Biblica® Open Lao Contemporary Version
ເພງສັນລະເສີນ 21
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ.
ຂ້າແດ່ພຣະເຈົ້າຢາເວ, ກະສັດຊື່ນຊົມຍິນດີໃນກຳລັງຂອງພຣະອົງ.
ຄວາມຍິນດີຂອງເພິ່ນໃນໄຊຊະນະທີ່ພຣະອົງມອບໃຫ້ນັ້ນຍິ່ງໃຫຍ່!
ພຣະອົງໄດ້ໃຫ້ເພິ່ນຕາມທີ່ໃຈຂອງເພິ່ນປາຖະໜາ
ບໍ່ໄດ້ໜ່ວງໜ່ຽວສິ່ງທີ່ຮີມສົບຂອງເພິ່ນຂໍ.
ພຣະອົງໄດ້ຕ້ອນຮັບເພິ່ນດ້ວຍພຣະພອນອັນອຸດົມ
ແລະ ໄດ້ສວມມົງກຸດຄຳບໍລິສຸດເທິງຫົວຂອງເພິ່ນ.
ເພິ່ນໄດ້ຂໍຊີວິດ ແລະ ພຣະອົງກໍໄດ້ມອບຊີວິດນັ້ນໃຫ້ແກ່ເພິ່ນ
ວັນຄືນແຫ່ງຊີວິດຂອງເພິ່ນຈຶ່ງຍືນຍົງຕະຫລອດໄປ.
ສະຫງ່າລາສີຂອງເພິ່ນແມ່ນຍິ່ງໃຫຍ່ໂດຍໄຊຊະນະທີ່ພຣະອົງມອບໃຫ້;
ພຣະອົງໄດ້ມອບຄວາມສະຫງ່າງາມ ແລະ ບາລະມີໃຫ້ແກ່ເພິ່ນ.
ແນ່ນອນ ພຣະອົງໄດ້ໃຫ້ພຣະພອນແກ່ເພິ່ນຢ່າງບໍ່ຢຸດຢັ້ງ
ແລະ ເຮັດໃຫ້ເພິ່ນຍິນດີກັບຄວາມຍິນດີທີ່ຢູ່ຕໍ່ໜ້າພຣະອົງ.
ເພາະກະສັດວາງໃຈໃນພຣະເຈົ້າຢາເວ;
ໂດຍຄວາມຮັກໝັ້ນຄົງຂອງອົງຜູ້ສູງສຸດ
ເພິ່ນຈະບໍ່ຫວັ່ນໄຫວຈັກເທື່ອ.
ມືຂອງພຣະອົງຈະຈັບກຸມສັດຕູທັງໝົດຂອງພຣະອົງ;
ມືຂວາຂອງພຣະອົງຈະຢຶດສັດຕູທັງຫລາຍຂອງພຣະອົງໄວ້.
ເມື່ອພຣະອົງມາປາກົດເພື່ອສູ້ຮົບ,
ພຣະອົງຈະເຜົາພວກເຂົາເໝືອນກັບເຕົາໄຟທີ່ລຸກຢູ່.
ພຣະເຈົ້າຢາເວຈະກືນພວກເຂົາດ້ວຍຄວາມໂກດຮ້າຍຂອງພຣະອົງ,
ແລະ ໄຟຂອງພຣະອົງຈະເຜົາໄໝ້ພວກເຂົາ.
ພຣະອົງຈະທຳລາຍເຊື້ອສາຍຂອງພວກເຂົາຈາກແຜ່ນດິນໂລກ
ກຳຈັດເຜົ່າພັນຂອງພວກເຂົາຈາກມວນມະນຸດ.
ເຖິງວ່າພວກເຂົາໄດ້ຄິດຮ້າຍຕໍ່ພຣະອົງ
ແລະ ວາງແຜນຊົ່ວ ພວກເຂົາກໍບໍ່ສາມາດເຮັດໃຫ້ສຳເລັດໄດ້.
ເພາະພຣະອົງຈະເຮັດໃຫ້ພວກເຂົາຫັນຫລັງໜີໄປ
ເມື່ອພຣະອົງແນທະນູໄປທີ່ພວກເຂົາ.
ຂ້າແດ່ພຣະເຈົ້າຢາເວ ຂໍເຊີດຊູກຳລັງຂອງພຣະອົງ;
ພວກຂ້ານ້ອຍຈະຮ້ອງເພງ ແລະ ສັນລະເສີນລິດອຳນາດຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.