Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 11

ເຖິງ​ຫົວໜ້າ​ນັກຮ້ອງ ເພງສັນລະເສີນ​ຂອງ​ດາວິດ.

ຂ້ານ້ອຍ​ລີ້ໄພ​ຢູ່​ໃນ​ພຣະເຈົ້າ​ຢາເວ

ແລ້ວ​ເຫດ​ໃດ​ທ່ານ​ຈຶ່ງ​ກ່າວ​ກັບ​ຂ້ານ້ອຍ​ວ່າ:

“ຈົ່ງ​ໜີ​ໄປ​ທີ່​ພູເຂົາ​ຂອງ​ທ່ານ​ເໝືອນ​ດັ່ງ​ນົກ.

ເພາະ​ເບິ່ງ​ແມ, ຄົນ​ຊົ່ວຮ້າຍ​ໄດ້​ກົ່ງ​ຄັນ​ທະນູ​ຂອງ​ພວກເຂົາ​ແລ້ວ;

ພວກເຂົາ​ໄດ້​ເອົາ​ລູກສອນ​ພາດ​ໃສ່​ສາຍ​ໄວ້

ເພື່ອ​ຍິງ​ຈາກ​ເງົາ​ມືດ

ຍິງ​ໄປ​ທີ່​ຜູ້​ມີ​ໃຈ​ທ່ຽງທຳ.

ເມື່ອ​ຮາກຖານ​ຖືກ​ທຳລາຍ​ລົງ​ແລ້ວ,

ຄົນ​ຊອບທຳ​ຈະ​ເຮັດ​ຫຍັງ​ໄດ້?1”

ພຣະເຈົ້າ​ຢາເວ​ສະຖິດ​ຢູ່​ໃນ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ;

ພຣະເຈົ້າ​ຢາເວ ຢູ່​ເທິງ​ບັນລັງ​ແຫ່ງ​ຟ້າ​ສະຫວັນ.

ພຣະອົງ​ໄດ້​ສັງເກດ​ເບິ່ງ​ທຸກ​ຄົນ​ທີ່​ຢູ່​ໃນ​ໂລກ​ນີ້;

ຕາ​ຂອງ​ພຣະອົງ​ໄດ້​ກວດສອບ​ເບິ່ງ​ພວກເຂົາ.

ພຣະເຈົ້າ​ຢາເວ ໄດ້​ກວດສອບ​ເບິ່ງ​ຄົນ​ຊອບທຳ,

ແຕ່​ຄົນ​ຊົ່ວຮ້າຍ2 ແລະ ບັນດາ​ຜູ້​ທີ່​ມັກ​ຄວາມ​ຄວາມ​ຮຸນແຮງ​ນັ້ນ;

ພຣະອົງ​ກຽດຊັງ​ເຂົ້າ​ກະດູກ​ດຳ.

ພຣະອົງ​ຈະ​ໂຮຍ​ຖ່ານ​ໄຟ

ແລະ ມາດ​ລົງ​ໃສ່​ຄົນ​ຊົ່ວຮ້າຍ​ເໝືອນ​ດັ່ງ​ຫ່າ​ຝົນ

ແລະ ເຜົາຜານ​ພວກເຂົາ​ດ້ວຍ​ລົມ​ອັນ​ຮ້ອນ​ແຮງ.

ເພາະ​ພຣະເຈົ້າ​ຢາເວ​ນັ້ນ​ຊອບທຳ,

ພຣະອົງ​ຮັກ​ຄວາມ​ຍຸຕິທຳ;

ຄົນ​ຊອບທຳ​ຈະ​ເຫັນ​ໃບໜ້າ​ຂອງ​ພຣະອົງ.

Source notes (2)
  1. Footnote ຫລື ອົງ​ຜູ້​ຊອບທຳ​ກຳລັງ​ເຮັດ​ສິ່ງໃດ?
  2. Footnote ຫລື ອົງພຣະຜູ້ເປັນເຈົ້າ ອົງ​ຜູ້​ຊອບທຳ​ກວດ​ສອບ​ຄົນ​ຊົ່ວຮ້າຍ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.