Biblica® Open Lao Contemporary Version
ເພງສັນລະເສີນ 13
ເຖິງຫົວໜ້ານັກຮ້ອງ ບົດເພງສັນລະເສີນຂອງດາວິດ.
ຂ້າແດ່ພຣະເຈົ້າຢາເວ, ອີກດົນປານໃດ? ພຣະອົງຈະລືມຂ້ານ້ອຍຕະຫລອດໄປບໍ?
ພຣະອົງຈະລີ້ໜ້າຂອງພຣະອົງໄປຈາກຂ້ານ້ອຍອີກດົນປານໃດ?
ຂ້ານ້ອຍຈະຕ້ອງຕໍ່ສູ້ກັບຄວາມຄິດຂອງຕົນ
ແລະ ມີຄວາມໂສກເສົ້າຢູ່ໃນໃຈໄປອີກດົນປານໃດ?
ສັດຕູຂອງຂ້ານ້ອຍຈະມີໄຊເໜືອຂ້ານ້ອຍໄປອີກດົນປານໃດ?
ຂ້າແດ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ ຂໍໂຜດຫລຽວເບິ່ງຂ້ານ້ອຍ ແລະ ຕອບດ້ວຍ.
ຂໍໂຜດໃຫ້ຄວາມສະຫວ່າງແກ່ຕາຂອງຂ້ານ້ອຍ ບໍ່ດັ່ງນັ້ນຂ້ານ້ອຍຈະຕ້ອງນອນຢູ່ໃນຄວາມຕາຍ,
ແລະ ສັດຕູຂອງຂ້ານ້ອຍຈະກ່າວວ່າ, “ຂ້ອຍຊະນະລາວແລ້ວ,”
ແລະ ສັດຕູຂອງຂ້ານ້ອຍຈະຊື່ນຊົມຍິນດີເມື່ອຂ້ານ້ອຍລົ້ມລົງ.
ແຕ່ຂ້ານ້ອຍໄວ້ໃຈໃນຄວາມຮັກອັນໝັ້ນຄົງຂອງພຣະອົງ;
ຈິດໃຈຂອງຂ້ານ້ອຍກໍຊື່ນຊົມຍິນດີໃນການຊ່ວຍໃຫ້ພົ້ນຂອງພຣະອົງ.
ຂ້ານ້ອຍຈະຮ້ອງເພງສັນລະເສີນພຣະເຈົ້າຢາເວ,
ເພາະພຣະອົງດີຕໍ່ຂ້ານ້ອຍ.
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.