Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 25

ບົດປະພັນ​ຂອງ​ດາວິດ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ,

ຂ້ານ້ອຍ​ຂໍ​ມອບ​ຄວາມ​ໄວ້ວາງໃຈ​ຂອງ​ຂ້ານ້ອຍ​ໄວ້​ໃນ​ພຣະອົງ.

ຂ້ານ້ອຍ​ໄວ້ວາງໃຈ​ໃນ​ພຣະອົງ;

ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ອັບອາຍ

ທັງ​ຢ່າ​ໃຫ້​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ​ມີ​ໄຊຊະນະ​ເໜືອ​ຂ້ານ້ອຍ.

ບໍ່​ມີ​ຜູ້ໃດ​ທີ່​ຫວັງ​ໃນ​ພຣະອົງ

ແລ້ວ​ຈະ​ຕ້ອງ​ອັບອາຍ,

ແຕ່​ຄວາມ​ອັບອາຍ​ນັ້ນ​ຈະ​ເກີດ​ກັບ

ຄົນ​ທີ່​ທໍລະຍົດ​ໂດຍ​ບໍ່​ມີ​ສາເຫດ​ນັ້ນ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ສະແດງ​ຫົນທາງ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ,

ຂໍ​ໂຜດ​ສອນ​ວິຖີ​ຂອງ​ພຣະອົງ​ແກ່​ຂ້ານ້ອຍ.

ຂໍ​ນຳ​ຂ້ານ້ອຍ​ໄປ​ໃນ​ຄວາມຈິງ​ຂອງ​ພຣະອົງ ແລະ ສອນ​ຂ້ານ້ອຍ,

ເພາະ​ພຣະອົງ​ເປັນ​ພຣະເຈົ້າ ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ຂ້ານ້ອຍ,

ແລະ ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ແມ່ນ​ຢູ່​ໃນ​ພຣະອົງ​ຕະຫລອດ​ມື້.

ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ລະນຶກ​ເຖິງ​ຄວາມ​ເມດຕາ ແລະ ຄວາມ​ຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ,

ເຊິ່ງ​ມີ​ມາ​ຕັ້ງ​ແຕ່​ອະດີດ.

ຂໍ​ຢ່າ​ລະນຶກ​ເຖິງ​ຄວາມ​ບາບ​ທັງຫລາຍ

ແລະ ວິຖີ​ອັນ​ດື້ດ້ານ​ໃນ​ໄວ​ໜຸ່ມ​ຂອງ​ຂ້ານ້ອຍ,

ຂໍ​ໂຜດ​ລະນຶກ​ເຖິງ​ຂ້ານ້ອຍ​ຕາມ​ຄວາມ​ຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ,

ຂ້າແດ່​ພຣະເຈົ້າ​ຢາເວ ເພາະ​ພຣະອົງ​ນັ້ນ​ແສນ​ດີ.

ພຣະເຈົ້າ​ຢາເວ​ແສນ​ດີ ແລະ ທ່ຽງທຳ;

ເຫດສະນັ້ນ ພຣະອົງ​ຈຶ່ງ​ໄດ້​ສອນ​ທາງ​ຂອງ​ພຣະອົງ​ໃຫ້​ແກ່​ຄົນ​ບາບ.

ພຣະອົງ​ນຳ​ຄົນ​ຖ່ອມ​ໃຈ​ໃນ​ສິ່ງ​ທີ່​ຖືກຕ້ອງ

ແລະ ສອນ​ທາງ​ຂອງ​ພຣະອົງ​ແກ່​ພວກເຂົາ.

ທຸກ​ທາງ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ມີ​ຄວາມ​ຮັກ ແລະ ຄວາມ​ສັດຊື່

ແກ່​ບັນດາ​ຜູ້​ທີ່​ຮັກສາ​ກົດເກນ​ແຫ່ງ​ພັນທະສັນຍາ​ຂອງ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ໂດຍ​ເຫັນ​ແກ່​ນາມ​ຂອງ​ພຣະອົງ,

ຂໍ​ອະໄພ​ຄວາມ​ຊົ່ວ​ຂອງ​ຂ້ານ້ອຍ ເຖິງ​ວ່າ​ມັນ​ຈະ​ໃຫຍ່​ຫລວງ.

ແລ້ວ​ຜູ້ໃດ​ຄື​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ຢາເວ?

ພຣະອົງ​ຈະ​ສອນ​ພວກເຂົາ​ເຖິງ​ທາງ​ທີ່​ພວກເຂົາ​ຄວນ​ຈະ​ເລືອກ.1

ພວກເຂົາ​ຈະ​ມີ​ຊີວິດ​ທີ່​ຈະເລີນ​ຮຸ່ງເຮືອງ,

ແລະ ລູກ​ຫລານ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ແຜ່ນດິນ​ນັ້ນ​ເປັນ​ມໍລະດົກ.

ພຣະເຈົ້າ​ຢາເວ​ວາງໃຈ​ໃນ​ບັນດາ​ຜູ້​ທີ່​ຢຳເກງ​ພຣະອົງ;

ພຣະອົງ​ຢືນຢັນ​ພັນທະສັນຍາ​ຂອງ​ພຣະອົງ​ແກ່​ພວກເຂົາ.

ຕາ​ຂອງ​ຂ້ານ້ອຍ​ເບິ່ງ​ທີ່​ພຣະເຈົ້າ​ຢາເວ​ສະເໝີ,

ເພາະ​ພຣະອົງ​ເທົ່ານັ້ນ​ທີ່​ຈະ​ປົດ​ບ້ວງແຮ້ວ​ອອກ​ຈາກ​ຕີນ​ຂອງ​ຂ້ານ້ອຍ.

ຂໍ​ໂຜດ​ຫັນ​ມາ​ຫາ​ຂ້ານ້ອຍ ແລະ ເມດຕາ​ຂ້ານ້ອຍ​ດ້ວຍ,

ເພາະ​ຂ້ານ້ອຍ​ໂດດດ່ຽວ ແລະ ທຸກທໍລະມານ.

ຂໍ​ບັນເທົາ​ຄວາມ​ທຸກຮ້ອນ​ໃນ​ໃຈ​ຂອງ​ຂ້ານ້ອຍ

ແລະ ຂໍ​ໃຫ້​ຂ້ານ້ອຍ​ຫລຸດ​ພົ້ນ​ຈາກ​ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ.

ຂໍ​ໂຜດ​ຫລຽວ​ເບິ່ງ​ຄວາມ​ທຸກທໍລະມານ​ຂອງ​ຂ້ານ້ອຍ ແລະ ຄວາມ​ທຸກໃຈ​ຂອງ​ຂ້ານ້ອຍ

ແລະ ນຳ​ເອົາ​ຄວາມ​ບາບ​ທັງໝົດ​ຂອງ​ຂ້ານ້ອຍ​ອອກ​ໄປ.

ຂໍ​ໂຜດ​ເບິ່ງ​ວ່າ​ສັດຕູ​ຂອງ​ຂ້ານ້ອຍ​ຈຳນວນ​ຫລວງຫລາຍ​ເທົ່າ​ໃດ

ແລະ ພວກເຂົາ​ກຽດຊັງ​ຂ້ານ້ອຍ​ຮຸນແຮງ​ປານ​ໃດ!

ຂໍ​ຄຸ້ມຄອງ ແລະ ຊ່ວຍ​ຊີວິດ​ຂ້ານ້ອຍ;

ຢ່າ​ໃຫ້​ຂ້ານ້ອຍ​ຕ້ອງ​ອັບອາຍ,

ເພາະ​ຂ້ານ້ອຍ​ລີ້ໄພ​ຢູ່​ໃນ​ພຣະອົງ.

ຂໍ​ໃຫ້​ຄວາມ​ສັດຊື່ ແລະ ຄວາມ​ທ່ຽງທຳ​ປົກປ້ອງ​ຂ້ານ້ອຍ​ໄວ້,

ຂ້າແດ່ພຣະເຈົ້າ​ຢາເວ,2 ເພາະ​ຄວາມ​ຫວັງ​ຂອງ​ຂ້ານ້ອຍ​ຢູ່​ໃນ​ພຣະອົງ.

ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ໄຖ່​ອິດສະຣາເອນ,

ໃຫ້​ພົ້ນ​ຈາກ​ຄວາມ​ເດືອດຮ້ອນ​ທັງໝົດ​ຂອງ​ພວກເຂົາ!

Source notes (2)
  1. Footnote ຫລື ທາງ​ພຣະອົງ​ເລືອກ
  2. Footnote ພາສາ​ເຮັບເຣີ​ບໍ່​ມີ​ຄຳ​ວ່າ ພຣະເຈົ້າ​ຢາເວ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.