Biblica® Open Lao Contemporary Version
ເພງສັນລະເສີນ 15
ບົດເພງສັນລະເສີນຂອງດາວິດ.
ຂ້າແດ່ພຣະເຈົ້າຢາເວ, ຜູ້ໃດຈະໄດ້ພັກພິງໃນຫໍເຕັນສັກສິດຂອງພຣະອົງ?
ຜູ້ໃດຈະໄດ້ອາໄສຢູ່ເທິງພູເຂົາສັກສິດຂອງພຣະອົງ?
ຄືຜູ້ທີ່ດຳເນີນຊີວິດຢ່າງບໍ່ມີຕຳໜິ,
ຜູ້ທີ່ເຮັດສິ່ງທີ່ຊອບທຳ,
ຜູ້ທີ່ເວົ້າຄວາມຈິງຈາກໃຈຂອງຕົນ;
ຜູ້ທີ່ບໍ່ໃຊ້ລີ້ນນິນທາວ່າຮ້າຍ,
ຜູ້ທີ່ບໍ່ເຮັດຜິດຕໍ່ເພື່ອນບ້ານ,
ຜູ້ທີ່ບໍ່ໃສ່ຮ້າຍຄົນອື່ນ;
ຜູ້ທີ່ດູຖູກຄົນຊົ່ວຮ້າຍ
ແຕ່ຍົກຍ້ອງບັນດາຜູ້ທີ່ຢຳເກງພຣະເຈົ້າຢາເວ;
ຜູ້ທີ່ຮັກສາຄຳປະຕິຍານ ເຖິງວ່າໂຕເອງຕ້ອງເສຍຜົນປະໂຫຍດ,
ແລະ ບໍ່ປ່ຽນໃຈ;
ຜູ້ທີ່ໃຫ້ຄົນທຸກຍາກຢືມເງິນໂດຍບໍ່ຄິດໄລ່ດອກເບ້ຍ;
ແລະ ບໍ່ຍອມຮັບສິນບົນເພື່ອໃສ່ຮ້າຍຜູ້ບໍລິສຸດ.
ຜູ້ໃດກໍຕາມທີ່ເຮັດສິ່ງເຫລົ່ານີ້
ຈະບໍ່ຫວັ່ນໄຫວຈັກເທື່ອ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.