Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 26

(ບົດ​ປະພັນ​ຂອງ​ດາວິດ)

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ພິສູດ​ວ່າ​ຂ້ານ້ອຍ​ບໍລິສຸດ

ເພາະ​ຂ້ານ້ອຍ​ດຳເນີນຊີວິດ

ຂ້ານ້ອຍ​ໄດ້​ໄວ້​ວາງໃຈ​ໃນ​ພຣະເຈົ້າ​ຢາເວ

ໂດຍ​ບໍ່​ລັງເລ​ໃຈ​ເລີຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ທົດສອບ ແລະ ລອງ​ໃຈ​ຂ້ານ້ອຍ;

ຂໍ​ໂຜດ​ສຳຫລວດ​ຈິດໃຈ ແລະ ຄວາມຄິດ​ຂອງ​ຂ້ານ້ອຍ,

ເພາະ​ຂ້ານ້ອຍ​ລະນຶກ​ເຖິງ​ຄວາມ​ຮັກ​ໝັ້ນຄົງ​ຂອງ​ພຣະອົງ​ຢູ່​ສະເໝີ

ແລະ ຂ້ານ້ອຍ​ໄດ້​ດຳເນີນ​ຊີວິດ​ໂດຍ​ເພິ່ງພາ​ຄວາມ​ສັດຊື່​ຂອງ​ພຣະອົງ​ມາ​ຕະຫລອດ.

ຂ້ານ້ອຍ​ບໍ່​ຫຍຸ້ງ​ກຽ່ວ​ກັບ​ຄົນ​ຫລອກລວງ,

ຫລື ຂ້ານ້ອຍ​ບໍ່​ຄົບ​ຫາ​ກັບ​ຄົນ​ໜ້າຊື່ໃຈຄົດ.

ຂ້ານ້ອຍ​ກຽດຊັງ​ການ​ຊຸມນຸມ​ຂອງ​ຄົນ​ຊົ່ວຮ້າຍ

ແລະ ປະຕິເສດ​ທີ່​ຈະ​ຫຍຸ້ງກ່ຽວ​ກັບ​ຄົນ​ຊົ່ວຮ້າຍ.

ຂ້ານ້ອຍ​ລ້າງ​ມື​ຂອງ​ຂ້ານ້ອຍ​ເພື່ອ​ສະແດງ​ຄວາມ​ບໍລິສຸດ

ແລະ ຍ່າງ​ຢູ່​ອ້ອມ​ແທ່ນບູຊາ​ຂອງ​ພຣະອົງ ຂ້າແດ່​ພຣະເຈົ້າ​ຢາເວ,

ຂ້ານ້ອຍ​ໄດ້​ປະກາດ​ຄຳ​ສັນລະເສີນ​ຂອງ​ພຣະອົງ​ດ້ວຍ​ສຽງ​ອັນ​ດັງ

ແລະ ບອກ​ເຖິງ​ການ​ກະທຳ​ອັນ​ອັດສະຈັນ​ທັງໝົດ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຮັກ​ວິຫານ​ທີ່​ພຣະອົງ​ຢູ່,

ບ່ອນ​ທີ່​ສະຫງ່າລາສີ​ຂອງ​ສະຖິດ​ຢູ່.

ຂໍ​ຢ່າ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄປ​ພ້ອມ​ກັບ​ຄົນ​ບາບ

ຫລື ເອົາ​ຊີວິດ​ຂ້ານ້ອຍ​ໄປ​ພ້ອມ​ກັບ​ບັນດາ​ຄົນ​ທີ່​ກະຫາຍ​ເລືອດ,

ໃນ​ມື​ຂອງ​ພວກເຂົາ​ມີ​ແຕ່​ແຜນ​ການ​ຊົ່ວຮ້າຍ,

ມື​ຂວາ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ສິນບົນ.

ຂ້ານ້ອຍ​ດຳເນີນຊີວິດ​ຢ່າງ​ບໍ່​ມີ​ທີ່​ຕິ;

ຂໍ​ໄຖ່​ຂ້ານ້ອຍ ແລະ ເມດຕາ​ຂ້ານ້ອຍ​ດ້ວຍ.

ຕີນ​ຂອງ​ຂ້ານ້ອຍ​ຢືນ​ຢູ່​ເທິງ​ພື້ນ​ຮາບ​ພຽງ

ຂ້ານ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ​ຢາເວ​ໃນ​ທີ່​ຊຸມນຸມ​ໃຫຍ່.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.