Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 16

ມິກທາມ ບົດ​ໜຶ່ງ​ຂອງ​ດາວິດ.

ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ປົກປ້ອງ​ຂ້ານ້ອຍ​ໃຫ້​ປອດໄພ,

ເພາະ​ຂ້ານ້ອຍ​ໄດ້​ລີ້ໄພ​ໃນ​ພຣະອົງ.

ຂ້ານ້ອຍ​ເວົ້າ​ກັບ​ພຣະເຈົ້າ​ຢາເວ​ວ່າ, “ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ຂ້ານ້ອຍ;

ນອກ​ຈາກ​ພຣະອົງ​ແລ້ວ ຂ້ານ້ອຍ​ບໍ່​ມີ​ສິ່ງໃດ​ດີ​ເລີຍ”.

ຂ້ານ້ອຍ​ເວົ້າ​ເຖິງ​ຜູ້​ບໍລິສຸດ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້​ວ່າ,

“ພວກເຂົາ​ເປັນ​ຜູ້​ສູງສົ່ງ ເຊິ່ງ​ເປັນ​ຄວາມ​ຍິນດີ​ທັງໝົດ​ຂອງ​ຂ້ານ້ອຍ”.

ບັນດາ​ຜູ້​ທີ່​ຕິດຕາມ​ບັນດາ​ພະ​ອື່ນ ກໍ​ຈະ​ທໍລະມານ​ຫລາຍ​ຂຶ້ນ​ອີກ.

ຂ້ານ້ອຍ​ຈະ​ບໍ່​ຖອກ​ເລືອດ​ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ພະ​ເຫລົ່ານັ້ນ

ຫລື ໃຊ້​ປາກ​ເວົ້າ​ອອກ​ຊື່​ຂອງ​ພະ​ເຫລົ່າ​ນັ້ນ.

ຂ້າແດ່​ພຣະເຈົ້າ​ຢາເວ, ພຣະອົງ​ຜູ້​ດຽວ​ທີ່​ເປັນ​ມໍລະດົກ​ສ່ວນ​ຂອງ​ຂ້ານ້ອຍ ແລະ ເປັນ​ຈອກ​ແຫ່ງ​ພຣະພອນ​ຂອງ​ຂ້ານ້ອຍ.

ພຣະອົງ​ຮັກສາ​ມໍລະດົກ​ຂອງ​ຂ້ານ້ອຍ​ໃຫ້​ປອດໄພ.

ເຂດແດນ​ທີ່​ຂ້ານ້ອຍ​ໄດ້​ຮັບ​ນັ້ນ​ເປັນ​ບ່ອນ​ທີ່​ໜ້າ​ສະໜຸກສະໜານ;

ແນ່ນອນ ຂ້ານ້ອຍ​ມີ​ມໍລະດົກ​ທີ່​ໜ້າ​ຍິນດີ.

ຂ້ານ້ອຍ​ຈະ​ສັນລະເສີນ​ພຣະເຈົ້າ, ຜູ້​ໃຫ້​ຄຳ​ປຶກສາ​ແກ່​ຂ້ານ້ອຍ;

ແມ່ນ​ແຕ່​ໃນ​ຍາມ​ກາງຄືນ​ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ສອນ​ຕົນ​ເອງ.

ຂ້ານ້ອຍ​ເຝົ້າ​ເບິ່ງ​ພຣະເຈົ້າ​ຢາເວ​ຢູ່​ສະເໝີ.

ເພາະ​ພຣະອົງ​ຢູ່​ທີ່​ດ້ານ​ຂວາ​ມື​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ຈະ​ບໍ່​ຫວັ່ນໄຫວ.

ເຫດສະນັ້ນ ຈິດໃຈ​ຂອງ​ຂ້ານ້ອຍ​ຈຶ່ງ​ມີ​ຄວາມ​ຍິນດີ ແລະ ລີ້ນ​ຂອງ​ຂ້ານ້ອຍ​ກໍ​ຊື່ນຊົມຍິນດີ;

ຮ່າງກາຍ​ຂອງ​ຂ້ານ້ອຍ​ກໍ​ຈະ​ພັກ​ຢູ່​ຢ່າງ​ປອດໄພ​ເໝືອນ​ກັນ,

ເພາະ​ພຣະອົງ​ຈະ​ບໍ່​ປະຖິ້ມ​ຂ້ານ້ອຍ​ໄວ້​ໃນ​ແດນຄົນຕາຍ,

ທັງ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້​ສັດຊື່1​ຂອງ​ພຣະອົງ​ເນົ່າ​ເປື່ອຍ.

ພຣະອົງ​ໄດ້​ສະແດງ2​ຫົນທາງ​ແຫ່ງ​ຊີວິດ​ແກ່​ຂ້ານ້ອຍ;

ພຣະອົງ​ຈະ​ໃຫ້​ຂ້ານ້ອຍ​ເຕັມ​ດ້ວຍ​ຄວາມ​ຊື່ນຊົມຍິນດີ​ຕໍ່ໜ້າ​ພຣະອົງ,

ພ້ອມ​ດ້ວຍ​ຄວາມ​ສຸກ​ຕະຫລອດໄປ​ເປັນນິດ​ຢູ່​ທີ່​ເບື້ອງ​ຂວາ​ມື​ຂອງ​ພຣະອົງ.

Source notes (2)
  1. Footnote ຫລື ອົງ​ບໍລິສຸດ​ຂອງ​ພຣະອົງ
  2. Footnote ຫລື ພຣະອົງ​ຈະ​ສະແດງ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.