Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 9

ເຖິງ​ຫົວໜ້າ​ນັກຮ້ອງ, ທຳນອງ “ການ​ຕາຍ​ຂອງ​ລູກຊາຍ” ບົດ​ເພງສັນລະເສີນ​ຂອງ​ດາວິດ.

ຂ້າແດ່​ພຣະເຈົ້າ​ຢາເວ ຂ້ານ້ອຍ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ດ້ວຍ​ສຸດ​ຫົວໃຈ​ຂອງ​ຂ້ານ້ອຍ;

ຂ້ານ້ອຍ​ຈະ​ບອກ​ເຖິງ​ການ​ອັດສະຈັນ​ທັງໝົດ​ທີ່​ພຣະອົງ​ໄດ້​ກະທຳ.

ຂ້ານ້ອຍ​ຈະ​ຍິນດີ ແລະ ຊື່ນຊົມຍິນດີ​ໃນ​ພຣະອົງ;

ຂ້າແດ່​ອົງ​ຜູ້​ສູງສຸດ ຂ້ານ້ອຍ​ຈະ​ຮ້ອງເພງ​ສັນລະເສີນ​ນາມ​ຂອງ​ພຣະອົງ.

ບັນດາ​ສັດຕູ​ຂອງ​ຂ້ານ້ອຍ​ກໍ​ຫັນ​ກັບ​ໄປ;

ພວກເຂົາ​ໄດ້​ລົ້ມ​ລົງ ແລະ ຈິບຫາຍ​ໄປ​ຕໍ່ໜ້າ​ພຣະອົງ.

ເພາະ​ພຣະອົງ​ໄດ້​ໃຫ້​ສິດ ແລະ ຄວາມ​ຍຸຕິທຳ​ແກ່​ຂ້ານ້ອຍ

ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ໃນ​ຖານະ​ຜູ້​ພິພາກສາ​ທີ່​ຊອບທຳ.

ພຣະອົງ​ໄດ້​ຕັກເຕືອນ​ປະຊາຊາດ​ທັງຫລາຍ ແລະ ທຳລາຍ​ຄົນ​ຊົ່ວ;

ພຣະອົງ​ໄດ້​ລຶບ​ຊື່​ຂອງ​ພວກເຂົາ​ອອກ​ໄປ​ເປັນນິດ.

ສັດຕູ​ຂອງ​ພວກຂ້ານ້ອຍ​ຈິບຫາຍ​ຕະຫລອດໄປ,

ພຣະອົງ​ໄດ້​ຖອນ​ຮາກ​ຖອນ​ເຫງົ້າ​ເມືອງ​ຕ່າງໆ​ຂອງ​ພວກເຂົາ;

ແມ່ນ​ແຕ່​ຄວາມ​ຈຳ​ຂອງ​ພວກເຂົາ​ກໍ​ໄດ້​ຕາຍ​ໄປ.

ພຣະເຈົ້າ​ຢາເວ​ໄດ້​ຄອບຄອງ​ຢູ່​ເປັນນິດ;

ພຣະອົງ​ໄດ້​ຕັ້ງ​ບັນລັງ​ຂອງ​ພຣະອົງ​ໄວ້​ເພື່ອ​ການ​ພິພາກສາ.

ພຣະອົງ​ຈະ​ປົກຄອງ​ໂລກ​ດ້ວຍ​ຄວາມ​ຊອບທຳ

ແລະ ພິພາກສາ​ຄົນ​ທັງຫລາຍ​ດ້ວຍ​ຄວາມ​ຍຸຕິທຳ.

ພຣະເຈົ້າ​ຢາເວ​ເປັນ​ທີ່​ລີ້ໄພ​ຂອງ​ຜູ້​ທີ່​ຖືກ​ກົດຂີ່​ຂົ່ມເຫັງ,

ເປັນ​ຖານ​ທີ່​ໝັ້ນ​ໃນ​ຍາມ​ຍາກ​ລຳບາກ.

ຂ້າແດ່​ພຣະເຈົ້າ​ຢາເວ ທຸກຄົນ​ທີ່​ຮູ້​ຈັກ​ນາມ​ຂອງ​ພຣະອົງ​ຈະ​ໄວ້ໃຈ​ໃນ​ພຣະອົງ,

ເພາະ​ພຣະອົງ​ບໍ່​ເຄີຍ​ປະຖິ້ມ​ບັນດາ​ຜູ້​ທີ່​ສະແຫວງຫາ​ພຣະອົງ.

ຈົ່ງ​ຮ້ອງ​ເພງ​ສັນລະເສີນ​ພຣະເຈົ້າ​ຢາເວ ຜູ້​ຄອງ​ບັນລັງ​ໃນ​ຊີໂອນ;

ຈົ່ງ​ປະກາດ​ສິ່ງ​ທີ່​ພຣະອົງ​ໄດ້​ກະທຳ​ໃນ​ທ່າມກາງ​ປະຊາຊາດ.

ເພາະ​ພຣະອົງ​ຜູ້​ແກ້​ແຄ້ນ​ແທນ​ເລືອດ​ນັ້ນ​ບໍ່​ເຄີຍ​ລືມ;

ພຣະອົງ​ບໍ່​ເສີຍຊາ​ຕໍ່​ສຽງ​ຮ້ອງ​ຂອງ​ຜູ້​ທີ່​ທຸກ​ໃຈ.

ຂ້າແດ່​ພຣະເຈົ້າ​ຢາເວ ໂຜດ​ເບິ່ງ​ວ່າ​ບັນດາ​ສັດຕູ​ຂອງ​ຂ້ານ້ອຍ​ໄດ້​ຂົ່ມເຫັງ​ຂ້ານ້ອຍ​ຢ່າງໃດ!

ຂໍ​ໂຜດ​ເມດຕາ ແລະ ຍົກ​ຂ້ານ້ອຍ​ຂຶ້ນ​ຈາກ​ປະຕູ​ແຫ່ງ​ຄວາມ​ຕາຍ​ດ້ວຍ,

ເພື່ອ​ຂ້ານ້ອຍ​ຈະ​ໄດ້​ປະກາດ​ການ​ສັນລະເສີນ​ຂອງ​ພຣະອົງ.

ທີ່​ປະຕູ​ເມືອງ​ຂອງ​ລູກສາວ​ແຫ່ງ​ຊີໂອນ,1

ແລະ ຊື່ນຊົມຍິນດີ​ໃນ​ຄວາມ​ພົ້ນ​ຂອງ​ພຣະອົງ​ຢູ່​ທີ່​ນັ້ນ.

ປະຊາຊາດ​ທັງຫລາຍ​ໄດ້​ຕົກ​ລົງ​ໄປ​ໃນ​ຂຸມ​ທີ່​ພວກເຂົາ​ຂຸດ​ໄວ້;

ຕີນ​ຂອງ​ພວກເຂົາ​ໄດ້​ຕິດ​ກັບ​ດັກ​ທີ່​ພວກເຂົາ​ເອງ​ເຊື່ອງ​ໄວ້.

ພຣະເຈົ້າ​ຢາເວ​ເປັນ​ທີ່​ຮູ້​ຈັກ​ໃນ​ດ້ານ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ;

ຄົນ​ຊົ່ວຮ້າຍ​ໄດ້​ຕິດ​ກັບ​ດ້ວຍ​ມື​ຂອງ​ຕົນ​ເອງ.

ຄົນ​ຊົ່ວຮ້າຍ​ກໍ​ກັບ​ໄປ​ຍັງ​ແດນ​ຂອງ​ຄົນ​ຕາຍ,

ກໍ​ຄື​ທຸກ​ປະຊາຊາດ​ທີ່​ລືມ​ພຣະເຈົ້າ.

ແຕ່​ພຣະເຈົ້າ​ຈະ​ບໍ່​ມີ​ວັນ​ລືມ​ຄົນ​ທີ່​ຂັດສົນ​ເລີຍ;

ຄວາມ​ຫວັງ​ຂອງ​ຜູ້​ທີ່​ທຸກຍາກ​ຈະ​ບໍ່​ຈິບຫາຍ​ເລີຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ລຸກ​ຂຶ້ນ ຂໍ​ຢ່າ​ໃຫ້​ມະນຸດ​ໄດ້​ຊະນະ;

ຂໍ​ໂຜດ​ພິພາກສາ​ບັນດາ​ປະຊາຊາດ​ຕໍ່ໜ້າ​ພຣະອົງ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ໂຈມຕີ​ພວກເຂົາ​ດ້ວຍ​ຄວາມ​ສະທ້ານ​ຢ້ານກົວ;

ໃຫ້​ປະຊາຊາດ​ທັງຫລາຍ​ຮູ້​ວ່າ​ພວກເຂົາ​ເປັນ​ພຽງ​ມະນຸດ​ເທົ່າ​ນັ້ນ.

Source notes (1)
  1. Footnote ຄື ຊາວ​ເຢຣູຊາເລັມ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.