Biblica® Open Lao Contemporary Version
ເພງສັນລະເສີນ 22
ເຖິງຫົວໜ້ານັກຮ້ອງ ທຳນອງ “ກວາງແຫ່ງເຊົ້າວັນໃໝ່” ບົດເພງສັນລະເສີນຂອງດາວິດ.
ພຣະເຈົ້າຂອງຂ້ານ້ອຍ, ພຣະເຈົ້າຂອງຂ້ານ້ອຍ, ເປັນຫຍັງພຣະອົງຈຶ່ງປະຖິ້ມຂ້ານ້ອຍ?
ດ້ວຍເຫດໃດພຣະອົງຈຶ່ງຢູ່ຫ່າງໄກ ບໍ່ມາຊ່ວຍຂ້ານ້ອຍ?
ຢູ່ຫ່າງໄກ ບໍ່ຟັງຄຳຄ່ຳຄວນຂອງຂ້ານ້ອຍ?
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ ຂ້ານ້ອຍຮ້ອງຫາຕະຫລອດທັງກາງເວັນ ແຕ່ພຣະອົງກໍບໍ່ຕອບ,
ຍາມກາງຄືນຂ້ານ້ອຍກໍບໍ່ໄດ້ຢຸດພັກ.1
ເຖິງປານນັ້ນພຣະອົງກໍຄອງບັນລັງໃນຖານະອົງບໍລິສຸດ,
ພຣະອົງເປັນທີ່ສັນລະເສີນຂອງອິດສະຣາເອນ.2
ບັນພະບຸລຸດຂອງພວກຂ້ານ້ອຍໄດ້ໄວ້ໃຈໃນພຣະອົງ;
ພວກເຂົາໄດ້ໄວ້ໃຈໃນພຣະອົງ ແລະ ພຣະອົງກໍໄດ້ກອບກູ້ພວກເຂົາ.
ພວກເຂົາຮ້ອງຫາພຣະອົງ ແລະ ໄດ້ຮັບການກອບກູ້;
ພວກເຂົາໄດ້ໄວ້ໃຈໃນພຣະອົງ ແລະ ບໍ່ຕ້ອງອັບອາຍ.
ແຕ່ຂ້ານ້ອຍເປັນໜອນ ແລະ ບໍ່ແມ່ນຄົນ,
ຖືກທຸກຄົນດູຖູກ, ຖືກຄົນທັງຫລາຍໝິ່ນປະໝາດ.
ທຸກຄົນທີ່ເຫັນຂ້ານ້ອຍຕ່າງກໍເຢາະເຢີ້ຍຂ້ານ້ອຍ;
ພວກເຂົາງຶກຫົວ ແລະ ເວົ້າດູຖູກຂ້ານ້ອຍ.
ພວກເຂົາເວົ້າວ່າ, “ລາວໄວ້ໃຈໃນພຣະເຈົ້າຢາເວ,
ກໍໃຫ້ພຣະເຈົ້າຢາເວຊ່ວຍລາວ.
ໃນເມື່ອພຣະອົງພໍໃຈໃນລາວ
ກໍໃຫ້ພຣະອົງກອບກູ້ເອົາລາວ”.
ເຖິງປານນັ້ນພຣະອົງກໍໄດ້ນຳຂ້ານ້ອຍອອກມາຈາກມົດລູກ;
ພຣະອົງເຮັດໃຫ້ຂ້ານ້ອຍໄວ້ໃຈໃນພຣະອົງຕັ້ງແຕ່ຢູ່ໃນອ້ອມເອິກຂອງແມ່ຂອງຂ້ານ້ອຍ.
ຕັ້ງແຕ່ເກີດ ຂ້ານ້ອຍກໍຖືກປະຖິ້ມໄວ້ກັບພຣະອົງ;
ຕັ້ງແຕ່ຂ້ານ້ອຍຍັງຢູ່ໃນມົດລູກຂອງແມ່ຂອງຂ້ານ້ອຍ ພຣະອົງກໍເປັນພຣະເຈົ້າຂອງຂ້ານ້ອຍແລ້ວ.
ຂໍຢ່າໄດ້ຢູ່ໄກຈາກຂ້ານ້ອຍ,
ເພາະຄວາມເດືອດຮ້ອນນັ້ນແມ່ນຢູ່ໃກ້
ແລະ ບໍ່ມີຜູ້ໃດຊ່ວຍໄດ້ເລີຍ.
ງົວຈຳນວນຫລາຍໄດ້ອ້ອມຮອບຂ້ານ້ອຍໄວ້;
ຝູງງົວເຖິກແຫ່ງບາຊານໄດ້ປິດລ້ອມຂ້ານ້ອຍ.
ພວກມັນເປີດປາກກວ້າງໃສ່ຂ້ານ້ອຍ
ເໝືອນໂຕສິງກຳລັງຮ້ອງທີ່ຈະກັດຈີກເຫຍື່ອຂອງຕົນ.
ກຳລັງຂອງຂ້ານ້ອຍຖືກຖອກອອກໄປເໝືອນດັ່ງນ້ຳ.
ແລະ ກະດູກທັງໝົດຂອງຂ້ານ້ອຍກໍຫລຸດຈາກຂໍ້ຕໍ່.
ຫົວໃຈຂອງຂ້ານ້ອຍກໍກາຍເປັນຂີ້ເຜິ້ງ
ມັນລະລາຍຢູ່ພາຍໃນຂ້ານ້ອຍ.
ປາກຂອງຂ້ານ້ອຍກໍແຫ້ງໄປເໝືອນດັ່ງດິນເຜົາ,
ແລະ ລີ້ນຂອງຂ້ານ້ອຍກໍເກາະຕິດຢູ່ທີ່ເພດານປາກ;
ພຣະອົງປ່ອຍໃຫ້ຂ້ານ້ອຍນອນ3ເກືອກຂີ້ຝຸ່ນດິນແຫ່ງຄວາມຕາຍ.
ໝາທັງຫລາຍໄດ້ລ້ອມຂ້ານ້ອຍໄວ້,
ກຸ່ມຄົນຊົ່ວຮ້າຍກໍໄດ້ປິດລ້ອມຂ້ານ້ອຍ;
ພວກເຂົາໄດ້ແທງມື ແລະ ຕີນຂອງຂ້ານ້ອຍ.
ກະດູກທັງໝົດຂອງຂ້ານ້ອຍກໍຢູ່ໃນທີ່ແຈ້ງ;
ຄົນທັງຫລາຍຕ່າງກໍຈ້ອງເບິ່ງ ແລະ ເບິ່ງມາທີ່ຂ້ານ້ອຍ.
ພວກເຂົາເອົາເຄື່ອງນຸ່ງຂອງຂ້ານ້ອຍມາແບ່ງກັນ
ແລະ ເອົາເສື້ອຜ້າຂອງຂ້ານ້ອຍມາຈັບສະຫລາກ.
ຂ້າແດ່ພຣະເຈົ້າຢາເວ ສ່ວນພຣະອົງແລ້ວ ຂໍຢ່າໄດ້ຢູ່ໄກຈາກຂ້ານ້ອຍເລີຍ.
ພຣະອົງເປັນກຳລັງຂອງຂ້ານ້ອຍ; ໂຜດຟ້າວມາຊ່ວຍຂ້ານ້ອຍດ້ວຍ.
ຂໍໂຜດຊ່ວຍຂ້ານ້ອຍໃຫ້ພົ້ນຈາກດາບ,
ຂໍໂຜດຊ່ວຍຊີວິດອັນມີຄ່າຂອງຂ້ານ້ອຍໃຫ້ພົ້ນຈາກອຳນາດຂອງໝາເຫລົ່ານັ້ນ.
ກອບກູ້ຂ້ານ້ອຍໃຫ້ພົ້ນຈາກປາກສິງ;
ຂໍຊ່ວຍຂ້ານ້ອຍໃຫ້ຫລຸດພົ້ນຈາກເຂົາຂອງງົວປ່າ.
ຂ້ານ້ອຍຈະປະກາດນາມຂອງພຣະອົງແກ່ພີ່ນ້ອງຮ່ວມຊາດຂອງຂ້ານ້ອຍ;
ຈະສັນລະເສີນພຣະອົງໃນທີ່ປະຊຸມ.
ພວກທ່ານທັງຫລາຍທີ່ຢຳເກງພຣະເຈົ້າຢາເວ ຈົ່ງສັນລະເສີນພຣະອົງ!
ພວກທ່ານທຸກຄົນທີ່ເປັນເຊື້ອສາຍຂອງຢາໂຄບ ຈົ່ງຖວາຍກຽດແດ່ພຣະອົງ!
ຈົ່ງຢຳເກງພຣະອົງ, ພວກທ່ານທຸກຄົນຜູ້ເປັນເຊື້ອສາຍຂອງອິດສະຣາເອນ!
ເພາະພຣະອົງບໍ່ໄດ້ໝິ່ນປະໝາດ ຫລື ດູຖູກ
ຄວາມທຸກທໍລະມານຂອງຜູ້ທີ່ທຸກຍາກ;
ພຣະອົງບໍ່ໄດ້ເຊື່ອງໜ້າຂອງພຣະອົງໄວ້ຈາກລາວ
ແຕ່ໄດ້ຟັງສຽງຮ້ອງຂໍຄວາມຊ່ວຍເຫລືອຂອງລາວ.
ເພາະພຣະອົງ ຂ້ານ້ອຍຈຶ່ງຮ້ອງສັນລະເສີນໃນທີ່ຊຸມນຸມໃຫຍ່;
ຂ້ານ້ອຍຈະເຮັດຕາມຄຳປະຕິຍານຂອງຂ້ານ້ອຍ ໃຫ້ສຳເລັດຕໍ່ໜ້າບັນດາຜູ້ທີ່ຢຳເກງພຣະອົງ.
ຄົນທຸກຍາກຈະໄດ້ກິນ ແລະ ອິ່ມໜຳ;
ບັນດາຜູ້ທີ່ສະແຫວງຫາພຣະເຈົ້າຢາເວກໍຈະສັນລະເສີນພຣະອົງ
ຂໍໃຫ້ຈິດໃຈຂອງພວກທ່ານທັງຫລາຍມີຊີວິດຢູ່ຕະຫລອດໄປ!
ທົ່ວທຸກມຸມໂລກ
ຈະຈົດຈຳ ແລະ ຫັນມາຫາພຣະເຈົ້າຢາເວ,
ແລະ ທຸກຄອບຄົວຂອງຊົນຊາດທັງຫລາຍ
ຈະກາບລົງຕໍ່ໜ້າພຣະອົງ,
ເພາະອຳນາດການປົກຄອງນັ້ນເປັນຂອງພຣະເຈົ້າຢາເວ
ແລະ ພຣະອົງປົກຄອງເໜືອບັນດາປະຊາຊາດເຫລົ່ານັ້ນ.
ຄົນຮັ່ງມີທຸກຄົນໃນແຜ່ນດິນໂລກນີ້ຈະສະເຫລີມສະຫລອງ ແລະ ນະມັດສະການພຣະອົງ;
ທຸກຄົນທີ່ຕ້ອງກັບສູ່ຂີ້ຝຸ່ນດິນກໍຈະຄຸເຂົ່າລົງຕໍ່ໜ້າພຣະອົງ
ຄືບັນດາຜູ້ທີ່ບໍ່ສາມາດຮັກສາຊີວິດຂອງຕົນໄວ້ໄດ້.
ບັນດາລູກຫລານຈະຮັບໃຊ້ພຣະອົງ;
ມະນຸດຈະກ່າວເຖິງອົງພຣະຜູ້ເປັນເຈົ້າໃຫ້ຄົນລຸ້ນຕໍ່ໄປຟັງ.
ພວກເຂົາຈະປະກາດຄວາມຊອບທຳຂອງພຣະອົງ,
ປະກາດແກ່ຄົນລຸ້ນຫລັງທີ່ຍັງບໍ່ທັນເກີດມາວ່າ:
ພຣະອົງໄດ້ເຮັດຢ່າງນັ້ນແລ້ວ!
Source notes (3)
- Footnote ຫລື ກາງຄືນກໍບໍຢຸດຮ້ອງຫາ
- Footnote ຫລື ເຖິງປານນັ້ນພຣະອົງບໍລິສຸດ ນັ່ງເທິງບັນລັງເໜືອການສັນລະເສີນຂອງອິດສະຣາເອນ
- Footnote ຫລື ຂ້ານ້ອຍຖືກຖິ້ມໃຫ້ນອນ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.