Biblica® Open Lao Contemporary Version
ເພງສັນລະເສີນ 12
ເຖິງຫົວໜ້ານັກຮ້ອງ ຕາມທຳນອງເຊມິນິດ ເພງສັນລະເສີນຂອງດາວິດ.
ຂ້າແດ່ພຣະເຈົ້າຢາເວ ຂໍໂຜດຊ່ວຍດ້ວຍ, ເພາະບໍ່ມີຜູ້ໃດທີ່ສັດຊື່ອີກແລ້ວ;
ບັນດາຄົນທີ່ຈົ່ງຮັກພັກດີໄດ້ສູນຫາຍໄປຈາກພົງພັນຂອງມະນຸດແລ້ວ.
ທຸກຄົນໄດ້ຕົວະເພື່ອນບ້ານຂອງຕົນ;
ພວກເຂົາປະຈົບປະແຈງດ້ວຍຮີມສົບຂອງພວກເຂົາ
ແຕ່ເກັບຄວາມຫລອກລວງໄວ້ຢູ່ໃນໃຈຂອງພວກເຂົາ.
ຂໍພຣະເຈົ້າຢາເວໂຜດເຮັດໃຫ້ທຸກຮີມສົບທີ່ປະຈົບປະແຈງນັ້ນໄດ້ງຽບໄປ
ແລະ ທຸກລີ້ນທີ່ອວດອ້າງ
ບັນດາຄົນທີ່ເວົ້າວ່າ
“ພວກເຮົາຈະເອົາຊະນະດ້ວຍລີ້ນຂອງພວກເຮົາ;
ຮີມສົບຂອງພວກເຮົາເອງຈະປົກປ້ອງພວກເຮົາ1 ຜູ້ໃດຈະມາເປັນນາຍເໜືອພວກເຮົາ?”
ພຣະເຈົ້າຢາເວໄດ້ກ່າວວ່າ, “ເຮົາຈະລຸກຂຶ້ນ
ເພາະເຫັນແກ່ຄົນທຸກຍາກທີ່ຖືກປຸ້ນ ແລະ ເຫັນແກ່ຄົນຍາກຈົນທີ່ຄ່ຳຄວນ.
ເຮົາຈະປົກປ້ອງພວກເຂົາໃຫ້ພົ້ນຈາກຄົນທີ່ໃສ່ຮ້າຍພວກເຂົາ”.
ແລະ ຖ້ອຍຄຳຂອງພຣະເຈົ້າຢາເວນັ້ນບໍ່ມີຂໍ້ບົກຜ່ອງ,
ເໝືອນດັ່ງເງິນທີ່ຫລອມໃຫ້ບໍລິສຸດໃນເບົ້າຫລອມ,
ເໝືອນດັ່ງຄຳ2ທີ່ຫລອມເຈັດຄັ້ງ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງຈະຄຸ້ມຄອງຄົນຍາກຈົນໃຫ້ປອດໄພ
ແລະ ຈະປົກປ້ອງພວກຂ້ານ້ອຍໃຫ້ພົ້ນຈາກຄົນຊົ່ວຮ້າຍຕະຫລອດໄປ.
ຄົນຊົ່ວຮ້າຍມີຢູ່ທົ່ວທຸກບ່ອນ
ເມື່ອຄວາມຊົ່ວຮ້າຍນັ້ນເປັນທີ່ຍົກຍ້ອງໃນທ່າມກາງມະນຸດ.
Source notes (2)
- Footnote ຫລື ພວກເຮົາເປັນເຈົ້າຂອງ ຮີມສົບຂອງພວກເຮົາເອງ
- Footnote ພາສາເຮັບເຣີວ່າ ແຜ່ນດິນໂລກ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.