນ​ຮົນ​ຕໍ່ສູ້;

ຮ່າງກາຍ​ຂອງ​ພວກເຂົາ​ມີ​ສຸຂະພາບ​ດີ ແລະ ແຂງແຮງ.1

ພວກເຂົາ​ບໍ່​ຕ້ອງ​ໄດ້​ແບກ​ພາລະ​ເໝືອນ​ກັບ​ຄົນ​ອື່ນໆ

ພວກເຂົາ​ບໍ່​ຕ້ອງ​ເປັນ​ທຸກ​ດ້ວຍ​ໂລກ​ໄພ​ໄຂ້​ເຈັບ.

ເຫດສະນັ້ນ​ພວກເຂົາ​ຈຶ່ງ​ຄ້ອງ​ຄວາມ​ຈອງຫອງ​ເປັນ​ສາຍຄໍ​ຂອງ​ຕົນ;

ພວກເຂົາ​ສວມ​ຄວາມ​ຮຸນແຮງ​ເປັນ​ເຄື່ອງນຸ່ງ​ໃຫ້​ຕົນ.

ຄວາມ​ຊົ່ວຊ້າ​ອອກ​ມາ​ຈາກ​ໃຈ​ທີ່​ຕາຍ​ດ້ານ​ຂອງ​ພວກເຂົາ2

ຄວາມ​ຄິດ​ຊົ່ວ​ໃນ​ຈິດໃຈ​ຂອງ​ພວກເຂົາ​ໄຮ້​ຂີດ​ຈຳກັດ.

ພວກເຂົາ​ເຢາະເຢີ້ຍ ແລະ ເວົ້າ​ດ້ວຍ​ຄວາມ​ມຸ່ງ​ຮ້າຍ

ພວກເຂົາ​ຄຸກຄາມ​ກົດຂີ່​ດ້ວຍ​ຄວາມ​ຈອງຫອງ.

ປາກ​ຂອງ​ພວກເຂົາ​ອ້າງ​ສິດ​ເໜືອ​ຟ້າ​ສະຫວັນ,

ລິ້ນ​ຂອງ​ພວກເຂົາ​ອວດອ້າງ​ກຳມະສິດ​ເໜືອ​ແຜ່ນດິນ​ໂລກ.

ເຫດສະນັ້ນ ຄົນ​ຂອງ​ພວກເຂົາ​ຈຶ່ງ​ຫັນ​ໄປ​ຫາ​ພວກເຂົາ

ແລະ ດື່ມ​ນ້ຳ​ໝົດ​ໄປ​ຢ່າງ​ຫລວງຫລາຍ.3

ພວກເຂົາ​ເວົ້າ​ວ່າ “ພຣະເຈົ້າ​ຈະ​ຮູ້​ໄດ້​ຢ່າງໃດ?

ອົງ​ຜູ້​ສູງສຸດ​ຈະ​ຮູ້​ຫຍັງ?”

ຄົນ​ຊົ່ວຮ້າຍ​ກໍ​ເປັນ​ເຊັ່ນ​ນີ້

ສຸກ​ສະບາຍ​ຢູ່​ເລື້ອຍ, ພວກເຂົາ​ຮັ່ງມີ​ຂຶ້ນ​ເລື້ອຍໆ.

ແນ່ນອນ ຂ້ານ້ອຍ​ໄດ້​ຮັກສາ​ໃຈ​ໃຫ້​ບໍລິສຸດ

ແລະ ຊຳລະ​ມື​ໃຫ້​ປາດສະຈາກ​ມົນທິນ​ໂດຍ​ບໍ່​ມີ​ປະໂຫຍດ.

ຂ້ານ້ອຍ​ຖືກ​ລຸມ​ທຳຮ້າຍ​ຢູ່​ຕະຫລອດ​ທັງ​ວັນ

ແລະ ຖືກ​ລົງໂທດ​ໃໝ່​ຢູ່​ທຸກ​ເຊົ້າ.

ຖ້າ​ຂ້ານ້ອຍ​ໄດ້​ເວົ້າ​ອອກ​ມາ​ຢ່າງ​ນັ້ນ,

ຂ້ານ້ອຍ​ກໍ​ຄົງ​ຈະ​ໄດ້​ທໍລະຍົດ​ຕໍ່​ບັນດາ​ລູກ​ຂອງ​ພຣະອົງ.

ເມື່ອ​ຂ້ານ້ອຍ​ພະຍາຍາມ​ທີ່​ຈະ​ເຂົ້າໃຈ​ທັງໝົດ​ນີ້

ກໍ​ເຮັດ​ໃຫ້​ຂ້ານ້ອຍ​ລຳບາກ​ໃຈ​ຫລາຍ

ຈົນ​ຂ້ານ້ອຍ​ໄດ້​ເຂົ້າ​ໄປ​ຍັງ​ບ່ອນ​ນະມັດສະການ​ຂອງ​ພຣະເຈົ້າ;

ຂ້ານ້ອຍ​ຈຶ່ງ​ເຂົ້າໃຈ​ເຖິງ​ຈຸດໝາຍ​ປາຍ​ທາງ​ສຸດທ້າຍ​ຂອງ​ພວກເຂົາ.

ແນ່ນອນ ພຣະອົງ​ໃຫ້​ພວກເຂົາ​ຢືນ​ຢູ່​ເທິງ​ບ່ອນ​ມື່ນ

ພຣະອົງ​ໂຍນ​ພວກເຂົາ​ລົງ​ສູ່​ຄວາມ​ຈິບຫາຍ.

ພວກເຂົາ​ຖືກ​ທຳລາຍ​ໄປ​ໃນ​ທັນທີ,

ຖືກ​ກວາດລ້າງ​ໄປ​ໝົດ​ສິ້ນ​ດ້ວຍ​ຄວາມ​ຢ້ານ!

ຂ້າແດ່​ອົງພຣະຜູ້ເປັນເຈົ້າ

ເມື່ອ​ພຣະອົງ​ລຸກ​ຂຶ້ນ​ກໍ​ເໝືອນ​ຄົນ​ທີ່​ຕື່ນ​ຈາກ​ຝັນ

ພຣະອົງ​ຈະ​ດູຖູກ​ຢຽດຢາມ​ພວກເຂົາ​ວ່າ​ເປັນ​ພຽງ​ພາບ​ໃນ​ຄວາມ​ຝັນ.

ເມື່ອ​ຈິດໃຈ​ຂອງ​ຂ້ານ້ອຍ​ທຸກໂສກ

ແລະ ຈິດ​ວິນຍານ​ຂອງ​ຂ້ານ້ອຍ​ຂົມຂື່ນ,

ຂ້ານ້ອຍ​ກໍ​ບໍ່​ຮູ້​ຈັກ​ຄິດ ແລະ ໂງ່​ຈ້າ

ຂ້ານ້ອຍ​ເປັນ​ເໝືອນ​ສັດ​ເດຍລະສານ​ຕໍ່​ພຣະອົງ.

ແຕ່​ເຖິງ​ປານ​ນັ້ນ ຂ້ານ້ອຍ​ກໍ​ຍັງ​ຢູ່​ກັບ​ພຣະອົງ​ສະເໝີ;

ພຣະອົງ​ໄດ້​ຈັບ​ມື​ຂວາ​ຂອງ​ຂ້ານ້ອຍ​ໄວ້.

ພຣະອົງ​ໄດ້​ນຳພາ​ຂ້ານ້ອຍ​ດ້ວຍ​ຄຳ​ປຶກສາ​ຂອງ​ພຣະອົງ

ແລະ ພາຍ​ຫລັງ​ພຣະອົງ​ກໍ​ຈະ​ຮັບ​ຂ້ານ້ອຍ​ເຂົ້າ​ສູ່​ສະຫງ່າລາສີ.

ນອກ​ຈາກ​ພຣະອົງ​ແລ້ວ​ຂ້ານ້ອຍ​ມີ​ຜູ້​ອື່ນ​ໃດ​ໃນ​ຟ້າ​ສະຫວັນ​ບໍ?

ແລະ ໃນ​ໂລກ​ນີ້​ຂ້ານ້ອຍ​ບໍ່​ປາຖະໜາ​ສິ່ງໃດ​ນອກ​ຈາກ​ພຣະອົງ.

ຮ່າງກາຍ ແລະ ຈິດໃຈ​ຂອງ​ຂ້ານ້ອຍ​ອາດ​ຈະ​ເສື່ອມ​ໄປ,

ແຕ່​ພຣະເຈົ້າ​ກໍ​ເປັນ​ພະລັງ​ໃນ​ຈິດໃຈ​ຂອງ​ຂ້ານ້ອຍ

ແລະ ເປັນ​ສ່ວນ​ມໍລະດົກ​ຂອງ​ຂ້ານ້ອຍ​ຕະຫລອດ​ໄປ.

ບັນດາ​ຜູ້​ທີ່​ຢູ່​ຫ່າງ​ໄກ​ຈາກ​ພຣະອົງ​ກໍ​ຈະ​ຈິບຫາຍ;

ພຣະອົງ​ທຳລາຍ​ທຸກຄົນ​ທີ່​ບໍ່​ສັດຊື່​ຕໍ່​ພຣະອົງ.

ແຕ່​ສ່ວນ​ຂ້ານ້ອຍ ດີ​ແທ້ໆ​ທີ່​ໄດ້​ເຂົ້າ​ມາ​ໃກ້​ພຣະເຈົ້າ.

ຂ້ານ້ອຍ​ໄດ້​ໃຫ້​ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ​ເປັນ​ບ່ອນ​ລີ້ໄພ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ຈະ​ເລົ່າ​ເຖິງ​ທຸກ​ສິ່ງ​ທີ່​ພຣະອົງ​ພຣະອົງ​ໄດ້​ເຮັດ.

Source notes (3)
  1. Footnote ຫລື ດິ້ນ​ລົນ​ຕໍ່ສູ້​ເມື່ອ​ພວກເຂົາ​ຈະ​ຕາຍ ຮ່າງກາຍ​ຂອງ​ພວກເຂົາ​ມີ​ສຸຂະພາບ​ດີ
  2. Footnote ພາສາ​ເຮັບເຣີ​ວ່າ ຕາ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ໄຂມັນ
  3. Footnote ໃນ​ພາສາ​ເຮັບເຣີ​ຂໍ້​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.