Biblica® Open Lao Contemporary Version
ເພງສັນລະເສີນ 8
ເຖິງຫົວໜ້ານັກຮ້ອງ ຕາມທຳນອງກິດທີດ ບົດເພງສັນລະເສີນຂອງດາວິດ.
ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍທັງຫລາຍ,
ນາມຂອງພຣະອົງງາມສະຫງ່າຢູ່ໃນທົ່ວແຜ່ນດິນໂລກແທ້ໆ!
ພຣະອົງໄດ້ຕັ້ງສະຫງ່າລາສີຂອງພຣະອົງ
ໃນຟ້າສະຫວັນ
ພຣະອົງຕັ້ງຖານທີ່ໝັ້ນເພື່ອຕໍ່ສູ້ກັບບັນດາສັດຕູຂອງພຣະອົງ
ໂດຍຜ່ານທາງການສັນລະເສີນຂອງເດັກນ້ອຍ ແລະ ເດັກອ່ອນ
ເພື່ອເຮັດໃຫ້ສັດຕູ ແລະ ຄົນທີ່ຄຽດແຄ້ນງຽບໄປ.
ເມື່ອຂ້ານ້ອຍຄຳນຶງເຖິງຟ້າສະຫວັນຂອງພຣະອົງ,
ອັນເປັນຜົນງານຂອງມືຂອງພຣະອົງ,
ດວງເດືອນ ແລະ ດວງດາວທັງຫລາຍ,
ທີ່ພຣະອົງໄດ້ຕັ້ງໄວ້,
ມະນຸດສຳຄັນຫຍັງທີ່ພຣະອົງຈະຕ້ອງຄິດເຖິງພວກເຂົາ?
ບຸດຂອງມະນຸດເປັນຜູ້ໃດ ພຣະອົງຈຶ່ງຫ່ວງໃຍພວກເຂົາ?
ພຣະອົງໄດ້ສ້າງພວກເຂົາ1ໃຫ້ຕ່ຳກວ່າຊາວສະຫວັນ2ພຽງເລັກນ້ອຍ
ແລະ ສວມມົງກຸດແຫ່ງສະຫງ່າລາສີ ແລະ ກຽດຕິຍົດໃຫ້ພວກເຂົາ.
ພຣະອົງໄດ້ຕັ້ງພວກເຂົາໃຫ້ປົກຄອງສິ່ງສາລະພັດທີ່ພຣະອົງສ້າງຂຶ້ນ;
ພຣະອົງໄດ້ວາງທຸກສິ່ງໄວ້ຢູ່ໃຕ້ຕີນຂອງພວກເຂົາ.
ຝູງແບ້, ຝູງແກະ ແລະ ຝູງງົວທັງໝົດ,
ແລະ ສັດປ່າທັງຫລາຍ,
ຝູງນົກໃນອາກາດ,
ແລະ ປາໃນທະເລ,
ທຸກສິ່ງທີ່ລອຍໄປມາໃນທະເລ.
ຂ້າແດ່ພຣະເຈົ້າຢາເວ ອົງພຣະຜູ້ເປັນເຈົ້າຂອງພວກຂ້ານ້ອຍ,
ນາມຂອງພຣະອົງງາມສະຫງ່າທົ່ວແຜ່ນດິນໂລກແທ້ໆ!
Source notes (2)
- Footnote ຫລື ເຂົາ ທັງສອງບ່ອນໃນຂໍ້ນີ້ ແລະ ເຊັ່ນດຽວກັບຂໍ້ 6
- Footnote ຫລື ພຣະເຈົ້າ
Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.
Full source notice & licence · CC BY-SA 4.0 · SourceEdition imported 2026-11-09.