Biblica® Open Lao Contemporary Version
ເພງສັນລະເສີນ 74
(ມັດຄິນຂອງອາສັບ)
ຂ້າແດ່ພຣະເຈົ້າ ດ້ວຍເຫດໃດພຣະອົງຈຶ່ງປະຖິ້ມພວກຂ້ານ້ອຍຕະຫລອດໄປ?
ດ້ວຍເຫດໃດຄວາມໃຈຮ້າຍຂອງພຣະອົງຈຶ່ງພຸ່ງຂຶ້ນຕໍ່ແກະທີ່ຢູ່ໃນທົ່ງຫຍ້າຂອງພຣະອົງ?
ຂໍລະນຶກເຖິງຊົນຊາດທີ່ພຣະອົງໄດ້ຊື້ໄວ້ຕັ້ງແຕ່ຄັ້ງດົນນານມາແລ້ວ,
ຄົນທັງຫລາຍທີ່ພຣະອົງໄດ້ໄຖ່ໄວ້ເປັນກຳມະສິດຂອງພຣະອົງ
ພູເຂົາຊີໂອນ ບ່ອນທີ່ຂອງພຣະອົງຢູ່.
ຂໍໂຜດຫັນບາດຍ່າງຂອງພຣະອົງມາຍັງຊາກທີ່ຫັກພັງຕະຫລອດການເຫລົ່ານີ້,
ຄວາມພິນາດທັງຫລາຍທີ່ສັດຕູໄດ້ນຳມາສູ່ບ່ອນນະມັດສະການ.
ບັນດາສັດຕູຂອງພຣະອົງພາກັນໂຫ່ຮ້ອງໃນວິຫານບ່ອນທີ່ພຣະອົງໄດ້ພົບກັບພວກຂ້ານ້ອຍ;
ພວກເຂົາຕັ້ງທຸງຮົບຂອງຕົນຂຶ້ນເປັນໝາຍສຳຄັນ.
ພວກເຂົາເຮັດໂຕເໝືອນຄົນຖືຂວານ
ເພື່ອຕັດຜ່ານປ່າໄມ້ທີ່ດົກໜາ.
ພວກເຂົາທຸບໄມ້ທີ່ແກະສະຫລັກທັງໝົດ
ດ້ວຍຂວານດ້າມໃຫຍ່ ແລະ ນ້ອຍ.
ພວກເຂົາໄດ້ຈູດບ່ອນນະມັດສະການຂອງພຣະອົງຈົນພິນາດ
ພວກເຂົາເຮັດໃຫ້ບ່ອນຢູ່ຂອງນາມຂອງພຣະອົງເປັນມົນທິນ.
ພວກເຂົາຄິດໃນໃຈຂອງຕົນວ່າ “ພວກເຮົາຈະຍ່ອງໃຫ້ໝົດ!”
ພວກເຂົາໄດ້ຈູດບ່ອນນະມັດສະການພຣະເຈົ້າທຸກບ່ອນໃນແຜ່ນດິນ.
ເຮົາບໍ່ໄດ້ຮັບໝາຍສຳຄັນຈາກພຣະເຈົ້າ;
ບໍ່ມີຜູ້ທຳນວາຍເຫລືອຢູ່ເລີຍ,
ແລະ ບໍ່ມີຈັກຄົນໃນພວກເຮົາທີ່ຮູ້ວ່າຈະເປັນຢ່າງນີ້ໄປອີກດົນເທົ່າໃດ.
ຂ້າແດ່ພຣະເຈົ້າ ສັດຕູຈະເຢາະເຢີ້ຍພຣະອົງໄປອີກດົນປານໃດ?
ສັດຕູຈະໝິ່ນປະໝາດນາມຂອງພຣະອົງຕະຫລອດໄປບໍ?
ດ້ວຍເຫດໃດຈຶ່ງຢັ້ງມືຂວາຂອງພຣະອົງໄວ້?
ຂໍໂຜດຍື່ນມືຂວາຂອງພຣະອົງອອກມາ ແລະ ທຳລາຍພວກເຂົາ!
ຂ້າແດ່ພຣະເຈົ້າ ແຕ່ພຣະອົງເປັນກະສັດຂອງຂ້ານ້ອຍມາຕັ້ງແຕ່ດົນມາ;
ພຣະອົງນຳຄວາມພົ້ນມາຍັງແຜ່ນດິນໂລກ.
ພຣະອົງນີ້ແຫລະ ຄືຜູ້ທີ່ແຍກທະເລອອກດ້ວຍລິດອຳນາດຂອງພຣະອົງ;
ພຣະອົງໄດ້ຫັກຫົວຂອງສັດຮ້າຍທີ່ຢູ່ໃນນ້ຳ.
ພຣະອົງນີ້ແຫລະ ຄືຜູ້ທີ່ໄດ້ຍ່ອງຫົວທັງຫລາຍຂອງເລວີອາທານ
ແລະ ຖິ້ມໃຫ້ເປັນອາຫານຂອງສັດທັງຫລາຍໃນຖິ່ນແຫ້ງແລ້ງກັນດານ.
ພຣະອົງນີ້ແຫລະ ຄືຜູ້ທີ່ເປີດບໍ່ນ້ຳພຸ ແລະ ແມ່ນ້ຳ;
ພຣະອົງໄດ້ເຮັດໃຫ້ແມ່ນ້ຳທີ່ໄຫລຢູ່ສະເໝີນັ້ນແຫ້ງລົງ.
ກາງເວັນເປັນຂອງພຣະອົງ ແລະ ກາງຄືນກໍເປັນຂອງພຣະອົງ;
ພຣະອົງໄດ້ຕັ້ງດວງຕາເວັນ ແລະ ດວງເດືອນ.
ພຣະອົງນີ້ແຫລະ ຄືຜູ້ທີ່ກຳນົດເຂດແດນຕ່າງໆຂອງໂລກ
ພຣະອົງໄດ້ກຳນົດທັງລະດູຮ້ອນ ແລະ ລະດູໜາວ.
ຂ້າແດ່ພຣະເຈົ້າຢາເວ ຂໍລະນຶກວ່າສັດຕູໄດ້ເຢາະເຢີ້ຍພຣະອົງຢ່າງໃດ,
ຄົນທັງຫລາຍທີ່ໂງ່ຈ້າໄດ້ໝິ່ນປະໝາດນາມຂອງພຣະອົງຢ່າງໃດ.
ຂໍຢ່າຍື່ນຊີວິດນົກເຂົາຂອງພຣະອົງໃຫ້ແກ່ສັດປ່າ;
ຂໍຢ່າລືມຄົນຜູ້ຕົກທຸກຍາກລຳບາກຂອງພຣະອົງຕະຫລອດໄປ.
ໂຜດລະນຶກເຖິງສັນຍາຂອງພຣະອົງ,
ເພາະຄວາມຮຸນແຮງແຝງຢູ່ທົ່ວທຸກມຸມມືດຂອງແຜ່ນດິນ.
ຂໍຢ່າໃຫ້ຜູ້ທີ່ຖືກຂົ່ມເຫັງຕ້ອງຈົມຢູ່ໃນຄວາມອັບອາຍ,
ຂໍໃຫ້ຄົນທຸກຍາກ ແລະ ຂັດສົນສັນລະເສີນນາມຂອງພຣະອົງ.
ຂ້າແດ່ພຣະເຈົ້າ ຂໍໂຜດລຸກຂຶ້ນ ແລະ ປົກປ້ອງຄະດີຂອງພຣະອົງ
ຂໍລະນຶກວ່າຄົນໂງ່ຈ້ານັ້ນເຢາະເຢີ້ຍພຣະອົງຕະຫລອດເວລາ.
ຂໍຢ່າໄດ້ເສີຍຊາຕໍ່ສຽງໂຫ່ຮ້ອງຂອງບັນດາຝ່າຍກົງກັນຂ້າມຂອງພຣະອົງ,
ຕໍ່ສຽງອຶກກະທຶກຂອງສັດຕູຂອງພຣະອົງ ເຊິ່ງດັ່ງຂຶ້ນເລື້ອຍໆ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.