Skip to content
BibleKenya

Biblica® Open Lao Contemporary Version

ເພງສັນລະເສີນ 7

ຊິກກາໂຢນ​ຂອງ​ດາວິດ ທີ່​ລາວ​ໄດ້​ຮ້ອງ​ຖວາຍ​ແດ່​ພຣະເຈົ້າ​ຢາເວ ກ່ຽວກັບ​ກູເຊ ຊາວ​ເບັນຢາມິນ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຂ້ານ້ອຍ​ໄດ້​ລີ້ໄພ​ໃນ​ພຣະອົງ

ຂໍ​ໂຜດ​ກອບກູ້ ແລະ ປົດປ່ອຍ​ຂ້ານ້ອຍ​ຈາກ​ທຸກຄົນ​ທີ່​ໄລ່ຕາມ​ຂ້ານ້ອຍ,

ບໍ່​ດັ່ງ​ນັ້ນ​ພວກເຂົາ​ຈະ​ຈີກ​ຂ້ານ້ອຍ​ຄື​ກັບ​ສິງ

ແລະ ຈີກ​ຂ້ານ້ອຍ​ອອກ​ເປັນ​ຕ່ອນໆ​ໂດຍ​ບໍ່​ມີ​ຜູ້ໃດ​ຊ່ວຍ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ, ຖ້າ​ຂ້ານ້ອຍ​ໄດ້​ເຮັດ​ຢ່າງ​ນີ້

ແລະ ມີ​ຄວາມ​ຜິດ​ຕິດ​ຢູ່​ມື​ຂອງ​ຂ້ານ້ອຍ

ຖ້າ​ຂ້ານ້ອຍ​ໄດ້​ຕອບແທນ​ພັນທະມິດ​ຂອງ​ຂ້ານ້ອຍ​ດ້ວຍ​ຄວາມ​ຊົ່ວຮ້າຍ

ຫລື ໄດ້​ປຸ້ນ​ສັດຕູ​ຂອງ​ຂ້ານ້ອຍ​ໂດຍ​ບໍ່​ມີ​ສາເຫດ

ກໍ​ຂໍ​ໃຫ້​ສັດຕູ​ຂອງ​ຂ້ານ້ອຍ​ນັ້ນ​ໄລ່ຕາມ ແລະ ຕາມ​ທັນ​ຂ້ານ້ອຍ;

ໃຫ້​ລາວ​ຢຽບຢ່ຳ​ຊີວິດ​ຂອງ​ຂ້ານ້ອຍ​ຈົນ​ຈົມ​ດິນ

ແລະ ເຮັດ​ໃຫ້​ຂ້ານ້ອຍ​ນອນ​ໃນ​ຂີ້ຝຸ່ນ​ດິນ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໂຜດ​ລຸກ​ຂຶ້ນ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ພຣະອົງ;

ຂໍ​ໂຜດ​ລຸກ​ຂຶ້ນ​ຕໍ່ສູ້​ກັບ​ຄວາມ​ຮ້ອນຮົນ​ຂອງ​ສັດຕູ​ຂອງ​ຂ້ານ້ອຍ.

ຂ້າແດ່​ພຣະເຈົ້າ ຂໍ​ໂຜດ​ຕື່ນ​ຂຶ້ນ ຂໍ​ໂຜດ​ສັ່ງ​ຄວາມ​ຍຸຕິທຳ.

ຂໍ​ໃຫ້​ຊົນຊາດ​ທັງຫລາຍ​ມາ​ເຕົ້າໂຮມ​ກັນ​ຢູ່​ອ້ອມ​ພຣະອົງ,

ໃນຂະນະ​ທີ່​ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ສູງ​ເໜືອ​ພວກເຂົາ.

ຂໍ​ໃຫ້​ພຣະເຈົ້າ​ຢາເວ ພິພາກສາ​ຄົນ​ທັງຫລາຍ.

ຂ້າແດ່​ພຣະເຈົ້າ​ຢາເວ ຂໍ​ໃຫ້​ຕັດສິນ​ຂ້ານ້ອຍ​ຕາມ​ຄວາມ​ຊອບທຳ​ຂອງ​ຂ້ານ້ອຍ,

ຕາມ​ຄວາມ​ສັດຊື່​ຂອງ​ຂ້ານ້ອຍ​ດ້ວຍ, ອົງ​ຜູ້​ສູງສຸດ.

ຂໍ​ໂຜດ​ຢຸດ​ຕິ​ຄວາມ​ໂຫດຮ້າຍ​ຂອງ​ຄົນ​ຊົ່ວ

ແລະ ເຮັດ​ໃຫ້​ຄົນ​ຊອບທຳ​ປອດໄພ

ຂ້າແດ່​ພຣະເຈົ້າ​ຜູ້​ຊອບທຳ

ຜູ້​ສຳຫລວດ​ຄວາມ​ຄິດ ແລະ ຈິດໃຈ.

ພຣະເຈົ້າ​ອົງ​ສູງສຸດ ຜູ້​ເປັນ​ໂລ່1​ຂອງ​ຂ້ານ້ອຍ,

ຜູ້​ຊ່ວຍ​ຄົນ​ທີ່​ມີ​ຈິດໃຈ​ທ່ຽງທຳ​ໃຫ້​ລອດ​ພົ້ນ.

ພຣະເຈົ້າ​ຜູ້​ເປັນ​ຜູ້​ພິພາກສາ​ທີ່​ຊອບທຳ,

ເປັນ​ພຣະເຈົ້າ​ຜູ້​ສະແດງ​ຄວາມ​ໂກດຮ້າຍ​ທຸກໆ​ວັນ.

ຖ້າ​ລາວ​ບໍ່​ຫັນ​ກັບ​ມາ​ຈາກ​ຄວາມ​ບາບ

ພຣະອົງ2​ຈະ​ລັບ​ດາບ​ຂອງ​ພຣະອົງ​ໄວ້;

ພຣະອົງ​ຈະ​ກົ່ງ​ທະນູ​ຂອງ​ພຣະອົງ ແລະ ຕຽມ​ຍິງ.

ພຣະອົງ​ໄດ້​ຕຽມ​ອາວຸດ​ອັນ​ຮ້າຍແຮງ​ຂອງ​ພຣະອົງ​ໄວ້;

ພຣະອົງ​ໄດ້​ຕຽມ​ລູກສອນ​ໄຟ​ຂອງ​ພຣະອົງ​ໄວ້​ພ້ອມ​ແລ້ວ.

ຜູ້ໃດ​ກໍ​ຕາມ​ທີ່​ຖືພາ​ດ້ວຍ​ຄວາມ​ຊົ່ວຮ້າຍ

ກໍ​ໃຫ້​ກຳເນີດ​ຄວາມ​ເດືອດຮ້ອນ ແລະ ກໍ່​ໃຫ້​ເກີດ​ຄວາມ​ທໍ້ຖອຍ.

ຜູ້ໃດ​ກໍ​ຕາມ​ທີ່​ຂຸດ​ຂຸມ​ໄວ້

ກໍ​ຕົກ​ລົງ​ໄປ​ໃນ​ຂຸມ​ທີ່​ພວກເຂົາ​ຂຸດ​ໄວ້​ນັ້ນ.

ຄວາມ​ເດືອດຮ້ອນ​ທີ່​ພວກເຂົາ​ກໍ່​ຂຶ້ນ​ນັ້ນ​ກໍ​ກັບ​ມາ​ຫາ​ພວກເຂົາ​ເອງ;

ຄວາມ​ທາລຸນ​ຂອງ​ພວກເຂົາ​ກໍ​ໄດ້​ຕົກ​ໃສ່​ຫົວ​ຂອງ​ພວກເຂົາ​ເອງ.

ຂ້ານ້ອຍ​ຈະ​ຂອບພຣະຄຸນ​ພຣະເຈົ້າ​ຢາເວ ເພາະ​ຄວາມ​ຊອບທຳ​ຂອງ​ພຣະອົງ;

ຂ້ານ້ອຍ​ຈະ​ຮ້ອງ​ສັນລະເສີນ​ນາມ​ຂອງ​ພຣະເຈົ້າ​ຢາເວ ອົງ​ສູງສຸດ.

Source notes (2)
  1. Footnote ຫລື ເຈົ້າ​ຊີວິດ
  2. Footnote ຫລື ຫາກ​ຜູ້ໃດ​ບໍ່​ກັບ​ໃຈ​ຈາກ​ບາບ ພຣະເຈົ້າ

Biblica® Open Lao Contemporary Version. Copyright © Biblica, Inc. Licensed under CC BY-SA 4.0. Source: Open.Bible. Typeset from the source files; no intended changes to scripture wording. BibleKenya is not endorsed by the rights holder.

Full source notice & licence · CC BY-SA 4.0 · SourceEdition imported 2026-11-09.

BibleKenya

Reader settings

Theme
Font
Alignment
Reading width

Saved in this browser and used offline too. Press ? for keyboard shortcuts.