Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 20

ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ດາວິດ.

ຂໍ​ພຣະເຈົ້າ​ຢາເວ​ຕອບ​ທ່ານ​ໃນ​ຍາມ​ທີ່​ທ່ານ​ໂສກເສົ້າ;

ຂໍ​ໃຫ້​ນາມ​ຂອງ​ພຣະເຈົ້າ​ຂອງ​ຢາໂຄບ​ຄຸ້ມຄອງ​ທ່ານ

ຂໍ​ພຣະອົງ​ສົ່ງ​ຄວາມ​ຊ່ວຍເຫລືອ​ຈາກ​ສະຖານ​ນະມັດສະການ​ມາ​ໃຫ້​ທ່ານ

ແລະ ສະໜັບສະໜູນ​ທ່ານ​ຈາກ​ຊີໂອນ.

ຂໍ​ພຣະອົງ​ລະນຶກ​ເຖິງ​ເຄື່ອງບູຊາ​ທັງໝົດ​ທີ່​ທ່ານ​ໄດ້​ຖວາຍ

ແລະ ຮັບ​ເຄື່ອງເຜົາ​ບູຊາ​ຂອງ​ທ່ານ.

ຂໍ​ພຣະອົງ​ໃຫ້​ທ່ານ​ຕາມ​ທີ່​ທ່ານ​ປາຖະໜາ​ໃນໃຈ

ແລະ ຂໍ​ເຮັດ​ໃຫ້​ແຜນການ​ທັງໝົດ​ຂອງ​ທ່ານ​ນັ້ນ​ສຳເລັດ.

ຂໍ​ໃຫ້​ພວກເຮົາ​ໂຫ່​ຮ້ອງ​ຍິນດີ​ເພາະ​ໄຊຊະນະ​ຂອງ​ທ່ານ

ແລະ ຍົກ​ທຸງ​ໃນ​ນາມ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ.

ຂໍ​ພຣະເຈົ້າ​ຢາເວ​ຕອບ​ຄຳ​ອະທິຖານ​ຂອງ​ທ່ານ​ທຸກ​ປະການ.

ບັດນີ້ ຂ້ານ້ອຍ​ຮູ້​ວ່າ:

ພຣະເຈົ້າ​ຢາເວ​ມອບ​ໄຊຊະນະ​ໃຫ້​ຜູ້​ທີ່​ໄດ້​ເຈີມ​ໄວ້.

ພຣະອົງ​ໄດ້​ຕອບ​ລາວ​ຈາກ​ສະຖານ​ນະມັດສະການ​ແຫ່ງ​ຟ້າ​ສະຫວັນ​ຂອງ​ພຣະອົງ

ດ້ວຍ​ລິດອຳນາດ​ແຫ່ງ​ໄຊຊະນະ​ໃນ​ມື​ຂວາ​ຂອງ​ພຣະອົງ.

ບາງຄົນ​ໄວ້ວາງໃຈ​ໃນ​ລົດຮົບ ແລະ ບາງຄົນ​ກໍ​ໄວ້ວາງໃຈ​ໃນ​ມ້າ,

ແຕ່​ພວກເຮົາ​ໄວ້ວາງໃຈ​ໃນ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຮົາ.

ພວກເຂົາ​ຈະ​ລົ້ມ​ລົງ ແລະ ພ່າຍແພ້

ແຕ່​ພວກເຮົາ​ຈະ​ລຸກ​ຂຶ້ນ ແລະ ຕັ້ງ​ໝັ້ນຄົງ

ຂ້າແດ່​ພຣະເຈົ້າ​ຢາເວ, ໂຜດ​ມອບ​ໄຊຊະນະ​ໃຫ້​ແກ່​ກະສັດ!

ຂໍ​ໂຜດ​ຕອບ​ເມື່ອ​ເວລາ​ທີ່​ພວກຂ້ານ້ອຍ​ຮ້ອງ​ຫາ​ພຣະອົງ!

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.