Biblica® Open Lao Contemporary Version
ເພງສັນລະເສີນ 23
ບົດເພງສັນລະເສີນຂອງດາວິດ.
ພຣະເຈົ້າຢາເວເປັນຜູ້ລ້ຽງຂ້ານ້ອຍ, ຂ້ານ້ອຍບໍ່ໄດ້ຂາດເຂີນສິ່ງໃດ.
ພຣະອົງເຮັດໃຫ້ຂ້ານ້ອຍນອນລົງໃນທົ່ງຫຍ້າອັນຂຽວສົດ,
ພຣະອົງນຳຂ້ານ້ອຍໄປຍັງແຄມນ້ຳທີ່ງຽບສະຫງົບ,
ພຣະອົງຟື້ນຟູຈິດວິນຍານຂອງຂ້ານ້ອຍ.
ພຣະອົງນຳຂ້ານ້ອຍໄປໃນທາງຊອບທຳ
ເພື່ອເຫັນແກ່ນາມຂອງພຣະອົງ.
ເຖິງແມ່ນວ່າຂ້ານ້ອຍຍ່າງ
ຜ່ານຮ່ອມພູເຂົາອັນມືດມິດທີ່ສຸດ,1
ຂ້ານ້ອຍກໍຈະບໍ່ຢ້ານກົວຄວາມຊົ່ວຮ້າຍ,
ເພາະພຣະອົງຢູ່ກັບຂ້ານ້ອຍ;
ໄມ້ຄ້ອນ ແລະ ໄມ້ຄ້ອນເທົ້າຂອງພຣະອົງ,
ສິ່ງເຫລົ່ານັ້ນເຮັດໃຫ້ຂ້ານ້ອຍສະບາຍໃຈ.
ພຣະອົງໄດ້ຈັດຕຽມອາຫານສຳລັບຂ້ານ້ອຍ
ຕໍ່ໜ້າສັດຕູທັງຫລາຍຂອງຂ້ານ້ອຍ
ພຣະອົງໄດ້ເຈີມຫົວຂອງຂ້ານ້ອຍດ້ວຍນ້ຳມັນ;
ຈອກຂອງຂ້ານ້ອຍເຕັມຈົນລົ້ນ.
ຄວາມດີ ແລະ ຄວາມຮັກຂອງພຣະອົງຈະຕິດຕາມຂ້ານ້ອຍໄປຢ່າງແນ່ນອນ
ຕະຫລອດຊີວິດຂອງຂ້ານ້ອຍ,
ແລະ ຂ້ານ້ອຍຈະອາໄສຢູ່ໃນວິຫານຂອງພຣະເຈົ້າຢາເວຕະຫລອດໄປ.
ຕະຫລອດໄປ
Source notes (1)
- Footnote ຫລື ຜ່ານຮ່ອມພູເຂົາເງົາແຫ່ງຄວາມຕາຍ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.