Biblica® Open Lao Contemporary Version
ເພງສັນລະເສີນ 18
(2ຊມອ 22:1-51)
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດຜູ້ຮັບໃຊ້ຂອງພຣະເຈົ້າຢາເວ. ເພິ່ນໄດ້ຮ້ອງຖວາຍແດ່ພຣະເຈົ້າຢາເວ ເມື່ອເວລາທີ່ພຣະເຈົ້າຢາເວຊ່ວຍກູ້ເພິ່ນອອກມາຈາກມືຂອງສັດຕູທັງໝົດຂອງເພິ່ນ ແລະ ອອກຈາກມືຂອງໂຊໂລໂມນດ້ວຍ. ເພິ່ນກ່າວວ່າ:
ຂ້າແດ່ພຣະເຈົ້າຢາເວ, ຜູ້ເປັນກຳລັງຂອງຂ້ານ້ອຍ ຂ້ານ້ອຍຮັກພຣະອົງ.
ພຣະເຈົ້າຢາເວເປັນສີລາ ເປັນປ້ອມປ້ອງກັນ ແລະ ຜູ້ຊ່ວຍກູ້ຂອງຂ້ານ້ອຍ;
ພຣະເຈົ້າຂອງຂ້ານ້ອຍນັ້ນເປັນສີລາທີ່ຂ້ານ້ອຍເຂົ້າໄປລີ້ໄພ,
ເປັນໂລ່1 ແລະ ເປັນເຂົາສັດ2ແຫ່ງຄວາມພົ້ນ, ເປັນທີ່ໝັ້ນຂອງຂ້ານ້ອຍ.
ຂ້ານ້ອຍຮ້ອງຕໍ່ພຣະເຈົ້າຢາເວ ຜູ້ທີ່ສົມຄວນແກ່ການສັນລະເສີນ,
ແລ້ວຂ້ານ້ອຍກໍໄດ້ຮັບການຊ່ວຍໃຫ້ຫລຸດພົ້ນຈາກບັນດາສັດຕູຂອງຂ້ານ້ອຍ.
ເຊືອກແຫ່ງຄວາມຕາຍໄດ້ພັນຂ້ານ້ອຍໄວ້
ກະແສແຫ່ງຄວາມຈິບຫາຍກໍໄດ້ຄອບງຳຂ້ານ້ອຍ.
ເຊືອກຂອງຂຸມຝັງສົບກໍພັນອ້ອມໂຕຂ້ານ້ອຍໄວ້;
ບ້ວງແຮ້ວແຫ່ງຄວາມຕາຍຢູ່ຕໍ່ໜ້າຂ້ານ້ອຍ.
ໃນຍາມທຸກໃຈ ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ;
ຂ້ານ້ອຍຮ້ອງຂໍຄວາມຊ່ວຍເຫລືອຈາກພຣະເຈົ້າຂອງຂ້ານ້ອຍ.
ພຣະອົງຟັງສຽງຂອງຂ້ານ້ອຍຈາກວິຫານຂອງພຣະອົງ;
ສຽງຮ້ອງຂອງຂ້ານ້ອຍໄປເຖິງພຣະອົງ, ເຂົ້າໄປໃນຫູຂອງພຣະອົງ.
ແຜ່ນດິນໂລກສັ່ນສະເທືອນ ແລະ ໄຫວ,
ແລະ ຮາກຖານຂອງພູເຂົາທັງຫລາຍກໍສັ່ນຄອນ;
ພູເຂົາເຫລົ່ານັ້ນສັ່ນສະເທືອນເພາະພຣະອົງໃຈຮ້າຍ.
ຄວັນພຸ່ງອອກມາຈາກຮູດັງຂອງພຣະອົງ;
ແປວໄຟທີ່ເຜົາໄໝ້ຢູ່ກໍອອກມາຈາກປາກຂອງພຣະອົງ,
ຖ່ານຫີນທີ່ເຜົາໄໝ້ຢູ່ກໍອອກມາຈາກປາກຂອງພຣະອົງ.
ພຣະອົງໄດ້ເປີດຟ້າສະຫວັນ ແລະ ໄດ້ລົງມາ;
ເມກມືດໜານັ້ນກໍຢູ່ໃຕ້ຕີນຂອງພຣະອົງ.
ພຣະອົງຂຶ້ນຂີ່ເຄຣຸບ ແລະ ບິນລົງມາ;
ພຣະອົງບິນດ້ວຍປີກແຫ່ງກະແສລົມ.
ພຣະອົງໃຫ້ຄວາມມືດປົກຄຸມເປັນຮົ່ມເງົາອ້ອມຮອບພຣະອົງ
ໃຫ້ເມກຝົນອັນມືດຄື້ມໃນທ້ອງຟ້າຢູ່ອ້ອມພຣະອົງ
ແສງສະຫວ່າງກ້າແຫ່ງການມາປາກົດຂອງພຣະອົງທະລຸຜ່ານໝູ່ເມກອອກມາ,
ພ້ອມດ້ວຍພະຍຸໝາກເຫັບ ແລະ ສາຍຟ້າຜ່າ.
ພຣະເຈົ້າຢາເວເປັ່ງສຽງຟ້າຮ້ອງຈາກຟ້າສະຫວັນ;
ສຽງຂອງອົງຜູ້ສູງສຸດດັງກ້ອງ.3
ພຣະອົງຍິງລູກທະນູຂອງພຣະອົງ ແລ້ວເຮັດໃຫ້ບັນດາສັດຕູກະຈັດກະຈາຍໄປ,
ພຣະອົງສົ່ງຟ້າແມບ ເຮັດໃຫ້ພວກເຂົາແຕກໜີໄປ.
ເມື່ອພຣະເຈົ້າຢາເວກ່າວເຕືອນ,
ເມື່ອລົມພຸ່ງອອກຈາກດັງຂອງພຣະອົງ,
ຮ່ອມພູໃນທະເລກໍເຜີຍອອກ
ຮາກຖານຂອງໂລກກໍປາກົດ.
ພຣະອົງໄດ້ຍື່ນມືຈາກເບື້ອງເທິງລົງມາ ແລະ ຈັບຂ້ານ້ອຍໄວ້;
ພຣະອົງດຶງຂ້ານ້ອຍອອກມາຈາກນ້ຳເລິກ.
ພຣະອົງຊ່ວຍຂ້ານ້ອຍໃຫ້ພົ້ນຈາກສັດຕູຜູ້ມີອຳນາດ,
ຈາກສັດຕູຂອງຂ້ານ້ອຍ ເຊິ່ງແຂງແຮງກວ່າຂ້ານ້ອຍ.
ພວກເຂົາບຸກໂຈມຕີຂ້ານ້ອຍໃນຍາມທີ່ຂ້ານ້ອຍປະສົບໄພພິບັດ
ແຕ່ພຣະເຈົ້າຢາເວໄດ້ຄ້ຳຊູຂ້ານ້ອຍໄວ້.
ພຣະອົງນຳຂ້ານ້ອຍອອກມາຍັງບ່ອນກວ້າງຂວາງ;
ພຣະອົງກອບກູ້ຂ້ານ້ອຍໄວ້ເພາະພຣະອົງຍິນດີໃນຕົວຂອງຂ້ານ້ອຍ.
ພຣະເຈົ້າຢາເວໄດ້ຕອບແທນຂ້ານ້ອຍຕາມຄວາມຊອບທຳຂອງຂ້ານ້ອຍ.
ມອບບຳເໜັດໃຫ້ຂ້ານ້ອຍເພາະຂ້ານ້ອຍນັ້ນເປັນຄົນມືສະອາດ.
ເພາະຂ້ານ້ອຍໄດ້ຮັກສາທາງຂອງພຣະເຈົ້າຢາເວ;
ຂ້ານ້ອຍບໍ່ໄດ້ເຮັດຊົ່ວໂດຍຫັນໄປຈາກພຣະເຈົ້າຂອງຂ້ານ້ອຍ.
ກົດບັນຍັດທຸກຂໍ້ຂອງພຣະອົງກໍຢູ່ຕໍ່ໜ້າຂ້ານ້ອຍ;
ຂ້ານ້ອຍບໍ່ໄດ້ຫັນໄປຈາກດຳລັດຂອງພຣະອົງ.
ຂ້ານ້ອຍບໍ່ໄດ້ມີຕຳໜິເມື່ອຢູ່ຕໍ່ໜ້າພຣະອົງ
ແລະ ໄດ້ຮັກສາຕົນເອງໃຫ້ພົ້ນຈາກຄວາມບາບ.
ພຣະເຈົ້າຢາເວໄດ້ມອບບຳເໜັດໃຫ້ແກ່ຂ້ານ້ອຍຕາມຄວາມຊອບທຳຂອງຂ້ານ້ອຍ,
ຕາມທີ່ເຫັນວ່າຂ້ານ້ອຍເປັນຄົນມືສະອາດ
ພຣະອົງໄດ້ສະແດງພຣະອົງເອງວ່າສັດຊື່ຕໍ່ຄົນທີ່ສັດຊື່,
ພຣະອົງໄດ້ສະແດງພຣະອົງເອງວ່າບໍ່ມີຕຳໜິຕໍ່ຄົນທີ່ບໍ່ມີຕຳໜິ,
ພຣະອົງໄດ້ສະແດງພຣະອົງເອງວ່າບໍລິສຸດຕໍ່ຄົນທີ່ບໍລິສຸດ,
ແຕ່ພຣະອົງໄດ້ສະແດງພຣະອົງເອງວ່າສະຫລາດຫລັກແຫລມຕໍ່ຄົນທີ່ຫລອກລວງ.
ພຣະອົງໄດ້ຊ່ວຍຜູ້ທີ່ຖ່ອມໃຈລົງໃຫ້ຫລຸດພົ້ນ
ແຕ່ພຣະອົງໄດ້ດຶງບັນດາຄົນທີ່ຜູ້ທີ່ມີຕາຈອງຫອງລົງມາ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຮັກສາຕະກຽງຂອງຂ້ານ້ອຍໃຫ້ລຸກຢູ່;
ພຣະເຈົ້າຂອງຂ້ານ້ອຍໄດ້ປ່ຽນຄວາມມືດຂອງຂ້ານ້ອຍໃຫ້ກາຍເປັນຄວາມສະຫວ່າງ.
ຂ້ານ້ອຍສາມາດບຸກໂຈມຕີກອງທັບໄດ້4 ດ້ວຍຄວາມຊ່ວຍເຫລືອຈາກພຣະອົງ;
ແລະ ຂ້ານ້ອຍປີນຂ້າມກຳແພງເມືອງໄດ້ໂດຍພຣະເຈົ້າຂອງຂ້ານ້ອຍ.
ສຳລັບພຣະເຈົ້າ ວິຖີທາງຂອງພຣະອົງນັ້ນແມ່ນດີເລີດ,
ຖ້ອຍຄຳຂອງພຣະເຈົ້າຢາເວບໍ່ມີທີ່ຕິ;
ພຣະອົງເປັນໂລ່ສຳລັບທຸກຄົນທີ່ເຂົ້າມາລີ້ໄພໃນພຣະອົງ.
ເພາະນອກຈາກພຣະເຈົ້າຢາເວແລ້ວຜູ້ໃດທີ່ເປັນພຣະເຈົ້າ?
ແລະ ຜູ້ໃດທີ່ເປັນພຣະສີລາ ນອກຈາກພຣະເຈົ້າຂອງພວກເຮົາ?
ຄືພຣະເຈົ້ານີ້ແຫລະ ທີ່ເປັນຜູ້ໃຫ້ກຳລັງແກ່ຂ້ານ້ອຍ
ແລະ ຮັກສາຫົນທາງຂອງຂ້ານ້ອຍໃຫ້ປອດໄພ.
ພຣະອົງໄດ້ເຮັດໃຫ້ຕີນຂອງຂ້ານ້ອຍເປັນເໝືອນດັ່ງຕີນກວາງ;
ພຣະອົງເຮັດໃຫ້ຂ້ານ້ອຍຢືນຢູ່ເທິງທີ່ສູງໄດ້.
ພຣະອົງໄດ້ຝຶກມືຂອງຂ້ານ້ອຍໃຫ້ພ້ອມສູ້ຮົບ;
ແຂນຂອງຂ້ານ້ອຍຈຶ່ງສາມາດກົ່ງຄັນທະນູທອງສຳລິດໄດ້.
ພຣະອົງໄດ້ມອບໂລ່ແຫ່ງໄຊຊະນະຂອງພຣະອົງໃຫ້ແກ່ຂ້ານ້ອຍ;
ແລະ ຊ່ວຍຊູຂ້ານ້ອຍໄວ້ດ້ວຍມືຂວາຂອງພຣະອົງ;
ພຣະອົງໄດ້ຖ່ອມພຣະອົງເອງລົງເພື່ອເຮັດໃຫ້ຂ້ານ້ອຍຍິ່ງໃຫຍ່.
ພຣະອົງໄດ້ເຮັດໃຫ້ຫົນທາງທີ່ຂ້ານ້ອຍເດີນໄປນັ້ນກວ້າງຂວາງ,
ເພື່ອບໍ່ໃຫ້ຂໍ່ຕີນຂອງຂ້ານ້ອຍພິກ.
ຂ້ານ້ອຍໄດ້ໄລ່ຕາມສັດຕູຂອງຂ້ານ້ອຍ ແລະ ຕາມທັນພວກເຂົາ;
ຂ້ານ້ອຍບໍ່ໄດ້ຫັນຫລັງກັບຈົນກວ່າພວກເຂົາຖືກທຳລາຍ.
ຂ້ານ້ອຍບຸກໂຈມຕີເພື່ອບໍ່ໃຫ້ພວກເຂົາສາມາດລຸກຂຶ້ນມາໄດ້ອີກ;
ພວກເຂົາລົ້ມລົງຢູ່ໃຕ້ຕີນຂອງຂ້ານ້ອຍ.
ພຣະອົງໄດ້ໃຫ້ກຳລັງຂ້ານ້ອຍເພື່ອສູ້ຮົບ;
ພຣະອົງເຮັດໃຫ້ບັນດາສັດຕູຂອງຂ້ານ້ອຍຖ່ອມລົງຢູ່ຕໍ່ໜ້າຂ້ານ້ອຍ.
ພຣະອົງໄດ້ເຮັດໃຫ້ສັດຕູຂອງຂ້ານ້ອຍຖອຍໜີໄປ
ແລະ ຂ້ານ້ອຍໄດ້ທຳລາຍລ້າງສັດຕູຂອງຂ້ານ້ອຍ.
ພວກເຂົາຮ້ອງຂໍຄວາມຊ່ວຍເຫລືອ ແຕ່ບໍ່ມີຜູ້ໃດຊ່ວຍພວກເຂົາ
ພວກເຂົາໄດ້ຮ້ອງຂໍຕໍ່ພຣະເຈົ້າຢາເວ ແຕ່ພຣະອົງບໍ່ຕອບ.
ຂ້ານ້ອຍຈຶ່ງຕີພວກເຂົາໃຫ້ໝຸ່ນເໝືອນກັບຂີ້ຝຸ່ນດິນທີ່ຖືກລົມພັດໄປ;
ຂ້ານ້ອຍຢຽບພວກເຂົາເໝືອນກັບຢຽບຂີ້ຕົມຕາມຖະໜົນ.
ພຣະອົງໄດ້ຊ່ວຍຂ້ານ້ອຍໃຫ້ພົ້ນຈາກການໂຈມຕີຂອງຄົນທັງຫລາຍ;
ພຣະອົງໄດ້ເຮັດໃຫ້ຂ້ານ້ອຍເປັນປະມຸກຂອງປະຊາຊາດທັງຫລາຍ.
ຄົນທັງຫລາຍທີ່ຂ້ານ້ອຍບໍ່ຮູ້ຈັກກໍມາຮັບໃຊ້ຂ້ານ້ອຍ,
ຄົນຕ່າງຊາດທັງຫລາຍຕ່າງກໍກົ້ມກາບຕໍ່ໜ້າຂ້ານ້ອຍ;
ທັນທີທີ່ໄດ້ຍິນກ່ຽວກັບຂ້ານ້ອຍ, ພວກເຂົາກໍເຊື່ອຟັງຂ້ານ້ອຍ.
ພວກເຂົາລ້ວນແຕ່ເສຍກຳລັງໃຈ;
ພວກເຂົາຕ່າງກໍຕົວສັ່ນອອກມາຈາກຖານທີ່ໝັ້ນຂອງຕົນ.
ພຣະເຈົ້າຢາເວນັ້ນມີຊີວິດຢູ່! ຂໍຖວາຍສັນລະເສີນແດ່ອົງສີລາຂອງຂ້ານ້ອຍ!
ຂໍພຣະເຈົ້າ ພຣະຜູ້ຊ່ວຍໃຫ້ພົ້ນຂອງຂ້ານ້ອຍເປັນທີ່ຍົກຍ້ອງສັນລະເສີນ!
ພຣະອົງເປັນພຣະເຈົ້າຜູ້ແກ້ແຄ້ນໃຫ້ຂ້ານ້ອຍ,
ຜູ້ເຮັດໃຫ້ຊົນຊາດທັງຫລາຍຍອມຢູ່ໃຕ້ຂ້ານ້ອຍ,
ຜູ້ຊ່ວຍຂ້ານ້ອຍໃຫ້ຫລຸດພົ້ນຈາກບັນດາສັດຕູຂອງຂ້ານ້ອຍ.
ພຣະອົງຍົກຊູຂ້ານ້ອຍຂຶ້ນເໜືອສັດຕູທັງຫລາຍຂອງຂ້ານ້ອຍ;
ພຣະອົງໄດ້ກອບກູ້ຂ້ານ້ອຍອອກມາຈາກຄົນທີ່ທາລຸນ.
ຂ້າແດ່ພຣະເຈົ້າຢາເວ, ເຫດສະນັ້ນ ຂ້ານ້ອຍຈຶ່ງສັນລະເສີນພຣະອົງຢູ່ທ່າມກາງຊົນຊາດທັງຫລາຍ;
ຂ້ານ້ອຍຈະຮ້ອງເພງສັນລະເສີນນາມຂອງພຣະອົງ.
ພຣະອົງໄດ້ໃຫ້ໄຊຊະນະອັນຍິ່ງໃຫຍ່ແກ່ກະສັດຂອງພຣະອົງ;
ພຣະອົງໄດ້ສະແດງຄວາມຮັກອັນໝັ້ນຄົງແກ່ຜູ້ທີ່ພຣະອົງໄດ້ເຈີມຕັ້ງໄວ້,
ຄືດາວິດ ແລະ ເຊື້ອສາຍຂອງເພິ່ນຕະຫລອດໄປ.
Source notes (4)
- Footnote ຫລືເປັນອົງເຈົ້ານາຍ
- Footnote ພາສາເຮັບເຣີວ່າ ເຂົາສັດ ຢູ່ບ່ອນນີ້ແມ່ນໝາຍເຖິງເປັນສັນຍາລັກຂອງກຳລັງ
- Footnote ສຳເນົາຕົ້ນສະບັບພາສາເຮັບເຣີສ່ວນໃຫຍ່ວ່າ ດ້ວຍສາຍຟ້າແມບ ແລະ ພະຍຸໝາກເຫັບ
- Footnote ຫລື ສາມາດແລ່ນຜ່ານອຸປະສັກໄດ້
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.