Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 19

ເຖິງ​ຫົວໜ້າ​ນັກຮ້ອງ ບົດ​ເພງສັນລະເສີນ​ຂອງ​ດາວິດ.

ຟ້າ​ສະຫວັນ​ປະກາດ​ສະຫງ່າລາສີ​ຂອງ​ພຣະເຈົ້າ;

ທ້ອງຟ້າ​ປະກາດ​ຜົນງານ​ຂອງ​ມື​ຂອງ​ພຣະອົງ.

ມື້​ໃດ​ກໍ​ຕາມ​ຟ້າ​ສະຫວັນ​ກັບ​ທ້ອງຟ້າ​ຕ່າງ​ກໍ​ກ່າວ​ເຖິງ​ພຣະເຈົ້າ;

ຄືນ​ໃດ​ກໍ​ຕາມ​ພວກ​ມັນ​ກໍ​ເປີດເຜີຍ​ຄວາມຮູ້.

ພວກ​ມັນ​ບໍ່​ມີ​ຄຳ​ກ່າວ, ພວກ​ມັນ​ບໍ່​ມີ​ຖ້ອຍຄຳ;

ບໍ່​ໄດ້​ຍິນ​ສຽງ​ໃດ​ຈາກ​ພວກ​ມັນ.

ແຕ່​ເຖິງ​ປານ​ນັ້ນ​ສຽງ​ຂອງ​ພວກ​ມັນ​ກໍ​ຍັງ​ອອກ​ໄປ​ທົ່ວ​ໂລກ,

ຖ້ອຍຄຳ​ຂອງ​ພວກ​ມັນ​ໄປ​ເຖິງ​ສຸດ​ປາຍ​ແຜ່ນດິນ​ໂລກ.

ພຣະອົງ​ໄດ້​ກຳນົດ​ຕຳແໜ່ງ​ຂອງ​ຕາເວັນ​ໄວ້​ເທິງ​ຟ້າ​ສະຫວັນ.

ເຊິ່ງ​ເປັນ​ເໝືອນ​ເຈົ້າບ່າວ​ທີ່​ກຳລັງ​ອອກ​ມາ​ຈາກ​ຫ້ອງ​ຂອງ​ຕົນ,

ເໝືອນ​ນັກກິລາ​ຜູ້​ຍິ່ງໃຫຍ່​ທີ່​ກຳລັງ​ຊື່ນຊົມຍິນດີ​ແລ່ນ​ເຂົ້າ​ສູ່​ການ​ແຂ່ງຂັນ​ຂອງ​ຕົນ.

ຕາເວັນ​ຂຶ້ນ​ຈາກ​ຟາກ​ໜຶ່ງ​ຂອງ​ຟ້າ​ສະຫວັນ

ແລະ ໂຄຈອນ​ໄປ​ຍັງ​ອີກ​ຟາກ​ໜຶ່ງ;

ບໍ່​ມີ​ສິ່ງໃດ​ຫລົບ​ລີ້​ຈາກ​ຄວາມ​ຮ້ອນ​ຂອງ​ມັນ​ໄດ້.

ກົດບັນຍັດ​ຂອງ​ພຣະເຈົ້າ​ຢາເວ​ແມ່ນ​ສົມບູນ,

ຟື້ນຟູ​ຈິດວິນຍານ.

ກົດເກນ​ຂອງ​ພຣະເຈົ້າ​ຢາເວ​ເປັນ​ທີ່​ເຊື່ອຖືໄດ້,

ເຮັດ​ໃຫ້​ຄົນ​ທີ່​ຮູ້​ໜ້ອຍ​ມີ​ປັນຍາ.

ຂໍ້​ບັງຄັບ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ຖືກຕ້ອງ,

ໃຫ້​ຄວາມ​ຊື່ນຊົມຍິນດີ​ແກ່​ຈິດໃຈ.

ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າ​ຢາເວ​ແມ່ນ​ຊັດເຈນ,

ໃຫ້​ຄວາມ​ສະຫວ່າງ​ແກ່​ຕາ.

ຄວາມ​ຢຳເກງ​ພຣະເຈົ້າ​ຢາເວ​ນັ້ນ​ບໍລິສຸດ

ຍືນຍົງ​ຕະຫລອດ​ໄປ.

ດຳລັດ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ແນ່ນອນ,

ແລະ ທັງໝົດ​ນັ້ນ​ຊອບທຳ.

ຂໍ້ປະຕິບັດ​ນັ້ນ​ລ້ຳ​ຄ່າ​ຍິ່ງ​ກວ່າ​ຄຳ,

ລ້ຳ​ຄ່າ​ຍິ່ງ​ກວ່າ​ຄຳ​ບໍລິສຸດ;

ຂໍ້ປະຕິບັດ​ນັ້ນ​ຫວານ​ກວ່າ​ນ້ຳເຜິ້ງ,

ຫວານ​ກວ່າ​ນ້ຳເຜິ້ງ​ທີ່​ຍ້ອຍ​ລົງ​ຈາກ​ຮັງເຜິ້ງ.

ສິ່ງ​ເຫລົ່ານີ້​ໄດ້​ຕັກ​ເຕືອນ​ຜູ້ຮັບໃຊ້​ຂອງ​ພຣະອົງ;

ຄົນ​ໃດ​ທີ່​ປະຕິບັດ​ຕາມ​ສິ່ງ​ເຫລົ່ານີ້​ຈະ​ໄດ້​ຮັບ​ລາງວັນ​ຍິ່ງໃຫຍ່.

ແຕ່​ຜູ້ໃດ​ສາມາດ​ສັງເກດ​ເຫັນ​ຄວາມ​ຜິດພາດ​ຂອງ​ຕົນ?

ຂໍ​ໂຜດ​ອະໄພ​ຄວາມ​ຜິດ​ທີ່​ປິດບັງ​ໄວ້​ຂອງ​ຂ້ານ້ອຍ.

ຂໍ​ໂຜດ​ຢັບຢັ້ງ​ຜູ້ຮັບໃຊ້​ຂອງ​ພຣະອົງ​ບໍ່​ໃຫ້​ເຮັດ​ບາບ​ໂດຍ​ຕັ້ງ​ໃຈ;

ຂໍ​ຢ່າ​ໃຫ້​ຄວາມ​ບາບ​ເຫລົ່ານັ້ນ​ປົກຄອງ​ຂ້ານ້ອຍ.

ແລ້ວ​ຂ້ານ້ອຍ​ກໍ​ຈະ​ບໍ່​ມີ​ຕຳໜິ,

ບໍລິສຸດ​ຈາກ​ການ​ລ່ວງລະເມີດ​ອັນ​ໃຫຍ່​ຫລວງ.

ຂໍ​ໃຫ້​ວາຈາ​ທີ່​ອອກ​ມາ​ຈາກ​ປາກ​ຂອງ​ຂ້ານ້ອຍ ແລະ ການ​ສຳນຶກ​ໃນ​ໃຈ​ຂອງ​ຂ້ານ້ອຍ​ນັ້ນ

ເປັນ​ທີ່​ພໍໃຈ​ໃນ​ສາຍຕາ​ຂອງ​ພຣະອົງ,

ຂ້າແດ່​ພຣະເຈົ້າ​ຢາເວ, ຜູ້​ເປັນ​ສີລາ​ຂອງ​ຂ້ານ້ອຍ ແລະ ເປັນ​ພຣະຜູ້ໄຖ່​ຂອງ​ຂ້ານ້ອຍ.

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.