Biblica® Open Lao Contemporary Version
ເພງສັນລະເສີນ 17
ຄຳອະທິຖານຂອງດາວິດ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຟັງຄຳອ້ອນວອນຂໍຄວາມຍຸຕິທຳຂອງຂ້ານ້ອຍ;
ຂໍໂຜດຟັງຄຳຮ້ອງຂໍຂອງຂ້ານ້ອຍ.
ຂໍໂຜດຟັງຄຳອະທິຖານຂອງຂ້ານ້ອຍ
ຄຳອະທິຖານທີ່ບໍ່ໄດ້ມາຈາກຮີມສົບອັນຫລອກລວງ.
ຂໍໃຫ້ພຣະອົງຕັດສິນວ່າຂ້ານ້ອຍບໍລິສຸດ;
ຂໍໃຫ້ສາຍຕາຂອງພຣະອົງເຫັນສິ່ງທີ່ຖືກຕ້ອງ.
ເຖິງວ່າພຣະອົງໄດ້ພິສູດຈິດໃຈຂອງຂ້ານ້ອຍ,
ເຖິງວ່າພຣະອົງໄດ້ກວດສອບຂ້ານ້ອຍໃນເວລາກາງຄືນ ແລະ ທົດສອບຂ້ານ້ອຍ,
ພຣະອົງກໍຈະເຫັນວ່າຂ້ານ້ອຍບໍ່ໄດ້ວາງແຜນຊົ່ວຮ້າຍ;
ປາກຂອງຂ້ານ້ອຍຈະບໍ່ເຮັດບາບ.
ເຖິງວ່າຄົນທັງຫລາຍພະຍາຍາມທີ່ຈະໃຫ້ສິນບົນຂ້ອຍກໍຕາມ,
ຂ້ານ້ອຍກໍຮັກສາຕົນເອງໃຫ້ພົ້ນຈາກວິຖີທາງຂອງຄວາມຮຸນແຮງ
ດ້ວຍຄຳສັ່ງຈາກປາກຂອງພຣະອົງ.
ບາດກ້າວຂອງຂ້ານ້ອຍໄດ້ຢຶດໝັ້ນຢູ່ເທິງວິຖີທາງຂອງພຣະອົງ;
ຕີນຂອງຂ້ານ້ອຍຈະໄດ້ບໍ່ເຕະສະດຸດ.
ຂ້າແດ່ພຣະເຈົ້າຂອງຂ້ານ້ອຍ, ຂ້ານ້ອຍຮ້ອງຕໍ່ພຣະອົງ ເພາະພຣະອົງຈະຕອບຂ້ານ້ອຍ.
ຂໍໂຜດງ່ຽງຫູຂອງພຣະອົງຟັງຂ້ານ້ອຍ ແລະ ຟັງຄຳອະທິຖານຂອງຂ້ານ້ອຍ.
ຂໍໂຜດສະແດງການອັດສະຈັນແຫ່ງຄວາມຮັກອັນຍິ່ງໃຫຍ່ຂອງພຣະອົງ,
ພຣະອົງຜູ້ຊ່ວຍບັນດາຜູ້ທີ່ລີ້ໄພໃນພຣະອົງ
ເພື່ອໃຫ້ພົ້ນຈາກສັດຕູຂອງພວກເຂົາໂດຍມືຂວາຂອງພຣະອົງ.
ຂໍໂຜດປົກປ້ອງຂ້ານ້ອຍເໝືອນດັ່ງແກ້ວຕາຂອງພຣະອົງ;
ຂໍເຊື່ອງຂ້ານ້ອຍໄວ້ໃຕ້ຮົ່ມປີກຂອງພຣະອົງ
ເພື່ອໃຫ້ພົ້ນຈາກຄົນຊົ່ວທີ່ອອກມາທຳລາຍຂ້ານ້ອຍ,
ຈາກສັດຕູຄູ່ອາຄາດທີ່ຢູ່ອ້ອມຂ້າງຂ້ານ້ອຍ.
ພວກເຂົາບໍ່ມີຄວາມເມດຕາ
ແລະ ປາກຂອງພວກເຂົາກໍກ່າວຄຳໂອ້ອວດ.
ພວກເຂົາໄດ້ຕິດຕາມຂ້ານ້ອຍ ແລະ ບັດນີ້ ພວກເຂົາກໍໄດ້ລ້ອມຂ້ານ້ອຍໄວ້.
ດ້ວຍສາຍຕາທີ່ເຝົ້າເບິ່ງ ເພື່ອຈະໂຍນຂ້ານ້ອຍລົງທີ່ພື້ນ.
ພວກເຂົາເປັນເໝືອນສິງທີ່ຫິວກະຫາຍຫາເຫຍື່ອ,
ເປັນເໝືອນສິງໂຫດຮ້າຍທີ່ກຳລັງໝອບລີ້ລໍຖ້າຄຸບ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດລຸກຂຶ້ນປະເຊີນໜ້າກັບຄົນຊົ່ວຮ້າຍ, ໂຄ່ນລົ້ມພວກເຂົາ;
ຂໍຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄົນຊົ່ວຮ້າຍດ້ວຍດາບຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍຂ້ານ້ອຍໃຫ້ພົ້ນຈາກຄົນຢ່າງນີ້ດ້ວຍມືຂອງພຣະອົງ,
ຈາກບັນດາຄົນຂອງໂລກນີ້ ເຊິ່ງບຳເໜັດຂອງພວກເຂົາແມ່ນມີຢູ່ພຽງໃນຊີວິດນີ້.
ຂໍໃຫ້ສິ່ງທີ່ພຣະອົງໄດ້ສະສົມໄວ້ສຳລັບຄົນຊົ່ວຮ້າຍນັ້ນໃຫ້ເຕີມເຕັມທ້ອງຂອງພວກເຂົາ;
ຂໍໃຫ້ລູກຫລານຂອງພວກເຂົາກິນມັນຢ່າງໂລບມາກ
ຂໍໃຫ້ເຫລືອໄປເຖິງລູກນ້ອຍໆຂອງພວກເຂົາດ້ວຍ.
ສຳລັບຂ້ານ້ອຍແລ້ວ, ຂ້ານ້ອຍຈະໄດ້ຜ່ານການພິສູດ ແລະ ຈະໄດ້ເຫັນໜ້າຂອງພຣະອົງ;
ເມື່ອຂ້ານ້ອຍຕື່ນຂຶ້ນ, ຂ້ານ້ອຍກໍຈະມີຄວາມພໍໃຈທີ່ໄດ້ເຫັນລັກສະນະຂອງພຣະອົງ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.