Biblica® Open Lao Contemporary Version
ເພງສັນລະເສີນ 10
ຂ້າແດ່ພຣະເຈົ້າຢາເວ ເປັນຫຍັງພຣະອົງຈຶ່ງຢືນຢູ່ໄກ?
ເປັນຫຍັງພຣະອົງຈຶ່ງເຊື່ອງພຣະອົງເອງໃນຍາມເດືອດຮ້ອນ?
ດ້ວຍຄວາມຈອງຫອງຂອງລາວ ຄົນຊົ່ວຮ້າຍກໍໄລ່ຕາມຄົນອ່ອນແອ,
ຜູ້ທີ່ຈັບໄດ້ໃນກົນອຸບາຍທີ່ລາວຄິດຂຶ້ນ.
ລາວໂອ້ອວດຕັນຫາໃນໃຈຂອງຕົນ;
ລາວອວຍພອນຄົນໂລບ ແລະ ຕໍ່ວ່າພຣະເຈົ້າຢາເວ
ດ້ວຍຄວາມຈອງຫອງ ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະເຈົ້າ;
ບໍ່ເຄີຍມີພຣະເຈົ້າໃນຄວາມຄິດຂອງລາວເລີຍ.
ທາງຂອງລາວແມ່ນຈະເລີນຮຸ່ງເຮືອງຢູ່ສະເໝີ
ລາວໄດ້ປະຕິເສດກົດບັນຍັດຂອງພຣະອົງ1
ລາວເຢາະເຢີ້ຍສັດຕູທັງໝົດຂອງລາວ.
ລາວບອກໂຕເອງວ່າ, “ບໍ່ມີສິ່ງໃດຈະສັ່ນຄອນຂ້ອຍໄດ້”.
ລາວສາບານວ່າ, “ບໍ່ມີຜູ້ໃດຈະເຮັດອັນຕະລາຍໃຫ້ຂ້ອຍໄດ້”.
ປາກຂອງລາວກໍເຕັມໄປດ້ວຍຄຳຕົວະ ແລະ ຄຳຂົ່ມຂູ່;
ຄວາມເດືອດຮ້ອນ ແລະ ຄວາມຊົ່ວຮ້າຍແມ່ນຢູ່ກ້ອງລີ້ນຂອງລາວ.
ພວກເຂົານອນໝອບລໍຖ້າຢູ່ໃກ້ໆໝູ່ບ້ານ;
ອອກຈາກທີ່ຊ້ອນມາລາວຂ້າຄົນບໍລິສຸດ.
ຕາຂອງລາວເຝົ້າເບິ່ງເຫຍື່ອຢ່າງລັບລີ້.
ລາວນອນໝອບລໍຖ້າຢູ່ເໝືອນກັບໂຕສິງທີ່ດັກຖ້າຢູ່.
ລາງໝອບລໍຖ້າຈັບຄົນບໍ່ມີທາງສູ້;
ລາວຈັບຄົນບໍ່ມີທາງສູ້ ແລະ ລາກພວກເຂົາໄປໃນຕາໜ່າງຂອງລາວ.
ເຫຍື່ອຂອງລາວຖືກບົດຈົນມຸ່ນ, ພວກເຂົາລົ້ມລົງ;
ພວກເຂົາຕົກຢູ່ໃຕ້ອຳນາດຂອງລາວ.
ລາວເວົ້າກັບຕົນເອງວ່າ, “ພຣະເຈົ້າຈະບໍ່ມີວັນສັງເກດເຫັນ;
ພຣະອົງປິດໜ້າຂອງພຣະອົງ ແລະ ບໍ່ເຄີຍເຫັນເລີຍ”.
ຂ້າແດ່ພຣະເຈົ້າຢາເວ! ຂໍໂຜດລຸກຂຶ້ນ, ຂ້າແດ່ພຣະເຈົ້າ ຂໍໂຜດຍົກມືຂອງພຣະອົງຂຶ້ນ.
ຂໍຢ່າລືມຄົນບໍ່ມີທາງສູ້.
ເປັນຫຍັງຄົນຊົ່ວຮ້າຍຈຶ່ງຕໍ່ວ່າພຣະເຈົ້າ?
ເປັນຫຍັງລາວຈຶ່ງກ່າວກັບຕົນເອງວ່າ,
“ພຣະອົງຈະບໍ່ເອົາເລື່ອງຂ້ອຍ”?
ພຣະເຈົ້າ, ແຕ່ພຣະອົງເຫັນຄວາມເດືອດຮ້ອນຂອງຜູ້ທີ່ທຸກໃຈ;
ພຣະອົງລະນຶກເຖິງຄວາມທຸກໂສກຂອງພວກເຂົາ ແລະ ຮັບມັນໄວ້ໃນມືຂອງພຣະອົງ.
ຜູ້ທີ່ຕົກເປັນເຫຍື່ອໄດ້ມອບຊີວິດຂອງພວກເຂົາໄວ້ກັບພຣະອົງ;
ພຣະອົງເປັນຜູ້ຊ່ວຍຂອງລູກທີ່ກຳພ້າພໍ່
ຂໍໂຜດຫັກແຂນຂອງຄົນຊົ່ວຮ້າຍ;
ຮຽກຮ້ອງໃຫ້ຜູ້ທີ່ເຮັດຊົ່ວຮັບຜິດຊອບຕໍ່ຄວາມຊົ່ວຮ້າຍຂອງຕົນ
ເຊິ່ງຍັງບໍ່ມີຜູ້ໃດຮູ້.
ພຣະເຈົ້າຢາເວ ເປັນຈອມກະສັດສືບໄປເປັນນິດ;
ບັນດາປະຊາຊາດທັງຫລາຍຈະຈິບຫາຍໄປຈາກແຜ່ນດິນຂອງພຣະອົງ.
ຂ້າແດ່ພຣະເຈົ້າຢາເວ ພຣະອົງໄດ້ຍິນຄວາມປາຖະໜາຂອງຜູ້ທີ່ທຸກຍາກ;
ພຣະອົງໃຫ້ກຳລັງໃຈພວກເຂົາ ແລະ ຟັງສຽງຮ້ອງຂອງພວກເຂົາ,
ພຣະອົງປົກປ້ອງລູກທີ່ກຳພ້າພໍ່ ແລະ ຜູ້ທີ່ຖືກກົດຂີ່ຂົ່ມເຫັງ,
ເພື່ອວ່າມະນຸດທີ່ເປັນຂອງໂລກນີ້
ຈະບໍ່ຖືກເຮັດໃຫ້ຢ້ານກົວອີກຕໍ່ໄປ.
Source notes (1)
- Footnote ພາສາເຮັບເຣີວ່າ ພວກເຂົາຈອງຫອງ ແລະ ຫ່າງໄກຈາກກົດບັນຍັດ ຂອງພຣະອົງ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.