Biblica® Open Lao Contemporary Version
ເພງສັນລະເສີນ 14
(ພສສ 53:1-6)
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ.
ຄົນໂງ່1 ຄິດຢູ່ໃນໃຈວ່າ,
“ບໍ່ມີພຣະເຈົ້າ”.
ພວກເຂົາເສື່ອມຊາມ ການກະທຳຂອງພວກເຂົາກໍຊົ່ວຮ້າຍ;
ບໍ່ມີຈັກຄົນທີ່ເຮັດດີ
ພຣະເຈົ້າຢາເວຫລຽວລົງມາຈາກຟ້າສະຫວັນ
ເບິ່ງມວນມະນຸດ
ເພື່ອເບິ່ງວ່າມີຜູ້ໃດທີ່ເຂົ້າໃຈ
ມີຜູ້ໃດທີ່ສະແຫວງຫາພຣະເຈົ້າ.
ທຸກຄົນຫັນໜີໄປ, ທຸກຄົນກາຍເປັນຄົນເສື່ອມຊາມ;
ບໍ່ມີຈັກຄົນທີ່ເຮັດຄວາມດີ
ບໍ່ມີແມ່ນແຕ່ຄົນດຽວ.
ຄົນຊົ່ວທັງໝົດເຫລົ່ານີ້ບໍ່ຮູ້ສິ່ງໃດເລີຍບໍ?
ພວກເຂົາກືນກິນປະຊາຊົນຂອງເຮົາເໝືອນດັ່ງກັບກິນອາຫານ;
ພວກເຂົາບໍ່ເຄີຍຮ້ອງຫາພຣະເຈົ້າຢາເວ.
ແຕ່ຢູ່ທີ່ນັ້ນພວກເຂົາເຕັມໄປດ້ວຍຄວາມຢ້ານກົວ,
ເພາະວ່າພຣະເຈົ້າສະຖິດຢູ່ໃນທີ່ຊຸມນຸມຂອງຜູ້ຊອບທຳ.
ພວກເຈົ້າຜູ້ເຮັດຊົ່ວຂັດຂວາງແຜນການຂອງຜູ້ທຸກຍາກ,
ແຕ່ພຣະເຈົ້າຢາເວເປັນທີ່ລີ້ໄພຂອງພວກເຂົາ.
ຂໍໃຫ້ການຊ່ວຍກອບກູ້ເພື່ອອິດສະຣາເອນມາຈາກຊີໂອນດ້ວຍ!
ເມື່ອພຣະເຈົ້າຢາເວເຮັດໃຫ້ປະຊາຊົນຂອງພຣະອົງກັບສູ່ສະພາບດີເໝືອນເດີມ,
ໃຫ້ຢາໂຄບຊື່ນຊົມຍິນດີ ແລະ ໃຫ້ອິດສະຣາເອນຍິນດີດ້ວຍ!
Source notes (1)
- Footnote ໃນພຣະທຳເພງສັນລະເສີນ ຄຳພາສາເຮັບເຣີທີ່ແປວ່າ ຄົນໂງ່ ນັ້ນມີໄນວ່າເປັນຄົນບົກຜ່ອງທາງສິນລະທຳ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.