Biblica® Open Lao Contemporary Version
ເພງສັນລະເສີນ 24
ບົດເພງສັນລະເສີນຂອງດາວິດ.
ແຜ່ນດິນໂລກ ແລະ ທຸກສິ່ງທີ່ຢູ່ໃນໂລກນີ້ເປັນຂອງພຣະເຈົ້າຢາເວ,
ໂລກ ແລະ ທຸກຄົນທີ່ອາໄສຢູ່ໃນໂລກນີ້ກໍເປັນຂອງພຣະອົງ;
ເພາະພຣະອົງໄດ້ຕັ້ງແຜ່ນດິນໄວ້ຢູ່ເທິງທະເລ
ແລະ ສ້າງມັນໄວ້ເທິງນ້ຳທັງຫລາຍ.
ຜູ້ໃດຈະໄດ້ຂຶ້ນໄປຍັງພູເຂົາຂອງພຣະເຈົ້າຢາເວ?
ຜູ້ໃດຈະໄດ້ຢືນຢູ່ໃນສະຖານທີ່ອັນບໍລິສຸດຂອງພຣະອົງ?
ຄືຜູ້ທີ່ມືສະອາດ ແລະ ໃຈບໍລິສຸດ,
ຄືຜູ້ທີ່ບໍ່ໄດ້ເຊື່ອໃນຮູບເຄົາລົບ
ຫລື ສາບານໂດຍອ້າງເຖິງພະປອມ.1
ພວກເຂົາຈະໄດ້ຮັບພຣະພອນຈາກພຣະເຈົ້າຢາເວ
ແລະ ຈະໄດ້ຮັບການພິສູດຈາກພຣະເຈົ້າອົງພຣະຜູ້ຊ່ວຍໃຫ້ພົ້ນຂອງພວກເຂົາ.
ຄົນຢ່າງນີ້ແຫລະ ເປັນຄົນທີ່ສະແຫວງຫາພຣະອົງ,
ເປັນຜູ້ທີ່ສະແຫວງຫາໃບໜ້າພຣະອົງ ຂ້າແດ່ພຣະເຈົ້າຂອງຢາໂຄບ.2
ປະຕູເມືອງ ຈົ່ງເປີດອອກ;
ປະຕູບູຮານ ຈົ່ງເປີດອອກ,
ເພື່ອກະສັດຜູ້ມີສະຫງ່າລາສີຈະໄດ້ເຂົ້າມາ.
ຜູ້ໃດຄືກະສັດຜູ້ມີສະຫງ່າລາສີອົງນີ້?
ຄືພຣະເຈົ້າຢາເວຜູ້ທີ່ເຂັ້ມແຂງ ແລະ ຍິ່ງໃຫຍ່,
ພຣະເຈົ້າຢາເວຜູ້ຍິ່ງໃຫຍ່ໃນການສູ້ຮົບ.
ປະຕູເມືອງ ຈົ່ງເປີດອອກ;
ປະຕູບູຮານ ຈົ່ງເປີດອອກ,
ເພື່ອກະສັດຜູ້ມີສະຫງ່າລາສີຈະໄດ້ເຂົ້າມາ.
ກະສັດຜູ້ມີສະຫງ່າລາສີອົງນີ້ຄືຜູ້ໃດ?
ຄືພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່
ພຣະອົງເປັນກະສັດຜູ້ມີສະຫງ່າລາສີ.
Source notes (2)
- Footnote ຫລື ສາບານປອມ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ຜູ້ສະແຫວງຫາໜ້າຂອງທ່ານເດີ້ຢາໂຄບ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.