Biblica® Open Lao Contemporary Version
ເພງສັນລະເສີນ 27
(ບົດປະພັນຂອງດາວິດ)
ພຣະເຈົ້າຢາເວເປັນຄວາມສະຫວ່າງ ແລະ ເປັນຄວາມພົ້ນຂອງຂ້ານ້ອຍ
ຂ້ານ້ອຍຈະຕ້ອງຢ້ານກົວຜູ້ໃດ?
ພຣະເຈົ້າຢາເວເປັນທີ່ກຳບັງອັນເຂັ້ມແຂງສຳລັບຊີວິດຂອງຂ້ານ້ອຍ
ຂ້ານ້ອຍຈະຕ້ອງຢ້ານກົວຜູ້ໃດ?
ເມື່ອຄົນຊົ່ວຮ້າຍບຸກເຂົ້າມາຕໍ່ສູ້ຂ້ານ້ອຍ
ເພື່ອຈະກືນກິນ1ຂ້ານ້ອຍ,
ສັດຕູ ແລະ ຄູ່ແຂ່ງຂອງຂ້ານ້ອຍ
ພວກເຂົາຈະສະດຸດ ແລະ ລົ້ມລົງ.
ເຖິງວ່າກອງທັບຈະປິດອ້ອມຂ້ານ້ອຍ
ຈິດໃຈຂອງຂ້ານ້ອຍກໍຈະບໍ່ຢ້ານກົວ;
ເຖິງວ່າຈະເກີດສົງຄາມຕໍ່ສູ້ຂ້ານ້ອຍ
ຂ້ານ້ອຍກໍຍັງຈະມີຄວາມໝັ້ນໃຈ.
ສິ່ງໜຶ່ງທີ່ຂ້ານ້ອຍຂໍຈາກພຣະເຈົ້າຢາເວ
ສິ່ງດຽວທີ່ຂ້ານ້ອຍສະແຫວງຫາ
ຄືການທີ່ຂ້ານ້ອຍຈະໄດ້ຢູ່ໃນວິຫານຂອງພຣະເຈົ້າຢາເວ
ຕະຫລອດຊີວິດຂອງຂ້ານ້ອຍ,
ເພື່ອເບິ່ງຄວາມງາມຂອງພຣະເຈົ້າຢາເວ
ແລະ ເພື່ອສະແຫວງຫາພຣະອົງໃນວິຫານຂອງພຣະອົງ.
ເພາະໃນຍາມເດືອດຮ້ອນ
ພຣະອົງຈະປົກປັກຮັກສາຂ້ານ້ອຍໄວ້ໃຫ້ປອດໄພໃນທີ່ອາໄສຂອງພຣະອົງ;
ພຣະອົງຈະຊ້ອນຂ້ານ້ອຍໄວ້ໃນຫໍເຕັນສັກສິດຂອງພຣະອົງ
ແລະ ຈະຕັ້ງຂ້ານ້ອຍໄວ້ສູງເທິງສີລາ.
ແລ້ວຂ້ານ້ອຍຈະໄດ້ຮັບການເຊີດຊູ
ເໜືອບັນດາສັດຕູທີ່ຢູ່ອ້ອມຮອບຂ້ານ້ອຍ;
ໃນຫໍເຕັນສັກສິດຂອງພຣະອົງ ຂ້ານ້ອຍຈະຖວາຍເຄື່ອງບູຊາພ້ອມດ້ວຍສຽງໂຫ່ຮ້ອງຍິນດີ;
ຂ້ານ້ອຍຈະຮ້ອງເພງ ແລະ ບັນເລງດົນຕີຖວາຍແດ່ພຣະເຈົ້າຢາເວ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງສຽງຂອງຂ້ານ້ອຍເມື່ອຂ້ານ້ອຍຮ້ອງຫາ;
ຂໍໂຜດເມດຕາຂ້ານ້ອຍ ແລະ ຕອບຂ້ານ້ອຍ.
ຫົວໃຈຂອງຂ້ານ້ອຍເວົ້າເຖິງພຣະອົງວ່າ: “ຈົ່ງສະແຫວງຫາໃບໜ້າຂອງພຣະອົງ!”
ຂ້າແດ່ພຣະເຈົ້າຢາເວ ຂ້ານ້ອຍຈະສະແຫວງຫາໃບໜ້າຂອງພຣະອົງ.
ຂໍຢ່າໄດ້ເຊື່ອງໜ້າຂອງພຣະອົງໜີຈາກຂ້ານ້ອຍ,
ຂໍຢ່າໄດ້ໄລ່ຜູ້ຮັບໃຊ້ຂອງພຣະອົງອອກໄປດ້ວຍຄວາມໃຈຮ້າຍ
ເພາະພຣະອົງເປັນຜູ້ຊ່ວຍຂອງຂ້ານ້ອຍຕະຫລອດມາ.
ຂ້າແດ່ພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍ
ຂໍຢ່າໄດ້ປະຖິ້ມຂ້ານ້ອຍ ຫລື ໄປຈາກຂ້ານ້ອຍ.
ເຖິງແມ່ນວ່າພໍ່ ແລະ ແມ່ຂອງຂ້ານ້ອຍໄດ້ປະຖິ້ມຂ້ານ້ອຍ
ພຣະເຈົ້າຢາເວຈະຮັບຂ້ານ້ອຍໄວ້.
ຂ້າແດ່ພຣະເຈົ້າຢາເວ ຂໍສອນທາງຂອງພຣະອົງໃຫ້ແກ່ຂ້ານ້ອຍ
ຂໍນຳຂ້ານ້ອຍໄປໃນທາງຊື່
ເພາະມີຜູ້ຂົ່ມເຫັງຂ້ານ້ອຍ.
ຂໍຢ່າປ່ອຍຂ້ານ້ອຍໃຫ້ໄປຕາມຄວາມປາຖະໜາຂອງສັດຕູຂອງຂ້ານ້ອຍ,
ເພາະພະຍານປອມໄດ້ລຸກຂຶ້ນຕໍ່ສູ້ຂ້ານ້ອຍ
ພົ່ນຂໍ້ກ່າວຫາທີ່ມຸ່ງຮ້າຍອອກມາ.
ຂ້ານ້ອຍຍັງຄົງໝັ້ນໃຈໃນຂໍ້ນີ້
ຄືຂ້ານ້ອຍຈະໄດ້ເຫັນຄວາມດີຂອງພຣະເຈົ້າຢາເວ
ໃນດິນແດນຂອງຜູ້ມີຊີວິດ.
ຈົ່ງຄອຍຖ້າພຣະເຈົ້າຢາເວ
ຈົ່ງເຂັ້ມແຂງ ແລະ ກ້າຫານ
ແລະ ຈົ່ງຄອຍຖ້າພຣະເຈົ້າຢາເວ.
Source notes (1)
- Footnote ຫລື ໃສ່ຮ້າຍຂ້ານ້ອຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.